ພິທີຕ້ອນຮັບ ແລະ ພົບປະເຈລະຈາລະຫວ່າງການນຳຫວຽດນາມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ

(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຢ່າງເປັນທາງການ.
ພິທີຕ້ອນຮັບ ແລະ ພົບປະເຈລະຈາລະຫວ່າງການນຳຫວຽດນາມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ - ảnh 1
ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ພ້ອມດ້ວຍພັນລະຍາ, ທ່ານປະທານປະເທດ ຫງວຽນຊວັນຟຸກ ພ້ອມດ້ວຍພັນລະຍາ, ທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງສປປ.ລາວ ທອງລຸນ ສີສຸລິດ ພ້ອມດ້ວຍພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງພັກ ແລະ ລັດ ລາວ ໄດ້ໄປຢ້ຽມຢາມສັນຖະວະໄມຕີຫວຽດນາມ ຢ່າງເປັນທາງການ, ໃນລະຫວ່າງວັນທີ 28 – 29 ມິຖຸນາ.
ພິທີຕ້ອນຮັບ ແລະ ພົບປະເຈລະຈາລະຫວ່າງການນຳຫວຽດນາມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ - ảnh 2
ຕອນເຊົ້າວັນທີ 28 ມິຖຸນາ, ພິທີຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດແຫ່ງ ສປປ.ລາວ ທອງລຸນ ສີສຸລິດ ພ້ອມກັບຄະນະຜູ້ແທນຂັ້ນສູງພັກ, ລັດ ລາວ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ທຳນຽບປະທານປະເທດ ຕາມພິທີສູງສຸດທີ່ສະຫງວນໃຫ້ແກ່ປະມຸກລັດ.
(ພາບ: ທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ພັນລະຍາເປັນເຈົ້າພາບພິທີຕ້ອນຮັບ)
ພິທີຕ້ອນຮັບ ແລະ ພົບປະເຈລະຈາລະຫວ່າງການນຳຫວຽດນາມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ - ảnh 3
ທ່ານປະທານປະເທດ ຫງວຽນຊວັນຟຸກ ເຊີນທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ກວດແຖວກອງກິຕິຍົດກອງທັບປະຊາຊົນຫວຽດນາມ.
ພິທີຕ້ອນຮັບ ແລະ ພົບປະເຈລະຈາລະຫວ່າງການນຳຫວຽດນາມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ - ảnh 4
ພິທີຕ້ອນຮັບ ແລະ ພົບປະເຈລະຈາລະຫວ່າງການນຳຫວຽດນາມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ - ảnh 5
ພາຍຫຼັງພິທີຕ້ອນຮັບ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເປັນປະທານການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຢູ່ຫ້ອງວ່າການສູນກາງພັກ.
ພິທີຕ້ອນຮັບ ແລະ ພົບປະເຈລະຈາລະຫວ່າງການນຳຫວຽດນາມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ - ảnh 6
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະແດງຄວາມປິຕິຊົມຊື່ນເມື່ອທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດພ້ອມກັບຄະນະຜູ້ແທນຂັ້ນສູງລາວ ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ພິທີຕ້ອນຮັບ ແລະ ພົບປະເຈລະຈາລະຫວ່າງການນຳຫວຽດນາມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ - ảnh 7
ທີ່ການພົບປະເຈລະຈາ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃຫ້ຮູ້ວ່າ, ສາຍພົວພັນສະໜິດແໜ້ນລະຫວ່າງລາວ ແລະ ຫວຽດນາມ ຜ່ານຫຼາຍລຸ້ນຄົນ, ສະແດງຄວາມປິຕິຊົມຊື່ນເມື່ອທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ເປັນປະມຸກລັດທຳອິດມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ. ພ້ອມກັນນັ້ນ, ຫວຽດນາມ ກໍ່ແມ່ນປະເທດທຳອິດເຊິ່ງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄປຢ້ຽມຢາມພາຍຫຼັງຮັບດຳລົງຕຳແໜ່ງໃໝ່.
ພິທີຕ້ອນຮັບ ແລະ ພົບປະເຈລະຈາລະຫວ່າງການນຳຫວຽດນາມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ - ảnh 8
ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຫວັງວ່າ, ການພົວພັນສະໜິດແໜ້ນລະຫວ່າງຫວຽດນາມ ແລະ ລາວ ຈະສືບຕໍ່ໄດ້ຮັບການພັດທະນາໃນທຸກດ້ານ.
ພິທີຕ້ອນຮັບ ແລະ ພົບປະເຈລະຈາລະຫວ່າງການນຳຫວຽດນາມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ - ảnh 9
ພາຍຫຼັງການພົບປະເຈລະຈາ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ພ້ອມກັບ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ເປັນພິທີສັກຂີພິຍານພິທີລົງນາມໃນບັນດາເອກະສານລະຫວ່າງບັນດາກະຊວງ, ຄະນະ, ຂະແໜງການ ແລະ ກຸ່ມບໍລິສັດໃຫຍ່ຂອງຫວຽດນາມ ແລະ ລາວ.
ພິທີຕ້ອນຮັບ ແລະ ພົບປະເຈລະຈາລະຫວ່າງການນຳຫວຽດນາມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ - ảnh 10
ພິທີຕ້ອນຮັບ ແລະ ພົບປະເຈລະຈາລະຫວ່າງການນຳຫວຽດນາມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ - ảnh 11
ຕອນບ່າຍວັນທີ 28 ມິຖຸນາ, ຢູ່ຫ້ອງວ່າການລັດຖະບານ, ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ.
(ພາບ: ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ແນະນຳບັນດາສະມາຊິກລັດຖະບານຕໍ່ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ)
ພິທີຕ້ອນຮັບ ແລະ ພົບປະເຈລະຈາລະຫວ່າງການນຳຫວຽດນາມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ - ảnh 12
ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ  ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ.
ພິທີຕ້ອນຮັບ ແລະ ພົບປະເຈລະຈາລະຫວ່າງການນຳຫວຽດນາມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ - ảnh 13
ໃນຂົງເຂດຮ່ວມມືເສດຖະກິດ, ຫວຽດນາມ ແມ່ນໜຶ່ງໃນຈຳນວນ 3 ນັກລົງທຶນໃຫຍ່ທີ່ສຸດຢູ່ລາວ. ໃນໄລຍະ 5 ເດືອນຕົ້ນປີ 2021, ເຖິງວ່າຖືກຜົນສະທ້ອນຢ່າງໜັກໜ່ວງຍ້ອນໂລກລະບາດກໍ່ຕາມ, ແຕ່ວົງເງິນການຄ້າ 2 ສົ້ນລະຫວ່າງຫວຽດນາມ ແລະ ລາວ ຍັງບັນລຸກວ່າ 570 ລ້ານ USD, ເພີ່ມຂຶ້ນ 25% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.ຫວຽດນາມ ກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ ລາວ ນຳໃຊ້ທ່າກ່ຳປັນ ວູ້ງອາງ 1,2,3, ຊ່ວຍໃຫ້ລາວ ມີຄວາມສະດວກໃນການຂົນສົ່ງ, ການສົ່ງອອກນຳເຂົ້າສິນຄ້າຜ່ານທາງທະເລ.
ພິທີຕ້ອນຮັບ ແລະ ພົບປະເຈລະຈາລະຫວ່າງການນຳຫວຽດນາມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ - ảnh 14
ການຮ່ວມມືດ້ານການສຶກສາ, ບຳລຸງສ້າງສືບຕໍ່ແມ່ນຂົງເຂດເຊິ່ງ 2 ປະເທດໃຫ້ບຸລິມະສິດ, ຖືເປັນສຳຄັນ. ປີ 2021, ຫວຽດນາມ ສະຫງວນທຶນສຶກສາໃຫ້ແກ່ນັກຮຽນ, ນັກສຶກສາລາວ ຈຳນວນ 1.220 ທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ