ພິທີໄວ້ອາໄລທ່ານປະທານປະເທດເຈີນດ້າຍກວາງຈັດຂຶ້ນຢ່າງສົມກຽດ

(VOVWORLD) - ເວລາ 7 ໂມງເຊົ້າຂອງວັນທີ 26 ກັນຍາ, ພິທີໄວ້ອາໄລທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ຖືກຈັດຂຶ້ນຢ່າງສົມກຽດຢູ່ ຫໍງານສົບແຫ່ງຊາດ ເຮືອນເລກທີ 5 ຖະຫນົນເຈີນແທງຕົງ ຮ່າໂນ້ຍ; ຫໍປະຊຸມທົງເຍີດ ນະຄອນ ໂຮ່ຈິມີນ ແລະ ຫໍປະຊຸມ ຄະນະກຳມະການປະຊາຊົນ ເມືອງ ກີມເຊີນ ແຂວງ ນີງບີງ (ບ້ານເກີດຂອງທ່ານປະທານປະເທດ).

ຕອນເຊົ້າວັນທີ 26 ກັນຍາ, ຢູ່ ຮ່າໂນ້ຍ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ຈັດຕັ້ງພິທີໄວ້ອາໄລທ່ານປະທານປະເທດເຈີນດ້າຍກວາງ ຕາມພິທີງານສົບລະດັບຊາດ. ຄະນະຮັບຜິດຊອບງານສົບລວມມີ ສະມາຊິກ 37 ຄົນ ໂດຍທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງເປັນຫົວຫນ້າຄະນະ.

ພິທີໄວ້ອາໄລທ່ານປະທານປະເທດເຈີນດ້າຍກວາງຈັດຂຶ້ນຢ່າງສົມກຽດ - ảnh 1 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂດຍທ່ານ ເລຂາທິການໃຫຍ່ ຫງວຽນຟູຈ້ອງ ເປັນຫົວຫນ້າຄະນະເຂົ້າໄວ້ອາໄລທ່ານປະທານປະເທດເຈີນດ້າຍກວາງ
ພິທີໄວ້ອາໄລທ່ານປະທານປະເທດເຈີນດ້າຍກວາງຈັດຂຶ້ນຢ່າງສົມກຽດ - ảnh 2 ຄອບຄົວ ແລະ ຍາດຕິພີ່ນ້ອງຂອງທ່ານປະທານປະເທດເຈີນດ້າຍກວາງ ເຂົ້າໄວ້ອາໄລ ຍ່າງອ້ອມໂລງເພື່ອສັ່ງລາ
ພິທີໄວ້ອາໄລທ່ານປະທານປະເທດເຈີນດ້າຍກວາງຈັດຂຶ້ນຢ່າງສົມກຽດ - ảnh 3 ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຖະຫວາຍທູບທຽນໄວ້ອາໄລທ່ານປະທານປະເທດເຈີນດ້າຍກວາງ
ພິທີໄວ້ອາໄລທ່ານປະທານປະເທດເຈີນດ້າຍກວາງຈັດຂຶ້ນຢ່າງສົມກຽດ - ảnh 4

ເມື່ອຂຽນໃນປື້ມໄວ້ອາໄລ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ສະແດງຄວາມເສົ້າສະຫລົດໃຈຢ່າງສຸດຊຶ້ງຕໍ່ການຈາກໄປຂອງທ່ານ ເຈີນດ້າຍກວາງ, ເປັນການນຳທີ່ໄດ້ມີການອຸທິດສ່ວນອັນໃຫຍ່ຫລວງໃຫ້ແກ່ພາລະກິດອັນສະຫງ່າລາສີຂອງພັກ ແລະ ລັດຫວຽດນາມ. ການຈາກໄປຂອງທ່ານປະທານປະເທດເຈີນດ້າຍກວາງ  ແມ່ນການສູນເສຍຢ່າງໃຫຍ່ສຳລັບພັກ, ລັດ ແລະ ປະຊາຊົນຫວຽດນາມ.

ພິທີໄວ້ອາໄລທ່ານປະທານປະເທດເຈີນດ້າຍກວາງຈັດຂຶ້ນຢ່າງສົມກຽດ - ảnh 5

ທ່ານນາງປະທານສະພາແຫ່ງຊາດ  ຫງວຽນທິກີມເງິນ ຂຽນປື້ມໄວ້ອາໄລ

ພິທີໄວ້ອາໄລທ່ານປະທານປະເທດເຈີນດ້າຍກວາງຈັດຂຶ້ນຢ່າງສົມກຽດ - ảnh 6 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ນຳຫນ້າຄະນະຜູ້ແທນລັດຖະບານເຂົ້າໄວ້ອາໄລ

ພິທີໄວ້ອາໄລທ່ານປະທານປະເທດເຈີນດ້າຍກວາງຈັດຂຶ້ນຢ່າງສົມກຽດ - ảnh 7

 ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ນຳຫນ້າຄະນະຜູ້ແທນສະພາແຫ່ງຊາດ ເຂົ້າໄວ້ອາໄລ

ພິທີໄວ້ອາໄລທ່ານປະທານປະເທດເຈີນດ້າຍກວາງຈັດຂຶ້ນຢ່າງສົມກຽດ - ảnh 8 ທ່ານນາງ ດັ້ງທິງອກທີ້ງ ຜູ້ຮັກສາການປະທານປະເທດ ນຳຫນ້າຄະນະຜູ້ແທນປະທານປະເທດ ເຂົ້າໄວ້ອາໄລ
ພິທີໄວ້ອາໄລທ່ານປະທານປະເທດເຈີນດ້າຍກວາງຈັດຂຶ້ນຢ່າງສົມກຽດ - ảnh 9 ຄະນະຜູ້ແທນຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຂົ້າໄວ້ອາໄລ
ພິທີໄວ້ອາໄລທ່ານປະທານປະເທດເຈີນດ້າຍກວາງຈັດຂຶ້ນຢ່າງສົມກຽດ - ảnh 10 ຄະນະຜູ້ແທນຄະນະພັກການທະຫານສູນກາງ ໂດຍທ່ານພົນເອກ ໂງຊວນລິກ, ລັດຖະມົນຕີກະຊວງປ້ອງກັນປະເທດນຳຫນ້າເຂົ້າໄວ້ອາໄລ
ພິທີໄວ້ອາໄລທ່ານປະທານປະເທດເຈີນດ້າຍກວາງຈັດຂຶ້ນຢ່າງສົມກຽດ - ảnh 11 ຄະນະຜູ້ແທນຄະນະພັກຕຳຫລວດສູນກາງ ໂດຍພົນໂທ ໂຕເລີມ ລັດຖະມົນຕີກະຊວງຕຳຫລວດນຳຫນ້າເຂົ້າໄວ້ອາໄລ

 ແລະກໍ່ໃນວັນທີ 26 ກັນຍາ ຄະນະຜູ້ແທນຂອງບັນດາອົງການ, ຄະນະ, ຂະແຫນງການ, ອົງການຈັດຕັ້ງສູນກາງ, ບັນດາທ້ອງຖິ່ນຢູ່ພາຍໃນປະເທດ ແລະ ເພື່ອນມິດສາກົນໄດ້ໄປໄວ້ອາໄລທ່ານປະທານປະເທດເຈີນດ້າຍກວາງ

ໃນວັນທີ 26 ກັນຍາ ແລະ 27 ກັນຍາ, ສະຖານທູດຫວຽດນາມ ຢູ່ບັນດາປະເທດໃນໂລກ ກໍ່ໄດ້ເປີດປື້ມໄວ້ອາໄລ, ຈັດຕັ້ງພິທີໄວ້ອາໄລທ່ານປະທານປະເທດເຈີນດ້າຍກວາງ


ພິທີໄວ້ອາໄລທ່ານປະທານປະເທດເຈີນດ້າຍກວາງຈັດຂຶ້ນຢ່າງສົມກຽດ - ảnh 12ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ຖະຫວາຍທູບທຽນອາໄລຫາ ທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ ທີ່ສະຖານທູດ ຫວຽດນາມ ປະຈຳ ລາວ
ພິທີໄວ້ອາໄລທ່ານປະທານປະເທດເຈີນດ້າຍກວາງຈັດຂຶ້ນຢ່າງສົມກຽດ - ảnh 13ທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນລັດຖະບານ ສປປ.ລາວ ເຂົ້າໄວ້ອາໄລທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ

ພິທີໄວ້ອາໄລທ່ານປະທານປະເທດເຈີນດ້າຍກວາງຈັດຂຶ້ນຢ່າງສົມກຽດ - ảnh 14ທ່ານນາງປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້ ເຂົ້າໄວ້ອາໄລທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ

ພິທີໄວ້ອາໄລທ່ານປະທານປະເທດເຈີນດ້າຍກວາງຈັດຂຶ້ນຢ່າງສົມກຽດ - ảnh 15ສະຖານທູດ ຫວຽດນາມ ປະຈຳ ກຳປູເຈຍ ຈັດພິທີໄວ້ອາໄລທ່ານປະທານປະເທດ ເຈິ່ນດ້າຍກວາງ
ພິທີໄວ້ອາໄລທ່ານປະທານປະເທດເຈີນດ້າຍກວາງຈັດຂຶ້ນຢ່າງສົມກຽດ - ảnh 16 ສະຖານທູດ ຫວຽດນາມ ປະຈຳ ຈີນ ຈັດພິທີໄວ້ອາໄລທ່ານປະທານປະເທດ ເຈິ່ນດ້າຍກວາງ

 ໃນຄະນະນັ້ນ ນັບແຕ່ວັນທີ 26 ກັນຍາ - 27 ກັນຍາ, ບັນດາອົງການ, ສຳນັກງານຕ່າງໆ ຢູ່ ຫວຽດນາມ ແລະ ບັນດາອົງການຜູ້ຕາງຫນ້າຂອງຫວຽດນາມ ຢູ່ ຕ່າງປະເທດ ລ້ວນແຕ່ ລຸດທຸງຊາດລົງເຄິ່ງເສົາ. ບັນດາຄະນະ, ກະຊວງ, ຂະແຫນງການ, ອົງການຈັດຕັ້ງສູນກາງ, ບັນດາອົງການລັດ ແລະ ຫົວຫນ່ວຍຕ່າງໆ ຢຸດຕິບັນດາລາຍການສິລະປະ, ການແຂ່ງຂັນກິລາ ແລະ ການລະຫລິ້ນ ບັນເທິງອື່ນ.

ທ່ານປະທານປະເທດເຈີນດ້າຍກວາງ ເກີດວັນທີ12 ຕຸລາ ປີ 1956, ໄດ້ເຖິງແກ່ມໍລະນະກຳໃນວັນທີ 21 ກັນຍາປີ 2018 ຍ້ອນການເຈັບເປັນອັນຫນັກຫນ່ວງຮ້າຍແຮງ. ໃນຊຸມມື້ຜ່ານມາ ປະຊາຊົນຫວຽດນາມ ແລະ ເພື່ອນມິດສາກົນຫລາຍໆຄົນໄດ້ສະແດງຄວາມເສົ້າສະຫລົດໃຈຕໍ່ການຈາກໄປຂອງທ່ານປະທານປະເທດເຈີນດ້າຍກວາງ.

ຕອບກັບ

ຂ່າວ/ບົດ​ອື່ນ