ພະນັກງານເພດຊາຍຢູ່ເຫ້ວນຸ່ງຊຸດເສື້ອຍາວໄປເຮັດວຽກ: ອະນຸລັກຊຸດເສື້ອຍາວປະຈຳຊາດ

(VOVWORLD) - ພະແນກວັດທະນະທຳ-ກິລາ ແຂວງ ເທື່ອທຽນເຫ້ວ ແມ່ນອົງການຄຸ້ມຄອງລັດແຫ່ງທຳອິດຢູ່ ເທື່ອທຽນເຫ້ວ ໄດ້ຜັນຂະຫຍາຍໃຫ້ເພດຊາຍນຸ່ງຊຸດເສື້ອຍາວໄປເຮັດວຽກ.

ໂດຍເລີ່ມຕົ້ນແຕ່ເດືອນກັນຍາເປັນຕົ້ນໄປ, ພະນັກງານ, ພາລະກອນຂອງພະແນກວັດທະນະທຳ-ກິລາ ແຂວງ ເທື່ອທຽນເຫ້ວ ໄດ້ນຸ່ງຊຸດເສື້ອຍາວປະຈຳຊາດໄປເຮັດວຽກ; ໂດຍໄດ້ກຳນົດເອົາວັນຈັນໃນອາທິດທຳອິດຂອງແຕ່ລະເດືອນ ທຸກຄົນຢູ່ພະແນກນີ້ຕ້ອງນຸ່ງຊຸດເສື້ອຍາວເຂົ້າຮ່ວມພິທີເຄົາລົບທຸງຊາດ.

ພະນັກງານເພດຊາຍຢູ່ເຫ້ວນຸ່ງຊຸດເສື້ອຍາວໄປເຮັດວຽກ: ອະນຸລັກຊຸດເສື້ອຍາວປະຈຳຊາດ - ảnh 1
ເພດຊາຍສັງກັດພະແນກວັດທະນະທຳ-ກິລາ ແຂວງ ເທື່ອທຽນເຫ້ວ ນຸ່ງຊຸດເສື້ອຍາວປະຈຳຊາດໃນພິທີເຄົາລົບທຸງຊາດ.
ພະນັກງານເພດຊາຍຢູ່ເຫ້ວນຸ່ງຊຸດເສື້ອຍາວໄປເຮັດວຽກ: ອະນຸລັກຊຸດເສື້ອຍາວປະຈຳຊາດ - ảnh 2
ພະນັກງານພະແນກວັດທະນະທຳ-ກິລາ ແຂວງ ເທື່ອທຽນເຫ້ວ ກັບຊຸດເສື້ອຍາວປະຈຳຊາດ
ພະນັກງານເພດຊາຍຢູ່ເຫ້ວນຸ່ງຊຸດເສື້ອຍາວໄປເຮັດວຽກ: ອະນຸລັກຊຸດເສື້ອຍາວປະຈຳຊາດ - ảnh 3
ອ້າຍ ເຈິ່ນຮິວອານ, ພະນັກງານພະແນກວັດທະນະທຳ-ກິລາ ແຂວງ ເທື່ອທຽນເຫ້ວ ໃຫ້ຮູ້ວ່າ, ພາຍຫຼັງຈັດກອງປະຊຸມສຳມະນາ “ເຫ້ວ - ຄຸ້ມເມືອງເກົ່າແຫ່ງຊຸດເສື້ອຍາວຂອງຫວຽດນາມ” ເມື່ອຕົ້ນເດືອນ ກໍລະກົດ ຜ່ານມາ, ຂະແໜງວັດທະນະທຳ ເຫ້ວ ໄດ້ຮຽກຮ້ອງໃຫ້ພະນັກງານ, ພາລະກອນ ຕັດຊຸດເສື້ອຍາວເພື່ອ “ອະນຸລັກຮັກສາຊຸດເສື້ອຍາວປະຈຳຊາດ”.
ພະນັກງານເພດຊາຍຢູ່ເຫ້ວນຸ່ງຊຸດເສື້ອຍາວໄປເຮັດວຽກ: ອະນຸລັກຊຸດເສື້ອຍາວປະຈຳຊາດ - ảnh 4
ນອກຈາກພະແນກວັດທະນະທຳ-ກິລາ ແຂວງ ເທື່ອທຽນເຫ້ວ ແລ້ວ, ປະຈຸບັນຍັງບໍ່ທັນມີອົງການໃດຢູ່ແຂວງນີ້ຜັນຂະຫຍາຍໃຫ້ເພດຊາຍນຸ່ງຊຸດເສື້ອຍາວໄປການ.
ພະນັກງານເພດຊາຍຢູ່ເຫ້ວນຸ່ງຊຸດເສື້ອຍາວໄປເຮັດວຽກ: ອະນຸລັກຊຸດເສື້ອຍາວປະຈຳຊາດ - ảnh 5

ຕາມນັກຄົ້ນຄວ້າ ຫງວຽນຊວັນຮວາ ແລ້ວ, ຊຸດເສື້ອຍາວທີ່ພະນັກງານເພດຊາຍຂອງຂະແໜງວັດທະນະທຳເຫ້ວ ນຸ່ງນັ້ນ ແມ່ນມີມາແຕ່ສະໄໝເຈົ້າຊີວິດ ຫງວຽນຟຸກຄ໊ວາດ ແລະ ເຈົ້າຊີວິດ ມິງມ້າງ ໄດ້ເອົາມາເປັນເຄື່ອງນຸ່ງປະຈຳຊາດ ພາຍຫຼັງການໄປປະຕິບັດງານຢູ່ພາກເໜືອ.

(ພາບ: vnexpress.net)

ພະນັກງານເພດຊາຍຢູ່ເຫ້ວນຸ່ງຊຸດເສື້ອຍາວໄປເຮັດວຽກ: ອະນຸລັກຊຸດເສື້ອຍາວປະຈຳຊາດ - ảnh 6

ເພດຊາຍໃນສະໄໝກ່ອນນຸ່ງຊຸດເສື້ອຍາວ

(ພາບເອກະສານ)

ພະນັກງານເພດຊາຍຢູ່ເຫ້ວນຸ່ງຊຸດເສື້ອຍາວໄປເຮັດວຽກ: ອະນຸລັກຊຸດເສື້ອຍາວປະຈຳຊາດ - ảnh 7

ທ່ານປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫ້ວ ຟານງອັກເທາະ ນຸ່ງຊຸດເສື້ອຍາວ ຕ້ອນຮັບທ່ານນາງເອກອັກຄະລັດຖະທູດອົດສະຕາລີ ປະຈຳຫວຽດນາມ ເມື່ອວັນທີ 10 ກໍລະກົດ 2020.

(ພາບ: thuathienhue.gov.vn)

ພະນັກງານເພດຊາຍຢູ່ເຫ້ວນຸ່ງຊຸດເສື້ອຍາວໄປເຮັດວຽກ: ອະນຸລັກຊຸດເສື້ອຍາວປະຈຳຊາດ - ảnh 8

ທ່ານເອກອັກຄະລັດຖະທູດຫວຽດນາມ ຟ້າມຫວຽດແອັງ, ຍື່ນສານຕາຕັ້ງຂອງປະທານປະເທດຫວຽດນາມ ຕໍ່ເຈົ້າຊີວິດໂຮນລັງ

(ພາບ: Thế giới & Việt Nam)

ພະນັກງານເພດຊາຍຢູ່ເຫ້ວນຸ່ງຊຸດເສື້ອຍາວໄປເຮັດວຽກ: ອະນຸລັກຊຸດເສື້ອຍາວປະຈຳຊາດ - ảnh 9
ທ່ານເອກອັດຄະລັດຖະທູດຫວຽດນາມ ຟ້າມແຊັງເຈົາ ໂຄສະນາຊຸດເສື້ອຍາວ ນັກຄົ້ນຄວ້າ ຫງວຽນຊວັນຮວາ ຖືວ່າ, ດ້ວຍເລື່ອງ ເຫ້ວ ພວມສ້າງເປັນນະຄອນມໍລະດົກວັດທະນະທຳຂອງຫວຽດນາມ, ບໍ່ພຽງແຕ່ພະນັກງານເພດຊາຍຢູ່ພະແນກວັດທະນະທຳ-ກິລາ ເທົ່ານັ້ນ, ຫາກບັນດາພະນັກງານຢູ່ຫົວໜ່ວຍອື່ນຄື: ສູນອະນຸລັກຮັກສາມໍລະດົກ, ຫໍພິພິທະພັນ… ກໍຄວນນຸ່ງຊຸດເສື້ອຍາວໄປການຢ່າງໜ້ອຍສຸດເດືອນໜຶ່ງແມ່ນມື້ໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ