ພາບຖ່າຍ ຮ່າໂນ້ຍ ໃນຄວາມຊົງຈຳຂອງນັກຖ່າຍຮູບ ເລບິ໊ກ

(VOVWORLD) -ມີພາບຖ່າຍເກືອບ 40 ແຜ່ນຂອງນັກຖ່າຍຮູບ ເລບິ໊ກ ທີ່ສະແດງໃຫ້ເຫັນຄວາມງາມ, ສິ່ງຍອດຍິ່ງ ແລະ ສີສັນຂອງນະຄອນຫຼວງຮ່າໂນ້ຍ ຈະໄດ້ນຳມາວາງສະແດງໃນງານທີ່ມີຫົວຂໍ້ວ່າ “ຄວາມຊົງຈຳ”.

ງານວາງສະແດງໄດ້ດຳເນີນໃນລະຫວ່າງວັນທີ 04 – 15 ຕຸລາ, ຢູ່ ເຮືອນເລກທີ 42 – 44, ຖະໜົນຮ່າງບາກ, ຮ່າໂນ້ຍ. ງານວາງສະແດງນອນໃນບັນດາການເຄື່ອນໄຫວໂດຍຄະນະຄຸ້ມຄອງຄຸ້ມຖະໜົນເກົ່າຮ່າໂນ້ຍ ຈັດຕັ້ງ, ເນື່ອງໃນໂອກາດສະເຫຼີມສະຫຼອງ 56 ປີແຫ່ງວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ (10 ຕຸລາ 1954 – 10 ຕຸລາ 2019) ແລະ 20 ປີແຫ່ງວັນຮ່າໂນ້ຍ ໄດ້ຮັບການເຊີດຊູເປັນ “ນະຄອນສັນຕິພາບ” ຈາກອົງການ UNESCO.

ພາບຖ່າຍ ຮ່າໂນ້ຍ ໃນຄວາມຊົງຈຳຂອງນັກຖ່າຍຮູບ ເລບິ໊ກ - ảnh 1

ນັກຖ່າຍຮູບ ເລບິ໊ກ

ເຊິ່ງແມ່ນຜູ້ທີ່ກຳເນີດໃນຊຸມປີ 70 ແລະ ເຕີບໃຫຍ່ຢູ່ຮ່າໂນ້ຍ ເລບິ໊ກ ໄດ້ຜ່ານຜ່າຄວາມຫຍຸ້ງຍາກໃນໄລຍະຫຼັງສົງຄາມ, ເຊິ່ງແມ່ນໄລຍະແຫ່ງການເລີ່ມປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນຢ່າງແຮງ.

ພາບຖ່າຍ ຮ່າໂນ້ຍ ໃນຄວາມຊົງຈຳຂອງນັກຖ່າຍຮູບ ເລບິ໊ກ - ảnh 2
ເລບິ໊ກ ແບ່ງປັນວ່າ: “ຮ່າໂນ້ຍ ໄດ້ມີການປ່ຽນແປງຫຼາຍ ແຕ່ຂ້າພະເຈົ້າຈະບໍ່ຫຼົງລືມຄວາມງາມໃນເມື່ອກ່ອນ, ບັນດາຈຸດທີ່ເປັນເອກະລັກສະເພາະຂອງຮ່າໂນ້ຍ”.
ພາບຖ່າຍ ຮ່າໂນ້ຍ ໃນຄວາມຊົງຈຳຂອງນັກຖ່າຍຮູບ ເລບິ໊ກ - ảnh 3
ບໍ່ອາດຫຼົງລືມກິ່ນຫອມຂອງດອກຕີນເປັດພ້ອມກັບສຽງລະຄັງຂອງໂບດໃນຍາມຄ້າຍແລງ …
ພາບຖ່າຍ ຮ່າໂນ້ຍ ໃນຄວາມຊົງຈຳຂອງນັກຖ່າຍຮູບ ເລບິ໊ກ - ảnh 4
ຂ້າພະເຈົ້າໄດ້ຮັກສາໄວ້ໃນໃຈກ່ຽວກັບຮູບພາບນາງສາວນ້ອຍຂີ່ລົດຖີບໄປຕາມຖະໜົນ, ສຽງກະລິ່ງຂອງລົດໄຟນຳໃຊ້ໄຟຟ້າ, ສີສັນຂອງການຍິງບັ້ງໄຟດອກຊົມເຊີຍວັນໄດ້ຮັບໄຊຊະນະ. ແລະຂ້າພະເຈົ້າກໍ່ເຈັບປວດຢູ່ໃນໃຈເມື່ອເຫັນຄວາມງາມຂອງຮ່າໂນ້ຍ ໃນເມື່ອກ່ອນພວມຄ່ອຍໆຖືກສູນຫາຍ ແລະ ຖືກຫຼົງລື່ມໄປໂດຍບໍ່ໄດ້ຕັ້ງໃຈ…
ພາບຖ່າຍ ຮ່າໂນ້ຍ ໃນຄວາມຊົງຈຳຂອງນັກຖ່າຍຮູບ ເລບິ໊ກ - ảnh 5
“ຕາມການເວລາ, ຂ້າພະເຈົ້າໄດ້ ແລະ ພວມຖ່າຍບັນດາຊຸດຮູບກ່ຽວກັບຄວາມງາມ, ສິ່ງຍອດຍິ່ງ ແລະ ສີສັນຂອງຮ່າໂນ້ຍ ເພື່ອໃຫ້ພວກເຮົາມີຄວາມຮັກຕໍ່ຮ່າໂນ້ຍ ຫຼາຍກວ່າ, ເຄົາລົບບັນດາສິ່ງທີ່ພວກເຮົາມີໃນທຸກວັນນີ້”
ພາບຖ່າຍ ຮ່າໂນ້ຍ ໃນຄວາມຊົງຈຳຂອງນັກຖ່າຍຮູບ ເລບິ໊ກ - ảnh 6
ຂ້າພະເຈົ້າໄດ້ເຫັນຄາວຍັງເປັນເດັກ
ພາບຖ່າຍ ຮ່າໂນ້ຍ ໃນຄວາມຊົງຈຳຂອງນັກຖ່າຍຮູບ ເລບິ໊ກ - ảnh 7
ຮ່າໂນ້ຍ ສະເຫຼີມສະຫຼອງ 60 ປີແຫ່ງວັນປົດປ່ອຍນະຄອນຫຼວງ
ພາບຖ່າຍ ຮ່າໂນ້ຍ ໃນຄວາມຊົງຈຳຂອງນັກຖ່າຍຮູບ ເລບິ໊ກ - ảnh 8
ຍາມຄ່ຳຄືນຢູ່ຂົວ ລອງບຽນ
ພາບຖ່າຍ ຮ່າໂນ້ຍ ໃນຄວາມຊົງຈຳຂອງນັກຖ່າຍຮູບ ເລບິ໊ກ - ảnh 9
ຮ່າໂນ້ຍ ທີ່ງຽບສະຫງັດ
ພາບຖ່າຍ ຮ່າໂນ້ຍ ໃນຄວາມຊົງຈຳຂອງນັກຖ່າຍຮູບ ເລບິ໊ກ - ảnh 10
ຍາມຄ້າຍແລງຢູ່ໜອງ ຮ່ວານກ໊ຽມ
ພາບຖ່າຍ ຮ່າໂນ້ຍ ໃນຄວາມຊົງຈຳຂອງນັກຖ່າຍຮູບ ເລບິ໊ກ - ảnh 11
ຮ່າໂນ້ຍ ຍາມໃກ້ຈະຮອດບຸນເຕັດ
ພາບຖ່າຍ ຮ່າໂນ້ຍ ໃນຄວາມຊົງຈຳຂອງນັກຖ່າຍຮູບ ເລບິ໊ກ - ảnh 12
ຕ້ອນຮັບແຂກໃນຕອນເຊົ້າວັນທີ 1 ບຸນເຕັດ
ພາບຖ່າຍ ຮ່າໂນ້ຍ ໃນຄວາມຊົງຈຳຂອງນັກຖ່າຍຮູບ ເລບິ໊ກ - ảnh 13
ໂບດໃຫຍ່

ຕອບກັບ

ຂ່າວ/ບົດ​ອື່ນ