ລະດູບານໃໝ່ຂຶ້ນພູສັກສິດ, ຢ້ຽມຊົມດອກເໝີຍເຫຼືອງ

(VOVWORLD) -ເມື່ອໄປຢ້ຽມຢາມ ອຽນຕື (ນະຄອນ ອວງບິ໊, ແຂວງ ກວາງນິງ) ໃນຍາມລະດູບານໃໝ່, ນັກທ່ອງທ່ຽວບໍ່ພຽງແຕ່ໄດ້ກາບໄຫວ້ພາວະນາເທົ່ານັ້ນ, ຫາກຍັງໄດ້ຊົມຕົ້ນດອກເໝີຍເຫຼືອງທີ່ເປັນເອກະລັກເພາະຂອງເຂດດິນແດນແຫ່ງສັດສິດ ອຽນຕື ແຫ່ງນີ້ນຳອີກ.
ລະດູບານໃໝ່ຂຶ້ນພູສັກສິດ, ຢ້ຽມຊົມດອກເໝີຍເຫຼືອງ - ảnh 1
ດອກເໝີຍເຫຼືອງ ອຽນຕື, ແມ່ນດອກໄມ້ຊະນິດພິເສດຂອງເຂດພູ ອຽນຕື, ເຊິ່ງເກີດຢັ່ງຢາຍໃນປ່າ, ຢູ່ຜາຫີນທຸລະກັນດານ.
ລະດູບານໃໝ່ຂຶ້ນພູສັກສິດ, ຢ້ຽມຊົມດອກເໝີຍເຫຼືອງ - ảnh 2
ກ່ຽວກັບຕົ້ນກຳເນີດຂອງປ່າດອກເໝີຍມີເລື່ອງເລົ່າວ່າ: “ໃນສະຕະວັດທີ 13, ພາຍຫຼັງເຈົ້າຊີວິດ ເຈີ່ນເຍີນຕົງ ສະຫຼະບັນລັງໃຫ້ລູກຊາຍ ແລະ ຂຶ້ນພູ ອຽນຕື ບວດ, ເຈົ້າຊີວິດອົງນີ້ໄດ້ພ້ອມກັບພຸດທະສາສະນິກກະຊົນປູກຕົ້ນດອກເໝີຍເຫຼືອງເປັນຈຳນວນຫຼວງຫຼາຍ. ພາຍຫຼັງເວລາກວ່າ 7 ທົດສະຕະວັດ, ບັນດາຕົ້ນດອກເໝີຍໄດ້ອອກແມ່ແຜ່ຕົ້ນເປັນປ່າດອກເໝີຍ”.
ລະດູບານໃໝ່ຂຶ້ນພູສັກສິດ, ຢ້ຽມຊົມດອກເໝີຍເຫຼືອງ - ảnh 3
ເສັ້ນທາງຍາວກວ່າ 10 ກມ ຈາກທາງຫຼວງເລກທີ 18 ລ້ຽວເຂົ້າຕີນພູ ອຽນຕື ແມ່ນບັນດາສວນຕົ້ນດອກເໝີຍ ເຊິ່ງໄດ້ຂະຫຍາຍແນວພັນຈາກບັນດາຕົ້ນດອກເໝີຍເຫຼືອງທີ່ມີອາຍຸຫຼາຍປີ, ເຊິ່ງໄດ້ສ້າງຄວາມປະທັບໃຈທີ່ບໍ່ອາດລົງຫຼືມໄດ້ສຳລັບນັກທ່ອງທ່ຽວ.
ລະດູບານໃໝ່ຂຶ້ນພູສັກສິດ, ຢ້ຽມຊົມດອກເໝີຍເຫຼືອງ - ảnh 4
ທ່ານ ຟ້າມວັນທັ໊ງ, ອາຍຸ 54 ປີ, ແມ່ນໜຶ່ງໃນບັນດາຜູ້ເຂົ້າຮ່ວມການຂະຫຍາຍແນວພັນປູກ ແລະ ປູກຕົ້ນດອກເໝີຍທຳອິດຢູ່ນະຄອນ ອວງບິ໊.
ລະດູບານໃໝ່ຂຶ້ນພູສັກສິດ, ຢ້ຽມຊົມດອກເໝີຍເຫຼືອງ - ảnh 5
ດອກເໝີຍເຫຼືອງ
ລະດູບານໃໝ່ຂຶ້ນພູສັກສິດ, ຢ້ຽມຊົມດອກເໝີຍເຫຼືອງ - ảnh 6
ປີ 2012, ແຂວງ ກວາງນິງ ໄດ້ອະນຸມັດຜ່ານໂຄງການອະນຸລັກຮັກສາດອກເໝີຍເຫຼືອງ ອຽນຕື, ດ້ວຍເປົ້າໝາຍນຳຕົ້ນດອກເໝີຍເຫຼືອງໃຫ້ກາຍເປັນດອກໄມ້ທີ່ເປັນເອກະລັກສະເພາະສຳລັບເຂດດິນແດນແຫ່ງນີ້.
ລະດູບານໃໝ່ຂຶ້ນພູສັກສິດ, ຢ້ຽມຊົມດອກເໝີຍເຫຼືອງ - ảnh 7
ລະດູບານໃໝ່ຂຶ້ນພູສັກສິດ, ຢ້ຽມຊົມດອກເໝີຍເຫຼືອງ - ảnh 8
ປະຈຸບັນ, ຢູ່ ອຽນຕື ມີຕົ້ນດອກເໝີຍທີ່ມີອາຍຸກວ່າ 100 ປີກວ່າ 20 ຕົ້ນໄດ້ຮັບການຮັບຮອງເອົາວ່າແມ່ນຕົ້ນໄມ້ມໍລະດົກ.
ລະດູບານໃໝ່ຂຶ້ນພູສັກສິດ, ຢ້ຽມຊົມດອກເໝີຍເຫຼືອງ - ảnh 9
ລະດູບານໃໝ່ຂຶ້ນພູສັກສິດ, ຢ້ຽມຊົມດອກເໝີຍເຫຼືອງ - ảnh 10
ລະດູບານໃໝ່ຂຶ້ນພູສັກສິດ, ຢ້ຽມຊົມດອກເໝີຍເຫຼືອງ - ảnh 11
ລະດູບານໃໝ່ຂຶ້ນພູສັກສິດ, ຢ້ຽມຊົມດອກເໝີຍເຫຼືອງ - ảnh 12
ຍິ່ງຂຶ້ນໄປບ່ອນສູງ, ອາກາດກໍ່ຍິ່ງເຢັນ ສະນັ້ນບັນດາຕົ້ນດອກເໝີຍຢູ່ເຂດວັດ ຮວາອຽນ ຈະບານຊ້າກວ່າທຳມະດາ.
ລະດູບານໃໝ່ຂຶ້ນພູສັກສິດ, ຢ້ຽມຊົມດອກເໝີຍເຫຼືອງ - ảnh 13
ບັນດາຕົ້ນດອກເໝີຍເຫຼືອງທີ່ມີອາຍຸຫຼາຍປີໄດ້ກາຍເປັນຮູບພາບທີ່ເປັນເອກະລັກສະເພາະຕິດພັນກັບດິນແດນແຫ່ງຄວາມສັກສິດ ອຽນຕື - ເຂດດິນບັນພະບຸລຸດສາສະໜາພຸດນິກາຍຈຸກເລິມ.

ຕອບກັບ

ຂ່າວ/ບົດ​ອື່ນ