ລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ”
(VOVWORLD) - ລາຍການລວມມີ 3 ຫົວຂໍ້ຕົ້ນຕໍຄື: ຈິດສຳນຶກທະເລ; ຫວຽດນາມ ມຸ່ງໄປສູ່ຄວາມຮັ່ງມີຈາກທະເລ, ຫວຽດນາມ ມຸ່ງໄປສູ່ຄວາມເຂັ້ມແຂງກ່ຽວກັບທະເລ.
ເວລາ 20 ໂມງຕອນຄ່ຳວັນທີ 12 ສິ່ງຫາທີ່ຈະມາເຖິງ, ຢູ່ທ່າກຳປັ່ນ ທະຫານ ຍາຈາງ ທີ່ແຂວງແຄັ້ງຮ່ວາ, ແຂກທ່ອງທ່ຽວ ແລະ ຊາວນະຄອນຍາຈາງ ກໍ່ຄື ຜູ້ຊົມຜູ້ຟັງໃນທົ່ວປະເທດ ຈະໄດ້ຊົມລາຍການພົບປະແລກປ່ຽນສະແດງສິລະປະລະດັບຊາດດ້ວຍຫົວຂໍ້ “ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ”. ລາຍການໂດຍວິທະຍຸກະຈາຍສຽງ ຫວຽດນາມ, ຄະນະໂຄສະນາສຶກສາສູນກາງພັກ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ຄະນະກຳມະການປະຊາຊົນແຂວງ ແຄັ້ງຮ່ວາ ສົມທົບກັນຈັດຂຶ້ນ.
![ລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ” - ảnh 1](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2023_08_11/media/a1ggej_pnam.jpg) |
ໃນໄລຍະທີ່ຜ່ານມາ, ບັນດາຝ່າຍທີ່ກ່ຽວຂ້ອງ ໄດ້ຈັດການປະຊຸມຫຼາຍຄັ້ງເພື່ອກະກຽມໃຫ້ແກ່ເຫດການນີ້. ກອງປະຊຸມຄະນະຊີ້ນຳຄະນະຈັດຕັ້ງລາຍການ “ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ” ຖືກຈັດຕັ້ງຢູ່ສະຖານທີ່ຖ່າຍທອດ ເຮືອນເລກທີ 58 ຖະໜົນກວານຊື, ຮ່າໂນ້ຍ. |
![ລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ” - ảnh 2](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2023_08_11/media/2_rera.jpg) |
ທ່ານຜູ້ອຳນວຍການໃຫຍ່ VOV ໂດຕຽນຊີ ເນັ້ນໜັກວ່າ ລາຍການແນໃສ່ສືບຕໍ່ຫຼໍ່ຫຼອມຄວາມເອກອ້າງທະນົງໃຈ, ການເຊີດຊູຊາດຕົນເອງ, ເຈດຈຳນົງຕັດສິນໃຈປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະຂອງປະເທດຊາດ ແລະ ຍົກສູງສະຕິການຮັກສາ ແລະ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຫຼາຍຮູບຫຼາຍແບບຂອງທະເລໝູ່ເກາະ ຫວຽດນາມ ໃຫ້ແກ່ປະຊາຊົນທຸກຊັ້ນຄົນໃນທົ່ວປະເທດ. |
![ລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ” - ảnh 3](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2023_08_11/media/3_dflr.jpg) |
ບັນດານັກສິລະປິນໃນວົງດົນຕີຂອງ VOV ພວມຮີບຮ້ອນ ຝືກແອບໃຫ້ແກ່ລາຍການນັບແຕ່ວັນທີ 5 ສິງຫາ. |
![ລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ” - ảnh 4](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2023_08_11/media/4_zvqi.jpg) |
ທາງດ້ານດົນຕີຂອງລາຍການໂດຍນັກດົນຕີ ຢວານງວຽນຊີ້ນຳ. ຕາມທ່ານແລ້ວ, ລາຍການດົນຕີຂອງເຫດການນີ້ ແມ່ນເຮັດຕາມທຳນອງ Rock, symphony ສົມທົບກັນລະຫວ່າງການ ເຂົ້າຮ່ວມຂອງກຸ່ມດົນຕີທຳນອງ Rock ກັບດົນຕີປະສານສຽງຂອງນັກຮ້ອງ VOV |
![ລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ” - ảnh 5](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2023_08_11/media/5_vinr.jpg) |
ລາຍການນີ້ຄາດວ່າຈະເຊື້ອເຊີນບັນດານັກດົນຕີ, ກອງດົນຕີທີ່ມີຊື່ສຽງຄື, ກອງດົນຕີ ບຶກເຕື່ອງ, ນັກຮ້ອງຮ່າເຈິ່ນ, ກອງດົນຕີ MTV, ນັກຮ້ອງດົງຍີ, ດົງຮຸ່ງ… |
![ລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ” - ảnh 6](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2023_08_11/media/6_rhlj.jpg) |
ຂຶ້ນຕົ້ນລາຍການຈະແມ່ນເພງຕິດຕໍ່ກັນ “ຫວຽດນາມ ໃນໃຈຂອງຂ້າພະເຈົ້າ - ຂັບຮ້ອງ ກ່ຽວກັບທະເລບ້ານເກີດເມືອງນອນ - ທະເລຍາມສາຍັນ” ໂດຍນັກຮົບດົງຍີ - ຮ່າເຈິ່ນ - ຟອງ Windy ພ້ອມກັບວົງດົນຕີປະສານສຽງສະແດງ |
![ລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ” - ảnh 7](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2023_08_11/media/7_tqhb.jpg) |
ປັດຈຸບັນ ເວທີສະແດງ ຢູ່ທ່າກຳປັ່ນ ທະຫານ ຍາຈາງໃນ ພື້ນຖານແລ້ວກໍ່ໄດ້ເຮັດສຳເລັດພ້ອມແລ້ວທີ່ຈະຮັບໃຊ້ມວນຊົນດ້ວຍລາຍການທີ່ມີຄວາມໝາຍແລະເປັນເອກະລັກ. |
![ລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ” - ảnh 8](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2023_08_11/media/8_mzkw.jpg) |
ລາຍການສະແດງຈະເອົາຫນ້າຂົວທຽບທ່າເປັນເວທີສະແດງຫຼັກ ພ້ອມກັບເຮືອບາງລຳຂອງກຳລັງກອງທັບເຮືອ, ຕຳຫຼວດທະເລ, ທະຫານປ້ອງກັນຊາຍແດນ… |
![ລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ” - ảnh 9](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2023_08_11/media/9_qdbq.jpg) |
ລາຍການຈະດຶງດູດການເຂົ້າຮ່ວມຂອງປະມານ 1500 ຄົນ ສັງກັດ ກອງທັບເຮືອ, ຕຳຫຼວດທະເລ, ທະຫານປ້ອງກັນຊາຍແດນ, ຊາວປະມົງ, ຊາວໜຸ່ມ, ນັກຮຽນ, ນັກສຶກສາໃນບໍລິເວນແຂວງ ແຄັ້ງຮ່ວາ. |
![ລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ” - ảnh 10](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2023_08_11/media/10_yybl.jpg) |
ກຳລັງກູ້ໄພອຽດກຽວ ຖືກລະດົມມາຮັບໃຊ້ລາຍການ “ ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ”. |
![ລາຍການພົບປະແລກປ່ຽນສະແດງສິລະປະ “ຮັ່ງມີເຂັ້ມແຂງ ຈາກທະເລບ້ານເກີດເມືອງນອນ” - ảnh 11](https://photo-cms-vovworld.zadn.vn/w730/uploaded/vovworld/gtnjgu/2023_08_11/media/11_jwtb.jpg) |
ລາຍການລວມມີ 3 ຫົວຂໍ້ຕົ້ນຕໍ່ຄື: ຈິດສຳນຶກທະເລ; ຫວຽດນາມ ມຸ່ງໄປສູ່ຄວາມຮັ່ງມີຈາກທະເລ, ຫວຽດນາມ ມຸ່ງໄປສູ່ຄວາມເຂັ້ມແຂງກ່ຽວກັບທະເລ. ນີ້ແມ່ນຮູບຖ່າຍເຂດເວທີສະແດງຫຼັກຂອງລາຍການຊຶ່ງອ້ອມແອ້ມແມ່ນບັນດາກຳປັ່ນຂອງກຳທັບເຮືອ, ຕຳຫຼວດທະເລ, ທະຫານປ້ອງກັນຊາຍແດນ. |