ວິຫານ ເທື້ອງຖາຍເຊີນ ເຊິ່ງແມ່ນບ່ອນບູຊາລາຊະທິດາຂອງປະເທດລາວ.

(VOVWORLD) - ວິຫານ ເທື້ອງຖາຍເຊີນ ແມ່ນບ່ອນບູຊາລາຊະທິດາຂອງປະເທດລາວ ເຊິ່ງແມ່ນບຸດຍິງຂອງເຈົ້າຊີວິດແຫ່ງລາຊະອານາຈັກລ້ານຊ້າງ. ຕາມການເລົ່າຂານກັນມາວ່າ, ໃນສະໄໝເຈົ້າຊີວິດ ເລແທັ໊ງຕົງ (1460 -1491), ພະນາງໄດ້ຮັບການມອບໝາຍໜ້າທີ່ຈາກພະບິດາໃຫ້ນຳຝຸງຊ້າງມາຝຶກແອບໃຫ້ປະເທດ ດ້າຍຫວຽດ ໝາຍເຖິງປະເທດຫວຽດນາມ ໃນປັດຈຸບັນ. ເມື່ອຝຶກແອບ ແລະ ມອບຮັບຝຸງຊ້າງສຳເລັດ. ບົນເສັ້ນທາງກັບເມືອປະເທດພະນາງໄດ້ຖືກເຈັບໜັກ ແລະ ໄດ້ສະຫວັນນະຄົດ. ເພື່ອອາໄລຫາຄຸນງາມຄວາມດີຂອງລາຊະທິດາ ຂອງປະເທດລາວ, ເຈົ້າຊີວິດ ເລແທັ໊ງຕົງ ໄດ້ໃຫ້ພວກເສນາອາມາດທຳພິທີປົງສົບ ແລະ ໃຫ້ກໍ່ສ້າງສຸສານ,ພ້ອມທັງປຸກສ້າງວິຫານບູຊາລາຊະທິດາ ຢູ່ເມືອງ ຍໍກວານ ແຂວງ ນິງບິ່ງ. 
ວິຫານ ເທື້ອງຖາຍເຊີນ ເຊິ່ງແມ່ນບ່ອນບູຊາລາຊະທິດາຂອງປະເທດລາວ. - ảnh 1ວິຫານເທື້ອງຖາຍເຊີນຖືກຕັ້ງຢູ່ບົນໂນນເດ່ນໃນທ່າມກາງເຂດບ້ານນາທີ່ສະຫງົບງຽບ ດ້ວຍພູຜາທີ່ໃຫຍ່ໂຕມະໂຫຖານ.
ວິຫານ ເທື້ອງຖາຍເຊີນ ເຊິ່ງແມ່ນບ່ອນບູຊາລາຊະທິດາຂອງປະເທດລາວ. - ảnh 2
ວິຫານມຸ່ງໜ້າສູ່ທາງທິດໃຕ້, ຖືກປຸກສ້າງໃນສະໄໝເຈົ້າຊີວິດ ເລແທັ໊ງຕົງ (1460 – 1497).
ວິຫານ ເທື້ອງຖາຍເຊີນ ເຊິ່ງແມ່ນບ່ອນບູຊາລາຊະທິດາຂອງປະເທດລາວ. - ảnh 3
: ວິຫານບູຊາລາຊະທິດາຂອງປະເທດລາວ ໄດ້ຮັບການຮັບຮອງແມ່ນປູຊະນີຍະສະຖານລະດັບແຂວງ ຈາກຄະນະກຳມະການປະຊາຊົນແຂວງ ນິງບິ່ງ ເມືອປີ 2007.
ວິຫານ ເທື້ອງຖາຍເຊີນ ເຊິ່ງແມ່ນບ່ອນບູຊາລາຊະທິດາຂອງປະເທດລາວ. - ảnh 4
ແຕ່ລະເດືອນຮອດວັນເພັງ ຫຼື ວັນທີ 1 ໂດຍໄລ່ຕາມຈັນທະປະຕິທິນ, ລຸງ ດິງເຖດວານ ຜູ້ເຝົ້າຍາມຢູ່ວິຫານກໍ່ໄດ້ປັດກວາດ ເຮັດອານະໄມທຳຄວາມສະອາດ ແລະ ຈູດທູບໄຕ້ທຽນບູຊາ.
ວິຫານ ເທື້ອງຖາຍເຊີນ ເຊິ່ງແມ່ນບ່ອນບູຊາລາຊະທິດາຂອງປະເທດລາວ. - ảnh 5
ວິຫານ ເທື້ອງຖາຍເຊີນ ເຊິ່ງແມ່ນບ່ອນບູຊາລາຊະທິດາຂອງປະເທດລາວ. - ảnh 6
ວິຫານ ເທື້ອງຖາຍເຊີນ ເຊິ່ງແມ່ນບ່ອນບູຊາລາຊະທິດາຂອງປະເທດລາວ. - ảnh 7
ວິຫານຖືກກໍ່ສ້າງດ້ວຍການມຸງດິນຂໍ, ເຊິ່ງຖືກຄ້ຳດ້ວຍລະບົບເສົາໃຫຍ່ 4 ເສົາ ແລະ ເສົານ້ອຍ 12 ເສົາເຊິ່ງລ້ວນແຕ່ເຮັດດ້ວຍໄມ້ກະຈະ, ທັງໝົດກໍ່ຖືກແກະຄວັກສະຫຼັກຮູບມັງກອນ ແລະ ລວດລາຍ ຕ່າງໆ ທີ່ສວຍງາມ
ວິຫານ ເທື້ອງຖາຍເຊີນ ເຊິ່ງແມ່ນບ່ອນບູຊາລາຊະທິດາຂອງປະເທດລາວ. - ảnh 8
ປູຊະນີຍະສະຖານຍັງເກັບຮັກສາວັດຖຸເຄື່ອງຂອງຮັບໃຊ້ການບູຊາ ທີ່ມີຄ່າຫາຍາກ, ພິເສດແມ່ນພະລາຊະດຳລັດໃນສະໄໝລາຊະວົງ ຫງວຽນ ຈຳນວນ 5 ແຜ່ນ, ໃນນັ້ນມີພະລາຊະດຳລັດລົງວັນທີ 12 ມັງກອນ ປີ 1852 ແລະ ພະລາຊະດຳລັດລົງວັນທີ່ 25 ກໍລະກົດປີ 1924. ພະລາຊະດຳລັດສອງແຜ່ນ ກໍ່ແມ່ນພະລາຊະດຳລັດປະດັບຍົດສັກໃຫ້ລາຊະທິດາ.
ວິຫານ ເທື້ອງຖາຍເຊີນ ເຊິ່ງແມ່ນບ່ອນບູຊາລາຊະທິດາຂອງປະເທດລາວ. - ảnh 9
ວິຫານ ເທື້ອງຖາຍເຊີນ ເຊິ່ງແມ່ນບ່ອນບູຊາລາຊະທິດາຂອງປະເທດລາວ. - ảnh 10
ພິເສດຢູ່ຫໍບູຊາທາງຫຼັງຂອງວິຫານ ກໍ່ມີຮູບແຕ້ມພັນລະນາກ່ຽວກັບຄຸນງາມຄວາມດີຂອງລາຊະທິດາ ປະເທດລາວ
ວິຫານ ເທື້ອງຖາຍເຊີນ ເຊິ່ງແມ່ນບ່ອນບູຊາລາຊະທິດາຂອງປະເທດລາວ. - ảnh 11
ວິຫານ ເທື້ອງຖາຍເຊີນ ເຊິ່ງແມ່ນບ່ອນບູຊາລາຊະທິດາຂອງປະເທດລາວ. - ảnh 12
ສຸສານຂອງລາຊະທິດາ.

ຕອບກັບ

ຂ່າວ/ບົດ​ອື່ນ