ສິລະປະກຳຍຸກປະຈຸບັນທີ່ເປັນເອກະລັກໃນຫໍສະພາແຫ່ງຊາດ

(VOVWORLD) - ໂຄງການໄດ້ຮັບການປະຕິບັດໂດຍນັກສິລະປະການ 15 ຄົນດ້ວຍ 22 ຜະລິດຕະພັນສິລະປະກຳຍຸກປະຈຸບັນທີ່ຫາກໍນຳສະເໜີຕົວຕໍ່ແຂກຄົນເມື່ອທ້າຍປີ 2018. ເປັນຄັ້ງທຳອິດທີ່ຫໍສະພາແຫ່ງຊາດຫວຽດນາມມີການປະດັບປະດາດ້ວຍສິລະປະທີ່ມີຂອບຂະໜາດໃຫຍ່ ແລະ ເປັນເອກະລັກເຊັ່ນນັ້ນ. 

ດ້ວຍຄວາມຍາວກວ່າ 500 ແມັດຂອງ 3 ສາຍທາງໃຕ້ດິນໃນ ຫໍສະພາແຫ່ງຊາດ, ຖືກປະດັບປະດາດ້ວຍບັນດາຜະລິດຕະພັນຫຼາກຫຼາຍສີສັນ ຈາກພາບສີນ້ຳມັນ, ພາບຈິດຕະກຳຖືກຈັດວາງຢ່າງງາມຕາ, ການສາຍວີດີໂອຕາມແພໄໝ, ຮູບແກະຄວັດສະຫຼັກ...ອັນໄດ້ສ່ອງແສງເຖິງບັນດາມູນມອງທີ່ໃໝ່ອ່ຽມຂອງສິລະປະຍຸກປະຈຸບັນທີ່ມີຕໍ່ບັນດາຄຸນຄ່າມໍລະດົກວັດທະນະທຳ, ສະຖາປັດຕະຍະກຳ, ສິລະປະຊົນເຜົ່າ

ສິລະປະກຳຍຸກປະຈຸບັນທີ່ເປັນເອກະລັກໃນຫໍສະພາແຫ່ງຊາດ - ảnh 1

ສິລະປະກຳຍຸກປະຈຸບັນທີ່ເປັນເອກະລັກໃນຫໍສະພາແຫ່ງຊາດ - ảnh 2

 ບັນດາກຸ່ມຜະລິດຕະພັນຖືກຈັດວາງທີ່ມີຂອບຂະໜາດໃຫຍ່, ອັນໄດ້ສ້າງ ເປັນຫໍພິພິທະພັນສິລະປະຍຸກປະຈຸບັນ. ຢູ່ທີ່ນີ້, ບໍ່ພຽງແຕ່ສະແດງໃຫ້ເຫັນຄວາມລະອຽດອ່ອນທາງດ້ານສິລະປະ, ສີມືອັນຄ່ອງແຄ້ວຂອງບັນດານັກສິລະປະການເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນຄວາມເປັນເອກະລັກຂອງມໍລະດົກວັດທະນະທຳໃນອະດີດ ແລະ ຍຸກປະຈຸບັນອີກດ້ວຍ. 

ສິລະປະກຳຍຸກປະຈຸບັນທີ່ເປັນເອກະລັກໃນຫໍສະພາແຫ່ງຊາດ - ảnh 3

ສິລະປະກຳຍຸກປະຈຸບັນທີ່ເປັນເອກະລັກໃນຫໍສະພາແຫ່ງຊາດ - ảnh 4

 ນັບແຕ່ເວລາລົງມືປະຕິບັດໂຄງການເປັນເວລາກ່ວາ 3 ເດືອນ, ບັນດານັກສິລະປະການພ້ອມກັບຜູ້ຊ່ວຍດ້ານເຕັກນິກ ແລະ ນາຍຊ່າງທີ່ຊຳນານງານ ກວ່າ 100 ຄົນທີ່ມາຈາກແຂວງທ້າຍບີງ, ເຫ້ວ ແລະ ຮ່າໂນ້ຍ ໄດ້ພະຍາຍາມເຮັດທັງເວັນ ແລະ ຄືນເພື່ອສຳເລັດບັນດາຜະລິດຕະພັນຕາມການອອກແບບໃນເຂດໃຕ້ດິນທີ່ຫໍສະພາແຫ່ງຊາດ.

ສິລະປະກຳຍຸກປະຈຸບັນທີ່ເປັນເອກະລັກໃນຫໍສະພາແຫ່ງຊາດ - ảnh 5

 ຜະລິດຕະພັນສິລະປະກຳ ໄດ້ສະແດງໃຫ້ເຫັນບັນດາມູນມອງກ່ຽວກັບມໍລະດົກຜ່ານ ສິລະປະກຳຍຸກປະຈຸບັນ, ແມ່ນການເຊື່ອມຕໍ່ລະຫວ່າງສິລະປະໃນສະໄໝບູຮານກັບຍຸກປະຈຸບັນ.

ສິລະປະກຳຍຸກປະຈຸບັນທີ່ເປັນເອກະລັກໃນຫໍສະພາແຫ່ງຊາດ - ảnh 6

 ຈິດຕະກອນ ຫງວຽນເທ້ເຊີນ ແບ່ງປັນວ່າ ເມື່ອໄດ້ໃຫ້ຄຳໝັ້ນໝາຍປະຕິບັດ, ສິ່ງທ້າທາຍອັນໃຫຍ່ຫຼວງສຳລັບລາວ ແລະ ບັນດາເພື່ອນຮ່ວມງານ ແມ່ນເຮັດແນວໃດເພື່ອສ້າງບັນດາຜະລິດຕະພັນທີ່ມີຄຸນຄ່າທາງດ້ານສິລະປະ, ທັງມີລັກສະນະແນວຄິດສູງ ເພາະວ່າ ນີ້ແມ່ນສູນກາງການເມືອງວັດທະນະທຳທີ່ສຳຄັນຂອງປະເທດຊາດ.

     ຄາດວ່າ ຜະລິດຕະພັນສິລະປະກຳນີ້ ຈະຖືກຫ້ອງວ່າການສະພາແຫ່ງຊາດເລືອກເອົາເປັນບ່ອນທຳອິດໃນການມາຢ້ຽມຢາມ ຫໍສະພາແຫ່ງຊາດໃນໄລຍະທີ່ຈະມາເຖິງ…

     ຜະລິດຕະພັນສິລະປະກຳບາງຢ່າງ:

ສິລະປະກຳຍຸກປະຈຸບັນທີ່ເປັນເອກະລັກໃນຫໍສະພາແຫ່ງຊາດ - ảnh 7
ສິລະປະກຳຍຸກປະຈຸບັນທີ່ເປັນເອກະລັກໃນຫໍສະພາແຫ່ງຊາດ - ảnh 8
ສິລະປະກຳຍຸກປະຈຸບັນທີ່ເປັນເອກະລັກໃນຫໍສະພາແຫ່ງຊາດ - ảnh 9
ສິລະປະກຳຍຸກປະຈຸບັນທີ່ເປັນເອກະລັກໃນຫໍສະພາແຫ່ງຊາດ - ảnh 10
ສິລະປະກຳຍຸກປະຈຸບັນທີ່ເປັນເອກະລັກໃນຫໍສະພາແຫ່ງຊາດ - ảnh 11
ສິລະປະກຳຍຸກປະຈຸບັນທີ່ເປັນເອກະລັກໃນຫໍສະພາແຫ່ງຊາດ - ảnh 12
ສິລະປະກຳຍຸກປະຈຸບັນທີ່ເປັນເອກະລັກໃນຫໍສະພາແຫ່ງຊາດ - ảnh 13
ສິລະປະກຳຍຸກປະຈຸບັນທີ່ເປັນເອກະລັກໃນຫໍສະພາແຫ່ງຊາດ - ảnh 14
ສິລະປະກຳຍຸກປະຈຸບັນທີ່ເປັນເອກະລັກໃນຫໍສະພາແຫ່ງຊາດ - ảnh 15
ສິລະປະກຳຍຸກປະຈຸບັນທີ່ເປັນເອກະລັກໃນຫໍສະພາແຫ່ງຊາດ - ảnh 16
ສິລະປະກຳຍຸກປະຈຸບັນທີ່ເປັນເອກະລັກໃນຫໍສະພາແຫ່ງຊາດ - ảnh 17
ສິລະປະກຳຍຸກປະຈຸບັນທີ່ເປັນເອກະລັກໃນຫໍສະພາແຫ່ງຊາດ - ảnh 18
ສິລະປະກຳຍຸກປະຈຸບັນທີ່ເປັນເອກະລັກໃນຫໍສະພາແຫ່ງຊາດ - ảnh 19
ສິລະປະກຳຍຸກປະຈຸບັນທີ່ເປັນເອກະລັກໃນຫໍສະພາແຫ່ງຊາດ - ảnh 20

ຕອບກັບ

ຂ່າວ/ບົດ​ອື່ນ