ສວນສາທາລະນະທໍລະນີລ້າງເຊີນໄດ້ຮັບການຮັບຮອງແມ່ນສວນສາທາລະນະທໍລະນີທົ່ວໂລກ UNESCO

(VOVWORLD) - ຫວ່າງແລ້ວນີ້, ສະພາສວນສາທາລະນະທໍລະນີທົ່ວໂລກຕີລາຄາ,ລົງມະຕິຮັບຮອງເອົາສວນສາທາລະນະທໍລະນີລ້າງເຊີນເປັນສວນສາທາລະນະທໍລະນີທົ່ວໂລກ UNESCO.
ສວນສາທາລະນະທໍລະນີລ້າງເຊີນໄດ້ຮັບການຮັບຮອງແມ່ນສວນສາທາລະນະທໍລະນີທົ່ວໂລກ UNESCO - ảnh 1

ສວນສາທາລະນະທໍລະນີ ລ້າງເຊີນມີບໍລິເວນຂຶ້ນກັບ 8 ເມືອງ, ນະຄອນຄື: ບັກເຊີນ, ຈີລັງ, ຮຶວລຸງ, ໂລກບິ່ງ, ວັນກວານ ແລະ ນະຄອນ ລ້າງເຊີນ ດ້ວຍຍອດເນື້ອທີ່ 4.842,58 ຕາລາງກີໂລແມັດ, ທຽບເທົ່າກັບປະມານ 58%ເນື້ອທີ່ ແລະ 78% ຈຳນວນປະຊາກອນທົ່ວແຂວງ.

ສວນສາທາລະນະທໍລະນີລ້າງເຊີນໄດ້ຮັບການຮັບຮອງແມ່ນສວນສາທາລະນະທໍລະນີທົ່ວໂລກ UNESCO - ảnh 2

ສວນສາທາລະນະທໍລະນີ ລ້າງເຊີນ ໂດຍຄະນະກຳມະການປະຊາຊົນແຂວງ ລ້າງເຊີນ ຕົກລົງສ້າງຕັ້ງຂຶ້ນແຕ່ປີ 2024 ດ້ວຍຫົວຂໍ້ “ກະແສຂອງສິ່ງມີຊີວິດ ຢູ່ເຂດດິນແດນແຫ່ງສັກກະລະບູຊາ” ລວມມີ 38 ສະຖານທີ່ທ່ອງທ່ຽວຂຶ້ນກັບ 4 ສາຍທ່ອງທ່ຽວ.

ສວນສາທາລະນະທໍລະນີລ້າງເຊີນໄດ້ຮັບການຮັບຮອງແມ່ນສວນສາທາລະນະທໍລະນີທົ່ວໂລກ UNESCO - ảnh 3

ສວນສາທາລະນະທໍລະນີ ລ້າງເຊີນ ມີຄວາມງາມແບບກົມກ່ຽວລະຫວ່າງທຳມະຊາດ ແລະ ການດຳລົງຊີວິດຂອງມະນຸດ.

ສວນສາທາລະນະ ທໍລະນີ ລ້າງເຊີນ ແມ່ນໜຶ່ງໃນບັນດາສວນສາທາລະນະທໍລະນີໃຫຍ່ທີ່ສຸດຢູ່ ຫວຽດນາມ ແລະ ມີຫຼາຍຄຸນຄ່າທີ່ແຕກຕ່າງກັນ. ກ່ອນອື່ນໝົດ ແມ່ນຄຸນຄ່າທໍລະນີສາດ,ລັກສະນະພິເສດຂອງດິນ, ທິວທັດທຳມະຊາດ.

ສວນສາທາລະນະທໍລະນີລ້າງເຊີນໄດ້ຮັບການຮັບຮອງແມ່ນສວນສາທາລະນະທໍລະນີທົ່ວໂລກ UNESCO - ảnh 4

ສວນສາທາລະນະທໍລະນີລ້າງເຊີນ ມີລະບົບມໍລະດົກທໍລະນີທີ່ອຸດົມສົມບູນ ແລະ ເປັນຫຼາຍຮູບຫຼາຍສີ. ພາບ: TTXVN

ສວນສາທາລະນະທໍລະນີລ້າງເຊີນໄດ້ຮັບການຮັບຮອງແມ່ນສວນສາທາລະນະທໍລະນີທົ່ວໂລກ UNESCO - ảnh 5

ໜອງ ນາເຢືອງ, ເມືອງໂລກບິ່ງໄດ້ມີມາກ່ອນນີ້ປະມານ 40 ລ້ານປີ. ພາບ: TTXVN

ສວນສາທາລະນະທໍລະນີລ້າງເຊີນໄດ້ຮັບການຮັບຮອງແມ່ນສວນສາທາລະນະທໍລະນີທົ່ວໂລກ UNESCO - ảnh 6

ສວນສາທາລະນະທໍລະນີ ລ້າງເຊີນ ມີທິວທັດທຳມະຊາດທີ່ມີຊື່ສຽງຫຼາຍແຫ່ງ ເຊິ່ງໄດ້ດຶງດູດໃຈແຂກທ່ອງທ່ຽວ (ພາບ: nhandan.vn)

ສວນສາທາລະນະທໍລະນີລ້າງເຊີນໄດ້ຮັບການຮັບຮອງແມ່ນສວນສາທາລະນະທໍລະນີທົ່ວໂລກ UNESCO - ảnh 7

ຮ່ອມພູ ບັກເຊີນ. ພາບ: langsontourism.com.vn

ສວນສາທາລະນະທໍລະນີລ້າງເຊີນໄດ້ຮັບການຮັບຮອງແມ່ນສວນສາທາລະນະທໍລະນີທົ່ວໂລກ UNESCO - ảnh 8

ກະດູກສັນຫຼັງ ໄດໂນເສົາ.ພາບ: langsontourism.com.vn

ສວນສາທາລະນະທໍລະນີລ້າງເຊີນໄດ້ຮັບການຮັບຮອງແມ່ນສວນສາທາລະນະທໍລະນີທົ່ວໂລກ UNESCO - ảnh 9

ຖ້ຳຢໍ້ (ຖ້ຳລົມ). ພາບ: langsontourism.com.vn

ທາງດ້ານວັດທະນະທຳ, ສວນສາທາລະນະມີຫຼາຍສະຖານທີ່ບູຊາເທວະດາຟ້າແຖນໃນລະບົບບູຊາພະແມ່ຕາມຝຸ, ພົ້ນເດັ່ນແມ່ນວິຫານບັກເລະ, ບັນດາໝູ່ບ້ານຊາວເຜົ່າໄຕ, ນຸ່ງ… ດ້ວຍຄວາມງາມໃນການດຳລົງຊີວິດປະຈຳວັນ, ອາຫານການກິນ, ຊຸດອາພອນ…

ສວນສາທາລະນະທໍລະນີລ້າງເຊີນໄດ້ຮັບການຮັບຮອງແມ່ນສວນສາທາລະນະທໍລະນີທົ່ວໂລກ UNESCO - ảnh 10

ວິຫານບັກເລະ. ພາບ: nhandan.vn

ສວນສາທາລະນະທໍລະນີລ້າງເຊີນໄດ້ຮັບການຮັບຮອງແມ່ນສວນສາທາລະນະທໍລະນີທົ່ວໂລກ UNESCO - ảnh 11

ພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍຢູ່ລ້າງເຊີນແນະນຳຄວາມງາມທາງດ້ານວັດທະນະທຳຂອງທ້ອງຖິ່ນ. ພາບ: nhandan.vn

ການຮັບຮອງເອົາສວນສາທາລະນະທໍລະນີສາດລ້າງເຊີນແມ່ນສວນສາທາລະນະທໍລະນີສາດທົ່ວໂລກ UNESCO ຈະຊ່ວຍໃຫ້ແຂວງລ້າງເຊີນມີກຳລັງໜູນຕື່ມອີກກໍ່ຄືກາລະໂອກາດສຸມແຫຼ່ງກຳລັງໃຫ້ຫຼາຍກວ່າອີກເພື່ອເພີ່ມທະວີ, ຍູ້ແຮງວຽກງານຄຸ້ມຄອງ, ອະນຸລັກຮັກສາແລະເສີມຂະຫຍາຍຄຸນຄ່າມໍລະດົກທໍລະນີ, ມໍລະດົກວັດທະນະທຳ, ປະຫວັດສາດ, ວັດຖຸບູຮານ, ຊີວະນາໆພັນ, ກໍ່ຄືບັນດາທັດສະນີຍະພາບພິເສດຂອງແຂວງລ້າງເຊີນ.

ຕອບກັບ

ຂ່າວ/ບົດ​ອື່ນ