ອົງມົງກຸດລາຊະກຸມມານ ເຟຣເດີຣິກ ລົງຢ້ຽມຊົມການເຮັດພາບແຕ້ມດົ່ງໂຮ່ ແລະ ຊົມການຟ້ອນຕຸກກະຕານ້ຳ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ຫວຽດນາມຢ່າງເປັນທາງການ, ຕອນບ່າຍວັນທີ 1 ພະຈິກ, ອົງມົງກຸດລາຊະກຸມມານ ເຟຣເດີຣິກ ໄດ້ໄປຢ້ຽມຢາມເຂດໜອງຮ່ວານກຽມ, ລົງຢ້ຽມຊົມການ ເຮັດພາບດົ່ງໂຮ່ ແລະ ຮັບຊົມຟ້ອນຕຸກກະຕານ້ຳ.

ອົງມົງກຸດລາຊະກຸມມານ ເຟຣເດີຣິກ ລົງຢ້ຽມຊົມການເຮັດພາບແຕ້ມດົ່ງໂຮ່ ແລະ ຊົມການຟ້ອນຕຸກກະຕານ້ຳ - ảnh 1
ອົງມົງກຸດລາຊະກຸມມານ ເຟຣເດີຣິກ ຢ້ຽມຊົມວິຫານ ງອກເຊີນ - ຮ່າໂນ້ຍ.
ອົງມົງກຸດລາຊະກຸມມານ ເຟຣເດີຣິກ ລົງຢ້ຽມຊົມການເຮັດພາບແຕ້ມດົ່ງໂຮ່ ແລະ ຊົມການຟ້ອນຕຸກກະຕານ້ຳ - ảnh 2
ອົງມົງກຸດລາຊະກຸມມານ ເຟຣເດີຣິກ ຢ້ຽມຊົມວິຫານ ງອກເຊີນ
ອົງມົງກຸດລາຊະກຸມມານ ເຟຣເດີຣິກ ລົງຢ້ຽມຊົມການເຮັດພາບແຕ້ມດົ່ງໂຮ່ ແລະ ຊົມການຟ້ອນຕຸກກະຕານ້ຳ - ảnh 3
ອົງມົງກຸດລາຊະກຸມມານ ເຟຣເດີຣິກ ຍ່າງອ້ອມໜອງຮ່ວານກຽມ
ອົງມົງກຸດລາຊະກຸມມານ ເຟຣເດີຣິກ ລົງຢ້ຽມຊົມການເຮັດພາບແຕ້ມດົ່ງໂຮ່ ແລະ ຊົມການຟ້ອນຕຸກກະຕານ້ຳ - ảnh 4
ພາຍຫຼັງຍ່າງອ້ອມໜອງຮ່ວານກຽມ, ອົງມົງກຸດລາຊະກຸມມານ ເຟຣເດີຣິກ ໄດ້ຍ່າງໄປຍັງໂຮງລະຄອນຟ້ອນຕຸກກະຕານ້ຳ ທັງລອງ. ຢູ່ທີ່ນີ້ ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ແລະ ນັກສິລະປະການແນະນຳກ່ຽວກັບສິລະປະແຕ້ມພາບດົ່ງໂຮ່
ອົງມົງກຸດລາຊະກຸມມານ ເຟຣເດີຣິກ ລົງຢ້ຽມຊົມການເຮັດພາບແຕ້ມດົ່ງໂຮ່ ແລະ ຊົມການຟ້ອນຕຸກກະຕານ້ຳ - ảnh 5
ພາບແຕ້ມດົ່ງໂຮ່ ແມ່ນພາບແຕ້ມທີ່ມີຊື່ສຽງໃນພາບແຕ້ມທີ່ເປັນມູນເຊື້ອຫຼາຍຊະນິດຂອງ ຫວຽດນາມ ດ້ວຍບັນດາຄຸນຄ່າເນື້ອໃນ ແລະ ສິລະປະທີ່ເປັນເອກະລັກສະເພາະ. ເກືອບ 400 ປີຜ່ານມາ, ພາບແຕ້ມຊະນິດນີ້ຍັງແມ່ນຜະລິດຕະພັນວັດທະນະທຳທາງດ້ານຈິດໃຈ, ມີຄຸນຄ່າສິລະປະສຳລັບປະຊາຊົນຫວຽດນາມທຸກລຸ້ນຄົນ
ອົງມົງກຸດລາຊະກຸມມານ ເຟຣເດີຣິກ ລົງຢ້ຽມຊົມການເຮັດພາບແຕ້ມດົ່ງໂຮ່ ແລະ ຊົມການຟ້ອນຕຸກກະຕານ້ຳ - ảnh 6
ພາຍຫຼັງໄດ້ຮັບການແນະນຳ, ອົງມົງກຸດລາຊະກຸມມານ ເຟຣເດີຣິກ ຮູ້ສຶກຈັບອົກຈັບໃຈ ເມື່ອໄດ້ຮັບຊົມການເຮັດພາບແຕ້ມ “ຝຸງໄກ່ແມ່ລູກ.”
ອົງມົງກຸດລາຊະກຸມມານ ເຟຣເດີຣິກ ລົງຢ້ຽມຊົມການເຮັດພາບແຕ້ມດົ່ງໂຮ່ ແລະ ຊົມການຟ້ອນຕຸກກະຕານ້ຳ - ảnh 7
ນັກສິລະປະການພາບແຕ້ມດົ່ງໂຮ່ ໄດ້ມອບພາບແຕ້ມໃຫ້ແກ່ອົງມົງກຸດລາຊະກຸມມານ ເຟຣເດີຣິກ
ອົງມົງກຸດລາຊະກຸມມານ ເຟຣເດີຣິກ ລົງຢ້ຽມຊົມການເຮັດພາບແຕ້ມດົ່ງໂຮ່ ແລະ ຊົມການຟ້ອນຕຸກກະຕານ້ຳ - ảnh 8
ອົງມົງກຸດລາຊະກຸມມານ ເຟຣເດີຣິກ ໄດ້ຮັບການແນະນນເຮັດພາບດົງໂຮ່າຈາກນັກສິລະປະການ.
ອົງມົງກຸດລາຊະກຸມມານ ເຟຣເດີຣິກ ລົງຢ້ຽມຊົມການເຮັດພາບແຕ້ມດົ່ງໂຮ່ ແລະ ຊົມການຟ້ອນຕຸກກະຕານ້ຳ - ảnh 9
ຖັດຈາກນັ້ນ, ທ່ານນາງຮອງປະທານປະເທດ ແລະ ອົງມົງກຸດລາຊະກຸມມານ ເຟຣເດີຣິກ ພ້ອມກັນຮັບຊົມການຟ້ອນຕຸກກະຕານ້ຳ ໂດຍບັນດານັກສິລະປະການຟ້ອນຕຸກກະຕານ້ຳທັງລອງ ສະແດງ. ການຟ້ອນຕຸກກະຕານ້ຳ ແມ່ນໜຶ່ງໃນບັນດາຮູບແບບສະແດງບົນເວທີທີ່ດີເດັ່ນຂອງພື້ນຖານວັດທະນະທຳຊົນຊາດ ຫວຽດນາມ, ສະແດງໃຫ້ເຫັນພູນປັນຍາ ແລະ ຄວາມສະຫຼາດສະຫຼຽວ,ການປະດິດຄິດສ້າງ ຂອງຊາວຫວຽດນາມ.
ອົງມົງກຸດລາຊະກຸມມານ ເຟຣເດີຣິກ ລົງຢ້ຽມຊົມການເຮັດພາບແຕ້ມດົ່ງໂຮ່ ແລະ ຊົມການຟ້ອນຕຸກກະຕານ້ຳ - ảnh 10
ນີ້ແມ່ນການເຄື່ອນໄຫວນຳມາເຊິ່ງຂີດໝາຍທາງດ້ານວັດທະນະທຳ ແລະ ການລົງພຶດຕິກຳຕົວຈິງໃນແຜນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ຂອງ ອົງມົງກຸດລາຊະກຸມມານ ເຟຣເດີຣິກ . ບັນດາສະຖານທີ່ມາຢ້ຽມຢາມ ແລະ ບັນດາການເຄື່ອນໄຫວລ້ວນແຕ່ແມ່ນສັນຍາລັກທາງດ້ານວັດທະນະທຳ, ປະຫວັດສາດທີ່ມີ.ວິນຍານຂອງຮ່າໂນ້ຍ ແລະ ຫວຽດນາມ ໃນສາຍຕາຂອງເພື່ອນມິດສາກົນ. ນີ້ກໍ່ແມ່ນບັນດາຈຸດທ່ອງທ່ຽວທີ່ຂາດບໍ່ໄດ້ຂອງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເມື່ອມານະຄອນຫຼວງ.

ຕອບກັບ

ຂ່າວ/ບົດ​ອື່ນ