ອາຫານການກິນ - ຄວາມເອກອ້າງທະນົງໃຈຂອງ ຫວຽດນາມ

(VOVWORLD) -ເຍື່ອງອາຫານຂອງ ຫວຽດນາມ ນັບມື້ນັບມີທີ່ຕັ້ງສູງໃນແຜນທີ່ອາຫານການກິນໂລກ. ໃນຊຸມປີມໍ່ໆມານີ້, ບັນດາເຍື່ອງອາຫານຂອງ ຫວຽດນາມ ໄດ້ຮັບການຍ້ອງຍໍຊົມເຊີຍຈາກບັນດາວາລະສານ ອາຫານການກິນທີ່ມີອິດທິພົນສື່ສຽງ.

ອາຫານການກິນ ຫວຽດນາມ ມີອຸດົມສົມບູນ ແລະ ຕິດພັນກັບບັນດາຈຸດລັກສະນະພິເສດ, ໂດຍນຳໃຊ້ສິນພິເສດທ້ອງຖິ່ນ ຂອງແຕ່ລະເຂດແຄ້ວນ ເຊິ່ງຍາມໃດກໍ່ດຶງດູດແຂກທ່ອງທ່ຽວສາກົນ

ເມື່ອບໍ່ດົນມານີ້, ຫວຽດນາມ ໄດ້ຖືກຈັດເຂົ້າບັນຊີລາຍຊື່ 10 ປະເທດ ມີຂອງກິນແຊບທີ່ສຸດໃນໂລກ ແລະ ຫວຽດນາມ ໄດ້ຈັດອັນດັບທີ 5 ໃນບັນຊີລາຍຊື່ນີ້. ຊ່ອງໂທລະພາບ CNN ປີນີ້ ກໍ່ເລື່ອກເຟັ້ນເອົາບາງເຍື່ອງອາຫານຂອງຫວຽດນາມ ເຂົ້າໃນ 50 ເຍື່ອງອາຫານທີ່ແຊບທີ່ສຸດຢູ່ ອາຊີ. ຕໍ່ໄປນີ້ ບັນນາທິການ VOV 5 ຈະສະຫຼຸບບັນດາເຍື່ອງອາຫານຂອງ ຫວຽດນາມ ເຊິ່ງໄດ້ຮັບການຍ້ອງຍໍຈາກໂລກ.

1. ເຝີ

ເມື່ອເວົ້າເຖິງຫວຽດນາມ ,ມີຊາວຕ່າງປະເທດຫຼາຍຄົນຈະເຕື້ອງເຖິງເຝີເຊິ່ງແມ່ນເຍື່ອງອາຫານທີ່ມີເສັ້ນເຝີຂາວອ່ອນ ພ້ອມກັບນ້ຳແກ່ງ ແລະ ຊີ້ນງົວ ຫຼື ຊິ້ນໄກ່ ແລະ ຜັກຫອມ. ເມື່ອບໍ່ດົນມານີ້, ເຝີໄດ້ຮັບການຍ້ອງຍໍຈາກ CNN ແມ່ນເຍື່ອງ ອາຫານທີ່ມີນ້ຳແກ່ງແຊບທີ່ສຸດໃນໂລກ.

ອາຫານການກິນ - ຄວາມເອກອ້າງທະນົງໃຈຂອງ ຫວຽດນາມ - ảnh 1
ເຝີແມ່ນເຍື່ອງອາຫານທີ່ມີຊື່ສຽງໃນໂລກ (ພາບ: Shutterstock)
ອາຫານການກິນ - ຄວາມເອກອ້າງທະນົງໃຈຂອງ ຫວຽດນາມ - ảnh 2
ເຝີແມ່ນເຍື່ອງອາຫານທີ່ມີນ້ຳແກ່ງຫອມ, ເສັ້ນເຝີໜຽວ ແລະ ຂາວ ພ້ອມທັງມີຊີ້ນງົວ ຫຼື ຊີ້ນໄກ່ (ພາບ: trivietphat.net)
ອາຫານການກິນ - ຄວາມເອກອ້າງທະນົງໃຈຂອງ ຫວຽດນາມ - ảnh 3
ບັນດານັກການທູດໄດ້ຊີມລົດຊາດທີ່ແຊບນົວຂອງເຝີ ໃນ “ວັນຂອງເຝີ ວັນທີ 12 ທັນວາ” ປີ 2022 ເຊິ່ງຖືກຈັດຂຶ້ນຢູ່ນະຄອນ ນາມດິງ. (ພາບ: thethaovanhoa.vn)

2 ເຂົ້າຈີ

ເຂົ້າຈີ່ຂອງ ຫວຽດນາມ ຖືກວາລະສານ ອາຫານການກິນTaste Atlas ນຳເຂົ້າບັນຊີລາຍຊື່ເຍື່ອງອາຫານແຊບທີ່ສຸດໃນໂລກ. 

ອາຫານການກິນ - ຄວາມເອກອ້າງທະນົງໃຈຂອງ ຫວຽດນາມ - ảnh 4
Euronews ໃຫ້ຂໍ້ສັງເກດວ່າຢູ່ແຕ່ລະເຂດແຄ້ວນ ເຂົ້າຈີ່ຂອງ ຫວຽດນາມ ກໍ່ມີ ລົດຊາດທີ່ແຕກຕ່າງກັນ. (ພາບ: https://tuoitre.vn/)
ອາຫານການກິນ - ຄວາມເອກອ້າງທະນົງໃຈຂອງ ຫວຽດນາມ - ảnh 5
ຄຳວ່າ “ເຂົ້າຈີ່” ໄດ້ປະກົດໃນວັດຈະນານຸກົນ Merriam-Webster ອາເມລິກາໃນເດືອນກັນຍາປີ 2022 (ພາບ: Sunny Side Circus )
ອາຫານການກິນ - ຄວາມເອກອ້າງທະນົງໃຈຂອງ ຫວຽດນາມ - ảnh 6
CNN ເຄີຍເອີ້ນເຂົ້າຈີ່ຫວຽດນາມ ວ່າ sandwich ແຊບນົວ ທີ່ສຸດໃນໂລກ. ສ່ວນເວັບໄຊTraveller, ທ່ອງທ່ຽວ ທີ່ມີອິດທິພົນຊື່ສຽງຂອງອົດສະຕາລີ ໄດ້ເຄີຍຈຈັດເຂົ້າຈີ່ຫວຽດນາມເຂົ້າບັນຊີລາຍຊື່ sandwich ທີ່ແຊບທີ່ສຸດໃນໂລກ. (ພາບ: https://laodong.vn/)

3. ແໜມຈື່ນ

ຕາມພາກຂ່າວ ໂດຍ TF1 ເຊິ່ງແມ່ນຊ່ອງໂທລະພາບໃຫຍ່ທີ່ສຸດຢູ່ຝລັ່ງ ອອກອາກາດເມື່ອວັນທີ 7 ກຸມພາ 2022 ໃຫ້ຮູ້ວ່າ ແໜມຈື່ນຂອງ ຫວຽດນາມ ຢືນອັນດັບທີ 3 ໃນບັນຊີລາຍຊື່ເຍື່ອງອາຫານຕ່າງປະເທດເຊິ່ງຊາວຝລັ່ງຊົມຊອບບໍລິໂພກທີ່ສຸດ.

ອາຫານການກິນ - ຄວາມເອກອ້າງທະນົງໃຈຂອງ ຫວຽດນາມ - ảnh 7
ວັດຖຸດິບເພື່ອເຮັດແໜມຈື່ນລວມມີ ຊິ້ນ, ເສັ້ນລ້ອນ, ກາຣົດ, ຜັກງອກ, ໄຂ່ໄກ່, ເຫັດຫອມ ພ້ອມກັບເຄື່ອງປຸງຊະນິດຕ່າງໆ. (ພາບ: danviet.vn)
ອາຫານການກິນ - ຄວາມເອກອ້າງທະນົງໃຈຂອງ ຫວຽດນາມ - ảnh 8
ແໜມຈື່ນແມ່ນໜຶ່ງໃນບັນດາເຍື່ອງອາຫານພິເສດຂອງ ຫວຽດນາມ. (ພາບ: danviet.vn)
ອາຫານການກິນ - ຄວາມເອກອ້າງທະນົງໃຈຂອງ ຫວຽດນາມ - ảnh 9
ທ່ານນາງ Nina G. Enger ເລຂາທີໜຶ່ງສະຖານທູດນອກແວປະຈຳ ຫວຽດນາມ ແມ່ນຜູ້ຊົມຊອບບໍລິໂພກບັນດາເຍື່ອງອາຫານຫວຽດນາມ. (ພາບ: Vietnamnet.vn)

4 ເຂົ້າໜົມຈື່ນ

ໜັງສືພິມທີ່ມີຊື່ສຽງໃນໂລກຂອງ ອາເມລິກາ CNN ໄດ້ຍົກອອກບັນຊີລາຍຊື່ 30 ເຍື່ອງອາຫານຈື່ນແຊບທີ່ສຸດໃນໂລກ ໃນນັ້ນມີເຂົ້າໜົມຈື່ນຂອງ ຫວຽດນາມ.

ອາຫານການກິນ - ຄວາມເອກອ້າງທະນົງໃຈຂອງ ຫວຽດນາມ - ảnh 10
ເຂົ້າໜົມຈື່ນຂອງ ຫວຽດນາມ ໄດ້ເຮັດດ້ວຍແປ້ງເຂົ້າໜຽວ, ໄສ້ເຮັດດ້ວຍໝາກຖົ່ວຂຽວ ຢູ່ທາງນອກກໍ່ມີງ່າຂາວ ຖືກຈື່ນໃນໝໍ້ນ້ຳມັນ. (ພາບ: foodnews.com)
ອາຫານການກິນ - ຄວາມເອກອ້າງທະນົງໃຈຂອງ ຫວຽດນາມ - ảnh 11
ຢູ່ພາກເໜືອເຂົ້າໜົມຈື່ນຖືກຫຸ້ມດ້ວຍອ້ອຍນ້ຳຕານ (ພາບ: baodantoc.vn)
ອາຫານການກິນ - ຄວາມເອກອ້າງທະນົງໃຈຂອງ ຫວຽດນາມ - ảnh 12
ຢູ່ຮ່າໂນ້ຍ, ເຂົ້າໜົມຈື່ນຖືກຂາຍຢູ່ຕາມທ້ອງຖະໜົນ

ບັ້ນບົດລອກ

ເດືອນເມສາທີ່ຜ່ານມາ, ບັ້ນບົດລອກແມ່ນເຍື່ອງອາຫານ ຖືກ CNN ຍ້ອງຍໍກ່ຽວກັບອາຫານການກິນ ຫວຽດນາມ, ນີ້ແມ່ນເຍື່ອງອາຫານທີ່ມີຊື່ສຽງ ແລະ ພິເສດທີ່ສຸດຂອງເຫ້ວ

ອາຫານການກິນ - ຄວາມເອກອ້າງທະນົງໃຈຂອງ ຫວຽດນາມ - ảnh 13
ບັ້ນບົດລອກເຮັດຈາກແປ້ງມັນ, ສ່ວນໄສ້ເຮັດດ້ວຍກຸ້ງ ແລະ ຊິ້ນໝູມັນ (ພາບ: huesmiletravel.com.vn)
ອາຫານການກິນ - ຄວາມເອກອ້າງທະນົງໃຈຂອງ ຫວຽດນາມ - ảnh 14
ບັ້ນບົດລອກຖືກຫຸ້ມດ້ວຍໃບຕ່ອງກ້ວຍມີລົດຫອມພິເສດ (ພາບ:  giaoducphanthiet.edu.vn)
ອາຫານການກິນ - ຄວາມເອກອ້າງທະນົງໃຈຂອງ ຫວຽດນາມ - ảnh 15
ເມື່ອຜູ້ບໍລິໂພກລອກໃບຕ່ອງກ້ວຍອອກ ກໍ່ຈະເຫັນບັ້ນບົດລອກໜຽວໄສ້ ແລະ ອາດຈະເຫັນໄສ້ຖືກເຮັດດ້ວຍກຸ້ງຢູ່ທາງໃນ. (ພາບ: huesmiletravel.com.vn)

ຕອບກັບ

ຂ່າວ/ບົດ​ອື່ນ