ຮັບ​ຊົມ​ລາຍ​ການ​ສະ​ແດງ “ໂຕ້​ຄື້ນ” ທ່າມ​ກາງ​ຂອບຟ້າທະ​ເລ​ຢູ່​ຮະ​ລອງ

(VOVWORLD) - ວັນບຸນ “Surf ຮະລອງ” ຄັ້ງທຳອິດໄດ້ຈັດຂຶ້ນດ້ວຍການສະແດງຈ້ອງເວີ່ນ paragliding, ເຮືອໃບ, jet ski, jet board ທີ່ເປັນໜ້າຈັບອົກຈັບໃຈຢູ່ທ່າມກາງທະເລຂອງອ່າວຮະລອງ, ແຂວງກວ໋າງນິງ.
ວັນບຸນ “Surf ຮະລອງ” (ໂຕ້ຄື້ນ ຮະລອງ) ຄັ້ງທຳອິດໄດ້ຈັດຂຶ້ນດ້ວຍການສະແດງຈ້ອງເວີ່ນ paragliding, ເຮືອໃບ, ລົດໂມໂຕນ້ຳ (jet ski), jet board (ກະດານໂຕ້ຄື້ນ) ທີ່ເປັນໜ້າຈັບອົກຈັບໃຈຢູ່ທ່າມກາງທະເລຂອງອ່າວຮະລອງ, ແຂວງກວ໋າງນິງ.
ຮັບ​ຊົມ​ລາຍ​ການ​ສະ​ແດງ “ໂຕ້​ຄື້ນ” ທ່າມ​ກາງ​ຂອບຟ້າທະ​ເລ​ຢູ່​ຮະ​ລອງ - ảnh 1
ຕອນບ່າຍວັນທີ 24 ສິງຫາ, ມີປະຊາຊົນ ແລະ ແຂກທ່ອງທ່ຽວນັບພັນຄົນໄປຍັງຖະໜົນແຄມທະເລ ເຈິ່ນກວັກງຽນ, ໃຈກາງນະຄອນຮະລອງ ເພື່ອຕິດຕາມ ວັນບຸນ “Surf ຮະລອງ” ປີ 2024.
ຮັບ​ຊົມ​ລາຍ​ການ​ສະ​ແດງ “ໂຕ້​ຄື້ນ” ທ່າມ​ກາງ​ຂອບຟ້າທະ​ເລ​ຢູ່​ຮະ​ລອງ - ảnh 2
ນີ້ເປັນຄັ້ງທຳອິດທີ່ນະຄອນ ຮະລອງ ຈັດຕັ້ງວັນບຸນ ເຮເຮືອ, ຈ້ອງເວີ່ນ, ລົດໂມໂຕນ້ຳ ສົມທົບກັບສະໂມສອນເຮືອໃບ ຮະລອງ ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງ, ມຸ່ງໄປເຖິງການຈັດຕັ້ງວັນບຸນປະຈຳປີ ເພື່ອໂຄສະນາການທ່ອງທ່ຽວ, ພາບພົດຂອງດິນແດນ ແລະ ຊາວຮະລອງ - ກວ໋າງນິງ
ຮັບ​ຊົມ​ລາຍ​ການ​ສະ​ແດງ “ໂຕ້​ຄື້ນ” ທ່າມ​ກາງ​ຂອບຟ້າທະ​ເລ​ຢູ່​ຮະ​ລອງ - ảnh 3
ແຕ່ເວລາ 17 ໂມງ, ມີພາຫະນະທາງນ້ຳ ແລະ ທາງການບິນກ່ວາ 50 ເຄື່ອງໄດ້ເຄື່ອນຍ້າຍເຂົ້າໄປເຂດເວທີ ເຊິ່ງແມ່ນເຂດນ້ຳຕໍ່ໜ້າສວນສາທາລະນະດອກໄມ້ ຮະລອງ
ຮັບ​ຊົມ​ລາຍ​ການ​ສະ​ແດງ “ໂຕ້​ຄື້ນ” ທ່າມ​ກາງ​ຂອບຟ້າທະ​ເລ​ຢູ່​ຮະ​ລອງ - ảnh 4
ຢູ່ກາງອາກາດແມ່ນກຸ່ກຸຈ້ອງເວີ່ນ paramoto ພວມສະແດງກຳລັງພ້ອມກັບທຸງຊາດ. ບັນດານັກບິນ ໄດ້ບັນຊາຈ້ອງເວີ່ນດ້ວຍຄວາມຄ່ອງແຄ້ວ ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມເປັນທີ່ສຸດ
ຮັບ​ຊົມ​ລາຍ​ການ​ສະ​ແດງ “ໂຕ້​ຄື້ນ” ທ່າມ​ກາງ​ຂອບຟ້າທະ​ເລ​ຢູ່​ຮະ​ລອງ - ảnh 5
ສີແດງຂອງທຸງຊາດຍິ່ງພົ້ນເດັ່ນຂຶ້ນທ່າມກາງສີຟ້າຂອງທະເລ, ທ້ອງຟ້າ ແລະ ເກາະຫີນແຫ່ງຕ່າງໆຢູ່ຮະລອງ, ສ້າງເປັນຮູບພາບທີ່ສວຍງາມໃນໂອກາດສະເຫຼີມສະຫຼອງ 79 ປີແຫ່ງວັນການປະຕິວັດເດືອນສິງຫາ ປະສົບຜົນສຳເລັດ (19/8) ແລະ ວັນຊາດຫວຽດນາມ (2/9).
ຮັບ​ຊົມ​ລາຍ​ການ​ສະ​ແດງ “ໂຕ້​ຄື້ນ” ທ່າມ​ກາງ​ຂອບຟ້າທະ​ເລ​ຢູ່​ຮະ​ລອງ - ảnh 6
ກຸ່ມເຮືອໃບຂາວ ແມ່ນສິ່ງທີ່ຕິດພັນກັບວັນບຸນຕ່າງໆຢູ່ ຮະລອງ ເມື່ອໄດ້ເຂົ້າຮ່ວມຫຼາຍວັນບຸນ ແລະ ເຫດການທ່ອງທ່ຽວຢູ່ທີ່ນີ້.
ຮັບ​ຊົມ​ລາຍ​ການ​ສະ​ແດງ “ໂຕ້​ຄື້ນ” ທ່າມ​ກາງ​ຂອບຟ້າທະ​ເລ​ຢູ່​ຮະ​ລອງ - ảnh 7
ບັນດານັກກິລາອາຊີບກໍ່ສະແດງການຂີ່ລົດໂມໂຕນ້ຳສິລະປະ ແລ່ນຕາມກອງສະແດງ, ພິເສດແມ່ນສ້າງຮູບວົງມົນທີ່ງາມຕາເທິງໜ້ານ້ຳ.
ຮັບ​ຊົມ​ລາຍ​ການ​ສະ​ແດງ “ໂຕ້​ຄື້ນ” ທ່າມ​ກາງ​ຂອບຟ້າທະ​ເລ​ຢູ່​ຮະ​ລອງ - ảnh 8
ຈຸດພົ້ນເດັ່ນຂອງວັນບຸນແມ່ນການປະກົດມີ jet board ນັບສິບອັນ

ຮັບ​ຊົມ​ລາຍ​ການ​ສະ​ແດງ “ໂຕ້​ຄື້ນ” ທ່າມ​ກາງ​ຂອບຟ້າທະ​ເລ​ຢູ່​ຮະ​ລອງ - ảnh 9
ບັນດານັກກິລາ jet board ໄດ້ຄຸມເສື້ອ ມີຮູບທຸງຊາດ ຕິດດອກໄຟ led, ແລ່ນເທິງໜ້ານ້ຳ ແລະ ແຈ້ງສະຫວ່າງຂຶ້ນໃນຍາມທ້ອງຟ້າມືດລົງ.
ຮັບ​ຊົມ​ລາຍ​ການ​ສະ​ແດງ “ໂຕ້​ຄື້ນ” ທ່າມ​ກາງ​ຂອບຟ້າທະ​ເລ​ຢູ່​ຮະ​ລອງ - ảnh 10
ປະຊາຊົນ ແລະ ແຂກທ່ອງທ່ຽວຮູ້ສຶກຈັບອົກຈັບໃຈ ຕໍ່ບັນດາການສະແດງທີ່ພົ້ນເດັ່ນ ແລະ ສວຍງາມ.
ຮັບ​ຊົມ​ລາຍ​ການ​ສະ​ແດງ “ໂຕ້​ຄື້ນ” ທ່າມ​ກາງ​ຂອບຟ້າທະ​ເລ​ຢູ່​ຮະ​ລອງ - ảnh 11
ບັ້ງໄຟດອກປະກາຍແຈ້ງໂດຍບັນດານັກກິລາຂີ່ໂມໂຕນ້ຳຍິງຢູ່ໜ້ານ້ຳທະເລໃນອ່າວ, ທ່າມກາງກຳປັ່ນທີ່ເຫຼື້ອມຍິບຍັບຫຼາຍສີ
ຮັບ​ຊົມ​ລາຍ​ການ​ສະ​ແດງ “ໂຕ້​ຄື້ນ” ທ່າມ​ກາງ​ຂອບຟ້າທະ​ເລ​ຢູ່​ຮະ​ລອງ - ảnh 12
ສິ້ນສຸດແມ່ນການຍິງບັ້ງໄຟດອກໂດຍກົງຈາກ jet board, ອັນໄດ້ສ້າງບັນຍາກາດທີ່ຟົດຟື້ນຂອງວັນບຸນ.
ຮັບ​ຊົມ​ລາຍ​ການ​ສະ​ແດງ “ໂຕ້​ຄື້ນ” ທ່າມ​ກາງ​ຂອບຟ້າທະ​ເລ​ຢູ່​ຮະ​ລອງ - ảnh 13
ວັນບຸນແມ່ນໜຶ່ງໃນບັນດາເຫດການປະຕິບັດການຫັນເປົ້າໝາຍສ້າງ “ຮະລອງ - ນະຄອນແຫ່ງວັນບຸນ” ໃຫ້ປະກົດຜົນເປັນຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ