ຮັບຊົມສີສັນ ດອກບັກວິດບານສະພັງ ງົດງາມໃນແຂວງຮ່າຢາງ

(VOVWORLD) -ໃນຊຸມວັນນີ້ຢູ່ດິນແດນຮ່າຢາງ ໄດ້ກາຍເປັນສະຖານທີ່ງົດງາມທີ່ເປັນຫນ້າຈັບໃຈທີ່ສຸດດ້ວຍບັນດາ ເນີນພູທີ່ເຕັມໄປດ້ວຍດອກບັດວິດ ບານສະພັງໃນທ່າມກາງແສງແດດທີ່ງົດງາມ

ຮັບຊົມສີສັນ ດອກບັກວິດບານສະພັງ ງົດງາມໃນແຂວງຮ່າຢາງ - ảnh 1
ເຂດພູພຽງຫີນດົງວັນໃນແຂວງຮ່າຢາງມີຄວາມໃຫຍ່ໂຕມະໂຫຖານ ແຕ່ກໍ່ມີຄວາມອ່ອນໂຍນ ແລະ ມີສະເໜ່ຍ້ອນສີສັນຂອງດອກບັດວິດບານສະພັງຢູ່ຕາມເນີນພູ.
ຮັບຊົມສີສັນ ດອກບັກວິດບານສະພັງ ງົດງາມໃນແຂວງຮ່າຢາງ - ảnh 2
ໃນທ່າມກາງທິວທັດທຳມະຊາດຂອງເຂດພູຜາປ່າໄມ້ ທີ່ກ້ວາງໃຫຍ່ໄພສານ, ບັນດາທົ່ງດອກໄມ້ສີບົວ,ສີມ່ວງ, ຍາວຢຽດ ຈົນສຸດສາຍຕາຢູ່ຕາມຮ່ອມພູ, ເນີນພູ ເຈື່ອຈານເຂົ້າກັບແສງແດງເຫຼືອງອາຮາມ ອັນໄດ້ບົ່ງບອກຮ່າຢາງໄດ້ກ້າວເຂົ້າສູ່ລະດູການທ່ອງທ່ຽວ ເຊິ່ງແມ່ນລະດູສວຍງາມທີ່ສຸດໃນປີ.
ຮັບຊົມສີສັນ ດອກບັກວິດບານສະພັງ ງົດງາມໃນແຂວງຮ່າຢາງ - ảnh 3
ດອກບັກວິດໄດ້ເລີ່ມບານສະພັງໃນທ້າຍລະດູໃບໄມ້ຫຼົ່ນ, ແຕ່ຮອດນອກບຸນເຕັດ ບາງເທື່ອ ກໍ່ຍັງພົບເຫັນບັນດາທົ່ງດອກບັກວິດ ບານສະພັງຊ້າຢູ່ແຫ່ງໃດໜຶ່ງໃນເຂດພູພຽງຫີນ.
ຮັບຊົມສີສັນ ດອກບັກວິດບານສະພັງ ງົດງາມໃນແຂວງຮ່າຢາງ - ảnh 4
ໃນຊຸມປີມໍ່ໆມານີ້, ດອກບັກວິດໄດ້ຖືກປຸກຢູ່ຫຼາຍແຫ່ງ. ແຕ່ເມື່ອໄດ້ເຫັນດອກບັກວິດ ຜູ້ຄົນທັງຫຼາຍກໍ່ຮູ້ສຶກ ຄືໄດ້ເຊື່ອມຕົວເຂົ້າກັບທັດສະນີຍະພາບ ທີ່ສະຫງົບສຸກ.
ຮັບຊົມສີສັນ ດອກບັກວິດບານສະພັງ ງົດງາມໃນແຂວງຮ່າຢາງ - ảnh 5
ຈາກ ກ໋ວາງບ້າ, ອຽນມິງ ຕະຫຼອດຮອດ ແມວວາກ, ດົງວັນ ກໍ່ມີທົ່ງດອກໄມ້ທີ່ກ້ວາງໃຫຍ່ໄພສານ ຄົດງໍ ຕາມເນີນພູ ອັນໄດ້ເຮັດໃຫ້ທັດສະນີສະພາບ ຢູ່ທີ່ນີ້ ເພີ່ມຄວາມເລິກລັບມະຫັດສະຈັນ ແລະ ງົດງາມດັ່ງໃນຝັນ.
ຮັບຊົມສີສັນ ດອກບັກວິດບານສະພັງ ງົດງາມໃນແຂວງຮ່າຢາງ - ảnh 6
ຍ້ອນມີສີສັນ ງົດງາມຂອງດອກບັກວິດໄດ້ເຮັດໃຫ້ ທິວທັດທຳມະຊາດຢູ່ ເຂດພູຜາປາໄມ້ ມີຄວາມສະຫງົບສຸກ
ຮັບຊົມສີສັນ ດອກບັກວິດບານສະພັງ ງົດງາມໃນແຂວງຮ່າຢາງ - ảnh 7
ກ່ອນທີ່ຈະກາຍເປັນຕົ້ນໄມ້ພິເສດຂອງເຂດຊາຍແດນແຫ່ງນີ້, ດອກບັກວິດກໍ່ແມ່ນພືດທັນຍາຫານ ຖັດຈາກສາລີ ແລະ ເຂົ້າ.
ຮັບຊົມສີສັນ ດອກບັກວິດບານສະພັງ ງົດງາມໃນແຂວງຮ່າຢາງ - ảnh 8
ພໍ່ແມ່ພີ່ນ້ອງຢູ່ເຂດພູສູງໄດ້ໃຊ້ແກ່ນດອກບັກວິດເພື່ອ ບົດເປັນແປ້ງເຮັດອາຫານ ຫຼືແຕ່ງກັບສາລີ ອັນໄດ້ສ້າງເປັນເຫຼົ້າຊະນິດໜຶ່ງມີລົດຫອມພິເສດ
ຮັບຊົມສີສັນ ດອກບັກວິດບານສະພັງ ງົດງາມໃນແຂວງຮ່າຢາງ - ảnh 9
ໂດຍຕິດພັນ ກັບການດຳລົງຊີວິດທຳມະຫາກິນ ຂອງປະຊາຊົນເຂດພູພຽງຫີນ, ດັ່ງນັ້ນດອກໄມ້ຊະນິດນີ້ກໍ່ມີພະລັງຊີວິດອັນແຮງກ້າ ທີ່ມະຫັດສະຈັນ
ຮັບຊົມສີສັນ ດອກບັກວິດບານສະພັງ ງົດງາມໃນແຂວງຮ່າຢາງ - ảnh 10
ຢູ່ຕາມເນີນພູ ຕົ້ນບັກວິດໄດ້ເຕີບໂຕດີ ຕໍ່ໜ້າຄວາມຮ້າຍກາດຂອງ ອາກາດໜາວຈັດ. ດອກໄມ້ໄດ້ພາກັນບານສະພັງ ເພີ່ມຄວາມງົດງາມໃຫ້ແກ່ເຂດພູພຽງຫີນ.
ຮັບຊົມສີສັນ ດອກບັກວິດບານສະພັງ ງົດງາມໃນແຂວງຮ່າຢາງ - ảnh 11
ດອກບັກວິດໄດ້ກາຍເປັນສັນຍາລັກຂອງພະລັງຊີວິດອັນແຮງກ້າ ສາມາດຜ່ານຜ່າບັນດາຄວາມຫຍຸ້ງຍາກເພື່ອສ້າງ ຊີວິດທີ່ອິນໜຳສຳລາມໃຫ້ແກ່ປະຊາຊົນເຂດພູພຽງຫີນ
ຮັບຊົມສີສັນ ດອກບັກວິດບານສະພັງ ງົດງາມໃນແຂວງຮ່າຢາງ - ảnh 12
ພິເສດ, ຮູບພາບພວກນ້ອງນ້ອຍຢູ່ເຂດພູສູງພວມລະຫລິ້ນຢູ່ຕາມ ທົ່ງດອກໄມ້  ແນ່ນອນວ່າ ຈະສ້າງຄວາມປະທັບໃຈທີ່ຍາກຈະລື່ມໄດ້ໃຫ້ແກ່ແຂກທ່ອງທ່ຽວ
ຮັບຊົມສີສັນ ດອກບັກວິດບານສະພັງ ງົດງາມໃນແຂວງຮ່າຢາງ - ảnh 13
ດ້ວຍຄວາມໝາຍເຫຼົ່ານີ້ ແຂວງຮ່າຢາງໄດ້ຈັດຕັ້ງງານບຸນເພື່ອເຊີດຊູດອກໄມ້ຊະນິດນີ້, ງານບຸນດອກບັກວິດຖືກຈັດຕັ້ງແຕ່ເດືອນຕຸລາໃນແຕ່ລະປີ ເມື່ອລະດູເຂົ້າຫາກໍ່ສິ້ນສຸດລົງ
ຮັບຊົມສີສັນ ດອກບັກວິດບານສະພັງ ງົດງາມໃນແຂວງຮ່າຢາງ - ảnh 14
ບັນດາຄະນະນັກທ່ອງທ່ຽວໄດ້ພາກັນເດີນຕາມເສັ້ນທາງ ທັງຮັບຊົມຄວາມງາມຂອງພູຜາປ່າໄມ້, ທັງໄດ້ເຊື່ອມຕົວເຂົ້າກັບທົ່ງດອກບັກວິດທີ່ຍາວຢຽດ.
ຮັບຊົມສີສັນ ດອກບັກວິດບານສະພັງ ງົດງາມໃນແຂວງຮ່າຢາງ - ảnh 15
ຜ່ານ 6 ລະດູງານບູນ, ບໍ່ພຽງແຕ່ດອກບັກວິດເທົ່ານັ້ນ, ຄວາມງາມຄທຳມະຊາດ ແລະ ມະນຸດຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອ ໄດ້ແຜ່ກະຈາຍຢ່າງກວ້າງຂວາງທັງຢູ່ພາຍໃນ ແລະ ຕ່າງປະເທດ

ຕອບກັບ

ຂ່າວ/ບົດ​ອື່ນ