ຮູບຖ່າຍ 10 ແຜ່ນຂອງຫວຽດນາມ ໄດ້ຮັບລາງວັນສາກົນ ປີ 2021

(VOVWORLD) -ປີ 2021 ແມ່ນປີທີ່ເບັ່ງບານຂອງບັນດາຮູບຖ່າຍຫວຽດນາມ ຂະນະທີ່ບັນດາຮູບຖ່າຍ ໄດ້ຮັບບັນດາລາງວັນສາກົນ.

ຮູບຖ່າຍ 10 ແຜ່ນຂອງຫວຽດນາມ ໄດ້ຮັບລາງວັນສາກົນ ປີ 2021 - ảnh 1
ທ້າຍເດືອນມັງກອນປີ 2021 ຮູບຖ່າຍຂາວດຳ ພະພຸດທະຮູບ ທອງແດງໃຫຍ່ກ່ວາໝູ່ຢູ່ ຫວຽດນາມ ຢູ່ຈອມພູ ຟານຊີປັງ ຂອງເລວຽດແຄ້ງ ໄດ້ຮັບລາງວັນທີ 3 ປະເພດຮູບຖ່າຍ ສະຕະປັດຕະຍາກຳໃນງານປະກວດຮູບຖ່າຍ ຂາວດຳ ສາກົນ. ນັກຖ່າຍຮູບ ເລວຽດແຄ໊ງໃຫ້ຮູ້ວ່າ ຮູບຖ່າຍດັ່ງກ່າວຖືກຖ່າຍເອົາໃນຕອນເຊົ້າມື້ໜຶ່ງ ຍາມລະດູໜາວ ພາຍຫຼັງຝົນຕົກທີ່ແກ່ຍາວ ແຕ່ຕອນຄຳ ຫາ ຮຸ່ງເຊົ້າ ດ້ວຍລົມພັດແຮງ ແລະ ອາກາດໜາວຈັດ.
ຮູບຖ່າຍ 10 ແຜ່ນຂອງຫວຽດນາມ ໄດ້ຮັບລາງວັນສາກົນ ປີ 2021 - ảnh 2
ຮູບຖ່າຍຫາປາໃນຍາມເຊົ້າຂອງນັກຖ່າຍຮູບຫງວຽນງອກທ້ຽນ ໄດ້ຮັບລາງວັນທີ 2 ປະເພດ ຮູບຖ່າຍຈາກບ່ອນສູງ. ນີ້ແມ່ນຮູບຖ່າຍກ່ຽວກັບການຫາປາ ຢູ່ເຂດທະເລ ຕຸຍຮ່ວາ, ຝຸອຽນ
ຮູບຖ່າຍ 10 ແຜ່ນຂອງຫວຽດນາມ ໄດ້ຮັບລາງວັນສາກົນ ປີ 2021 - ảnh 3
ຮູບຖ່າຍຊີມລົດຊາດອາຫານຂອງນັກຖ່າຍຮູບ ເຈິ່ນວຽດວັນ ຖືກຖ່າຍເອົາຢູ່ໂຮ້ຍອານ, ແຂວງກ໋ວາງນາມ ກໍ່ໄດ້ຮັບລາງວັນສູງສຸດ. ຮູບຖ່າຍ ໄດ້ຖ່າຍເອົານາງສາວ 4 ຄົນ ພວມກິນນ້ຳຫວານຢູ່ສະຖານທີ່ທ່ອງທ່ຽວ ທີ່ລືຊື່ຢູ່ພາກກາງ
ຮູບຖ່າຍ 10 ແຜ່ນຂອງຫວຽດນາມ ໄດ້ຮັບລາງວັນສາກົນ ປີ 2021 - ảnh 4
ຮູບຖ່າຍຕາກປາທູແຂກຂອງນັກຖ່າຍຮູບ ແຄ໊ງຟານ ໄດ້ບັນທຶກຮູບພາບນາງສາວຄົນໜຶ່ງພວມຕາກປາ ຢູ່ຕະຫຼາດລອງຫ໋າຍ, ແຂວງ ບ່າເຣຍ - ຫວູງເຕົາ.
ຮູບຖ່າຍ 10 ແຜ່ນຂອງຫວຽດນາມ ໄດ້ຮັບລາງວັນສາກົນ ປີ 2021 - ảnh 5
ຮູບຖ່າຍເກັບກູ້ດອກບົວນ້ຳຂອງ ແຄ໊ງຟານ ໄດ້ຮັບລາງວັນທີ 3 ໃນງານປະກວດຮູບຖ່າຍ MIPA Travel Award. ຮູບຖ່າຍໄດ້ຖືກນັກຖ່າຍຮູບແຄ໊ງຟານ ຖ່າຍເອົາ ໃນການເດີນທາງຄົ້ນຫາ ກ໊ຽນເຕືອງ, ແຂວງລອງອານ ເມື່ອທ້າຍປີ 2020.
ຮູບຖ່າຍ 10 ແຜ່ນຂອງຫວຽດນາມ ໄດ້ຮັບລາງວັນສາກົນ ປີ 2021 - ảnh 6
ຮູບຖ່າຍ ແກ່ວງມອງ ຖືກຖ່າຍຈາກບ່ອນສູງຂອງ ນັກຖ່າຍຮູບຫງວຽນເຟືອກຮ່ວາຍ ໄດ້ຮັບລາງວັນກິຕິມະສັກ ຢູ່ງານປະກວດ All About Photo 2021. ຫງວຽນເຟືອກຮ່ວາຍ ໄດ້ຖ່າຍຮູບຖ່າຍດັ່ງກ່າວໃນຕອນເຊົ້າມື້ໜຶ່ງ ຢູ່ແຂວງຝຸອຽນ.
ຮູບຖ່າຍ 10 ແຜ່ນຂອງຫວຽດນາມ ໄດ້ຮັບລາງວັນສາກົນ ປີ 2021 - ảnh 7
ຮູບຖ່າຍເກືອເປັດ ຂອງນັກຖ່າຍຮູບຫງວຽນເຟືອກຮ່ວາຍ ເຊິ່ງໄດ້ຖ່າຍຢູ່ເຂດບຶ່ງຈາໂອ ແຂວງບິ່ງດິ້ງ ໄດ້ຮັບລາງວັນທີ 2 ປະເພດ Food in the Field
ຮູບຖ່າຍ 10 ແຜ່ນຂອງຫວຽດນາມ ໄດ້ຮັບລາງວັນສາກົນ ປີ 2021 - ảnh 8
ຮູບຖ່າຍເກັບກູ້ຫຍ້າຂອງ ນັກຖ່າຍຮູບ ຟ້າມຮຸຍຈຸງ ໄດ້ຮັບລາງວັນທີ 1 ປະເພດຖ່າຍຮູບຈາກບ່ອນສູງ.
ຮູບຖ່າຍ 10 ແຜ່ນຂອງຫວຽດນາມ ໄດ້ຮັບລາງວັນສາກົນ ປີ 2021 - ảnh 9
ຮູບຖ່າຍ ຄາບເຂົ້າຍາມເຊົ້າຢູ່ຕະຫຼາດນັດ ຂອງຫງວຽນຮຶວໂທງ ໄດ້ຮັບລາງວັນທີ 1 ປະເພດ ຮູບຖ່າຍອາຫານການກິນ ຂອງງານປະກວດຮູບຖ່າຍ Pink Lady Food Photography
ຮູບຖ່າຍ 10 ແຜ່ນຂອງຫວຽດນາມ ໄດ້ຮັບລາງວັນສາກົນ ປີ 2021 - ảnh 10
ຮູບຖ່າຍຫາປາຢູ່ປ່າ ຊາຍເລນຂອງນັກຖ່າຍຮູບ ຟ້າມຮຸຍຈຸງ ໄດ້ຮັບລາງວັນທີ 1 ດ້ວຍຫົວເລືອງ ມະນຸດໃນງານປະກວດຮູບຖ່າຍສາກົນ Drone Photo Awards

ຕອບກັບ

ຂ່າວ/ບົດ​ອື່ນ