ເຂດພູສູງ ກວ໋າງນິງ ດຶງດູດນັກທ່ອງທ່ຽວມາຢ້ຽມຊົມໃນລະດູໃບໄມ້ຫຼົ່ນ

(VOVWORLD) -ນອກຈາກບັນດາສະຖານທີ່ທີ່ມີຊື່ສຽງຄື: ຮະລອງ, ອຽນຕື໋, ເຂດພູສູງແລ້ວ, ບິ່ງລຽວ ກໍ່ພວມເປັນສະຖານທີ່ດຶງດູດນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດມາແຂວງກວາງນິງ ຕື່ມອີກ.
ເຂດພູສູງ ກວ໋າງນິງ ດຶງດູດນັກທ່ອງທ່ຽວມາຢ້ຽມຊົມໃນລະດູໃບໄມ້ຫຼົ່ນ - ảnh 1
ບິ່ງລຽວ ເປັນເມືອງພູດອຍ ຕັ້ງຢູ່ຊາຍແດນທາງທິດຕາເວັນອອກສ່ຽງເໜືອຂອງແຂວງກວ໋າງນິງ, ຫ່າງຈາກນະຄອນຮະລອງ ໄປປະມານ 130 ກມ. ອາກາດຢູ່ແຫ່ງນີ້ສົດໄສປອດໂປງ, ມີທິວທັດທຳມະຊາດສວຍງາມ ແລະ ໄດ້ປຽບທຽບເໝືອນດັ່ງ “ຊາປາ ຂອງແຂວງກວ໋າງນິງ”.
ເຂດພູສູງ ກວ໋າງນິງ ດຶງດູດນັກທ່ອງທ່ຽວມາຢ້ຽມຊົມໃນລະດູໃບໄມ້ຫຼົ່ນ - ảnh 2
ຈຸດທີ່ເປັນເອກະລັກສະເພາະຂອງ ບິ່ງລຽວ ແມ່ນທິວທັດທຳມະຊາດເຂດຊາຍແດນທີ່ໂຫຍ່ໂຕມະໂຫຖານ ແລະ ຫົກເຮື້ອເປົ່າຫວ່າງ.
ເຂດພູສູງ ກວ໋າງນິງ ດຶງດູດນັກທ່ອງທ່ຽວມາຢ້ຽມຊົມໃນລະດູໃບໄມ້ຫຼົ່ນ - ảnh 3
ລະດູໃບໄມ້ຫຼົ່ນປີນີ້, ເສັ້ນທາງໄປຍັງເຂດຊາຍແດນແມ່ນເຕັມໄປດ້ວຍສີຂາວຂອງເລົາ
ເຂດພູສູງ ກວ໋າງນິງ ດຶງດູດນັກທ່ອງທ່ຽວມາຢ້ຽມຊົມໃນລະດູໃບໄມ້ຫຼົ່ນ - ảnh 4
ເດືອນຕຸລາ ກໍ່ແມ່ນລະດູເຂົ້າສຸກເຫຼືອງຢູ່ບິ່ງລຽວ. ບັນດານາຂັ້ນໄດຢູ່ທີ່ນີ້ກໍ່ມີຄວາມດຶງດູດໃຈທີ່ສຸດເມື່ອທຽບໃສ່ນາຂັ້ນໄດຢູ່ຊາປາ
ເຂດພູສູງ ກວ໋າງນິງ ດຶງດູດນັກທ່ອງທ່ຽວມາຢ້ຽມຊົມໃນລະດູໃບໄມ້ຫຼົ່ນ - ảnh 5
ດ້ວຍອັດຕາສ່ວນ 96% ຊາວເຜົ່າສ່ວນໜ້ອຍຢູ່ທີ່ນີ້ແມ່ນຊາວເຜົ່າ ໄຕ, ຢ້າວ, ຊ໊ານຈີ່ ແລະ ບັນດາສີສັນວັດທະນະທຳທີ່ເປັນມູນເຊື້ອຢູ່ທີ່ນີ້ໄດ້ຮັບການຮັກສາໄວ້ເໝືອນເດີມ, ສ້າງຄວາມດຶງດູດໃຈໃຫ້ແກ່ນັກທ່ອງທ່ຽວເປັນຈຳນວນຫຼວງຫຼາຍ.
ເຂດພູສູງ ກວ໋າງນິງ ດຶງດູດນັກທ່ອງທ່ຽວມາຢ້ຽມຊົມໃນລະດູໃບໄມ້ຫຼົ່ນ - ảnh 6
ເມື່ອມາຢ້ຽມຢາມບ້ານຂອງຊາວເຜົ່າຢ້າວ, ນັກທ່ອງທ່ຽວຕ່າງປະເທດຍັງໄດ້ຮ່ວມດຳລົງຊີວິດກັບພໍ່ແມ່ປະຊາຊົນຕື່ມອີກ.
ເຂດພູສູງ ກວ໋າງນິງ ດຶງດູດນັກທ່ອງທ່ຽວມາຢ້ຽມຊົມໃນລະດູໃບໄມ້ຫຼົ່ນ - ảnh 7
ເຂດພູສູງ ກວ໋າງນິງ ດຶງດູດນັກທ່ອງທ່ຽວມາຢ້ຽມຊົມໃນລະດູໃບໄມ້ຫຼົ່ນ - ảnh 8
ເຂດພູສູງ ກວ໋າງນິງ ດຶງດູດນັກທ່ອງທ່ຽວມາຢ້ຽມຊົມໃນລະດູໃບໄມ້ຫຼົ່ນ - ảnh 9
ເອື້ອຍ Faren Rebecca Rajkumar ມາຈາກອາເມລິກາ, ມີຄວາມກະຕືລືລົ້ນດ້ວຍການສອນພາສາອັງກິດ ໃຫ້ພວກນ້ອງນ້ອຍຢູ່ແຫ່ງນີ້
ເຂດພູສູງ ກວ໋າງນິງ ດຶງດູດນັກທ່ອງທ່ຽວມາຢ້ຽມຊົມໃນລະດູໃບໄມ້ຫຼົ່ນ - ảnh 10
ເມື່ອມາຢ້ຽມຢາມ ບິ່ງລຽວ, ນັກທ່ອງທ່ຽວຍັງໄດ້ຮັບຊົມທິວທັດທຳມະຊາດຂອງນ້ຳຕົກຕາດແຄວັ່ນຢູ່ຕາແສງ ຫຸກດົ້ງ, ຕື່ມອີກທີ່ໃຫຍ່ໂຕມະໂຫຖານ.
ເຂດພູສູງ ກວ໋າງນິງ ດຶງດູດນັກທ່ອງທ່ຽວມາຢ້ຽມຊົມໃນລະດູໃບໄມ້ຫຼົ່ນ - ảnh 11
ເຂດພູສູງ ກວ໋າງນິງ ດຶງດູດນັກທ່ອງທ່ຽວມາຢ້ຽມຊົມໃນລະດູໃບໄມ້ຫຼົ່ນ - ảnh 12
ດ້ວຍບັນດາຈອມພູທີ່ສວຍງາມ ແລະ ພູມມີປະເທດທີ່ສະດວກຄື: ກາວລີ, ກາວຊຽມ, ກາວບາແລັງ, ບິ່ງລຽວ ກໍ່ລ້ວນແຕ່ແມ່ນສະຖານທີ່ຕັ້ງຄ້າຍຂອງຫຼາຍຄົນເມື່ອມາທ່ຽວຢູ່ແຫ່ງນີ້.
ເຂດພູສູງ ກວ໋າງນິງ ດຶງດູດນັກທ່ອງທ່ຽວມາຢ້ຽມຊົມໃນລະດູໃບໄມ້ຫຼົ່ນ - ảnh 13
ດ້ວຍບັນດາຈຸດຄວາມງາມທີ່ເປັນເອກະລັກສະເພາະ ແລະ ມີການລົງທຶນທີ່ນັບມື້ນັບຫຼາຍເຂົ້າຂະແໜງທ່ອງທ່ຽວ, ບິ່ງລຽວ ຫວັງວ່າຈະແມ່ນຈຸດນັດພົບຂອງນັກທ່ຽວທີ່ບໍ່ອາດພາດໄດ້ໃນລາຍການທ່ອງທ່ຽວຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ