ເຂົ້າໜົມໄຫວ້ພະຈັນມີຮູບຊົງບ້ານນາເຂດພາກເໜືອ ຫວຽດນາມ

(VOVWORLD) -  ດ້ວຍວັດຖຸດິບທີ່ລຶ້ງເຄີຍ, ມີຫົວຄິດປະດິດສ້າງ ແລະ ສີມືອັນຄ່ອງແຄວ້, ນາງ ຫງວຽນທິຖຸ່ຍເຢືອງ ໄດ້ເຮັດເຂົ້າໜົມໄຫວ້ພະຈັນທີ່ມີຮູບຊົງບ້ານນາເຂດພາກເໜືອ ຫວຽດນາມ ຂຶ້ນມາ.

ເຂົ້າໜົມໄຫວ້ພະຈັນມີຮູບຊົງບ້ານນາເຂດພາກເໜືອ ຫວຽດນາມ - ảnh 1
ນາງ ຫງວຽນທິຖຸ່ຍເຢືອງ ກຳເນີດ ແລະ ເຕີບໃຫຍ່ຈາກເຂດບ້ານນາ ເມືອງ ຮ່າມອຽນ, ແຂວງ ຕວຽນກວາງ ແລະ ພວມດຳລົງຊີວິດຢູ່ ຮ່າໂນ້ຍ. ນາງໄດ້ເຊົາເຮັດອາຊີບຖາວອນ ດ້ວຍລາຍຮັບທີ່ດີຢູ່ທະນາຄານ ເພື່ອໄດ້ເດີນຕາມຄວາມເມົາມົວເຮັດເຂົ້າໜົມ.
ເຂົ້າໜົມໄຫວ້ພະຈັນມີຮູບຊົງບ້ານນາເຂດພາກເໜືອ ຫວຽດນາມ - ảnh 2
ສຳລັບຜົນງານນີ້, ຖຸ່ຍເຢືອງ ໄດ້ເກີດມີແນວຄິດຈາກບັນດາຜະລິດຕະພັນຮູບປັ້ນອັນນ້ອຍໆ ແລະ ຄຸ້ນເຄີຍ. ນາງແບ່ງປັນວ່າ: “ນາງໄດ້ກຳເນີດຢູ່ເຂດບ້ານນາພາກເໜືອ ຫວຽດນາມ. ຮູບພາບຫຼັງຄາເຮືອນທີ່ໄດ້ມຸງດ້ວຍດິນຂໍ, ເດີ່ນປູດ້ວຍດິນຈີ່, ກຳແພງທີ່ເກົ່າແກ່, ຕົ້ນໝາກຢູ່ໜ້າບ້ານ... ໄດ້ກາຍເປັນຄວາມຊົງຈຳທີ່ບໍ່ອາດຫຼົງລືມໄດ້”.
ເຂົ້າໜົມໄຫວ້ພະຈັນມີຮູບຊົງບ້ານນາເຂດພາກເໜືອ ຫວຽດນາມ - ảnh 3
ກ່ຽວກັບວັດຖຸດິບນັ້ນ, ຖຸ່ຍເຢືອງ ຍັງນຳໃຊ້ແປ້ງເຮັດເຂົ້າໜົມຄືຕາມປົກກະຕິ, ນ້ຳ, ໃຈໝາກຖົ່ວຂຽວ ແລະ ສີສຳລັບປຸງແຕ່ງອາຫານ. ແຕ່ແທນທີ່ຈະນຳໃຊ້ນ້ຳເຊື່ອມນ້ຳຕານເຫຼືອງຄືກັນກັບເປືອກເຂົ້າໜົມພະຈັນປິ້ງແບບດັ້ງເດີມ, ນາງໄດ້ປ່ຽນໃສ່ດ້ວຍນ້ຳຕານຂາວ ເພື່ອສາມາດປະສົມສີໄດ້ງ່າຍຂຶ້ນ.
ເຂົ້າໜົມໄຫວ້ພະຈັນມີຮູບຊົງບ້ານນາເຂດພາກເໜືອ ຫວຽດນາມ - ảnh 4
ເຂົ້າໜົມທີ່ເປັນເອກະລັກນີ້ ເຮັດໃຫ້ຫຼາຍຄົນຄິດເຖິງສະໄໝຄາວຍັງນ້ອຍ
ເຂົ້າໜົມໄຫວ້ພະຈັນມີຮູບຊົງບ້ານນາເຂດພາກເໜືອ ຫວຽດນາມ - ảnh 5
ບັນດາລວດລາຍນ້ອຍໆຄື ໄຫໃສ່ນ້ຳກໍໄດ້ຮັບການປະຕິບັດຢ່າງພິຖີພິຖັນ
ເຂົ້າໜົມໄຫວ້ພະຈັນມີຮູບຊົງບ້ານນາເຂດພາກເໜືອ ຫວຽດນາມ - ảnh 6
ທຸກລວດລາຍໃນເຂົ້າໜົມກ້ອນນີ້, ຖຸ່ຍເຢືອງ ລ້ວນແຕ່ໄດ້ເຮັດດ້ວຍມື ເພື່ອບັນລຸໄດ້ຄວາມແທ້ຈິງຂອງຜົນງານດັ່ງກ່າວ
ເຂົ້າໜົມໄຫວ້ພະຈັນມີຮູບຊົງບ້ານນາເຂດພາກເໜືອ ຫວຽດນາມ - ảnh 7
ສຳລັບ ຖຸ່ຍເຢືອງ ແລ້ວ, ຂັ້ນຕອນທີ່ຍາກທີ່ສຸດ, ໃຊ້ເວລາຫຼາຍທີ່ສຸດແມ່ນການສ້າງຮູບຊົງ ແລະ ການປະສົມສີໃຫ້ແກ່ເຂົ້າໜົມ.
ເຂົ້າໜົມໄຫວ້ພະຈັນມີຮູບຊົງບ້ານນາເຂດພາກເໜືອ ຫວຽດນາມ - ảnh 8
ເມື່ອເບິ່ງເຂົ້າໜົມແຕ່ລະກ້ອນຢ່າງລະອຽດ, ກໍ່ບໍ່ຕ່າງຫຍັງກັບຮູບແບບຜົນງານສິລະປະໜຶ່ງ.
ເຂົ້າໜົມໄຫວ້ພະຈັນມີຮູບຊົງບ້ານນາເຂດພາກເໜືອ ຫວຽດນາມ - ảnh 9
ເຂົ້າໜົມໄຫວ້ພະຈັນມີຮູບຊົງບ້ານນາເຂດພາກເໜືອ ຫວຽດນາມ - ảnh 10
ເຂົ້າໜົມໄຫວ້ພະຈັນມີຮູບຊົງບ້ານນາເຂດພາກເໜືອ ຫວຽດນາມ - ảnh 11
ເຂົ້າໜົມໄຫວ້ພະຈັນມີຮູບຊົງບ້ານນາເຂດພາກເໜືອ ຫວຽດນາມ - ảnh 12
ໃນໄລຍະຈະມາເຖິງ, ຖຸ່ຍເຢືອງ ຄາດວ່າ ຈະວາງສະແດງຜະລິດຕະພັນເຂົ້າໜົມໄຫວ້ພະຈັນທີ່ເປັນເອກະລັກນີ້ຢູ່ສະຖານທີ່ທີ່ມີແຂກທ່ອງທ່ຽວຫຼາຍ, ເພາະວ່າ ນາງຢາກແຜ່ກະຈາຍ ແລະ ໂຄສະນາວັດທະນະທຳທີ່ເປັນມູນເຊື້ອຂອງຊາວ ຫວຽດນາມ ເຖິງເພື່ອນມິດທຸກຄົນ, ພິເສດແມ່ນແຂກທ່ອງທ່ຽວສາກົນ./.

ຕອບກັບ

ຂ່າວ/ບົດ​ອື່ນ