ໂບດລ່າງຊົງ - ແຫ່ງເກັບຮັກສາຂີດ​ໝາຍຂະບວນວິວັດແຫ່ງການສ້າງຕົວໜັງສືລາຕິນ

(VOVWORLD) - ແຂວງບິ່ງດິ້ງໄດ້ຮັບຖືວ່າແມ່ນແຫ່ງເກັບຮັກສາ ຂີດໝາຍແຫ່ງໄລຍະທຳອິດຂອງການສ້າງຕົວໜັງສືລາຕິນນັບແຕ່ຕົ້ນສະຕະວັດທີ 17.

ແຂວງບິ່ງດິ້ງໄດ້ຮັບຖືວ່າ ແມ່ນແຫ່ງ ເກັບຮັກສາຂີດໝາຍແຫ່ງ ໄລຍະທຳອິດແຫ່ງການສ້າງຕົວໜັງສືລາຕິນນັບແຕ່ຕົ້ນສະຕະວັດທີ 17. ໂບດລ່າງຊົງແມ່ນແຫ່ງຕັ້ງໂຮງພິມລ່າງຊົງແຫ່ງທຳອິດຢູ່ພາກໃຕ້. ປັດຈຸບັນ ໂບດລ່າງຊົງແມ່ນໜຶ່ງໃນບັນດາສະຖານທີ່ ດູດດື່ມສຳລັບແຂກທ່ອງທ່ຽວ ແລະ ຊາວແຂວງບິ່ງດິ້ງ.

ໂບດລ່າງຊົງ - ແຫ່ງເກັບຮັກສາຂີດ​ໝາຍຂະບວນວິວັດແຫ່ງການສ້າງຕົວໜັງສືລາຕິນ - ảnh 1
ຮູບພາບໂບດລ່າງຊົງ.

ໃກ້ຈະຮອດວັນບຸນ ຄຼິດສະມາດ, ບັນດານັກບວດຍິງໃນໂບດລ່າງຊົງໄດ້ຫ້າງຫາກະກຽມ ເຮັດອະນາໄມ, ປະດັບປະດາດ້ວຍຕົ້ນແປກ, ຖ້ຳ…ເພື່ອກະກຽມຕ້ອນຮັບວັນບຸນຄຼິດສະມາດ.

ໂບດລ່າງຊົງ - ແຫ່ງເກັບຮັກສາຂີດ​ໝາຍຂະບວນວິວັດແຫ່ງການສ້າງຕົວໜັງສືລາຕິນ - ảnh 2

ບັນດານັກບວດຍິງ ພວມພາວະນາ.

ໂບດລ່າງຊົງໄດ້ຮັບການກໍ່ສ້າງຕາມສະຖາປັດຕະຍາກຳ Gotic ເຊິ່ງແມ່ນ ສະຖາປັດຕະຍາກຳເປັນເອກກະລັກຂອງຊາວເອີລົບ ໃນການກໍ່ສ້າງໂບດ.

ໂບດລ່າງຊົງ - ແຫ່ງເກັບຮັກສາຂີດ​ໝາຍຂະບວນວິວັດແຫ່ງການສ້າງຕົວໜັງສືລາຕິນ - ảnh 3
ລະບຽງໃນໂບດລ່າງຊົງ ມີລັກສະນະເກົ່າແກ່ແບບ ສະຖາປັດຕະຍາກຳ Gotic ຍັງຄົງໄດ້ຮັບການຮັກສາໄວ້ເໝືອນເດີມ
ໂບດລ່າງຊົງ - ແຫ່ງເກັບຮັກສາຂີດ​ໝາຍຂະບວນວິວັດແຫ່ງການສ້າງຕົວໜັງສືລາຕິນ - ảnh 4
2 ແຖວຕົ້ນຕະຄຽນມີອາຍຸເກືອບ 130 ປີ.
ໂບດລ່າງຊົງ - ແຫ່ງເກັບຮັກສາຂີດ​ໝາຍຂະບວນວິວັດແຫ່ງການສ້າງຕົວໜັງສືລາຕິນ - ảnh 5
ໂຮງພິມລ່າງຊົງເມື່ອກ່ອນນີ້ໄດ້ຮັບການບູລະນະປຸກສ້າງໃໝ່
ໂບດລ່າງຊົງ - ແຫ່ງເກັບຮັກສາຂີດ​ໝາຍຂະບວນວິວັດແຫ່ງການສ້າງຕົວໜັງສືລາຕິນ - ảnh 6
ເຂດຫໍພັກຂອງບັນດານັກບວດຍິງ
ໂບດລ່າງຊົງ - ແຫ່ງເກັບຮັກສາຂີດ​ໝາຍຂະບວນວິວັດແຫ່ງການສ້າງຕົວໜັງສືລາຕິນ - ảnh 7
ບ່ອນທີສະຫງວນໃຫ້ແກ່ບັນດານັກບວດບິງຟັງ ເທດສະຫນາ
ໂບດລ່າງຊົງ - ແຫ່ງເກັບຮັກສາຂີດ​ໝາຍຂະບວນວິວັດແຫ່ງການສ້າງຕົວໜັງສືລາຕິນ - ảnh 8
ຄຸນພໍ່ ຢວານຫວໍດິ່ງເດະ ແນະນຳບັນດາສິ່ງພິມທີ່ໄດ້ພິມຢູ່ລ່າງຊົງ.
ໂບດລ່າງຊົງ - ແຫ່ງເກັບຮັກສາຂີດ​ໝາຍຂະບວນວິວັດແຫ່ງການສ້າງຕົວໜັງສືລາຕິນ - ảnh 9
ປຶ້ມຫົວຕ່າງໆທີ່ໄດ້ພິມຄັ້ງທຳອິດຢູ່ໂຮງພິມລ່າງຊົງເມື່ອກ່ອນນີ້.

ປັດຈຸບັນເຂດຊາວຄຼິດ ກຸ໊ຍເຍິນ ພວມ ຄຸ້ມຄອງຮາກຖານສອງແຫ່ງທີ່ກ່ຽວຂ້ອງເຖິງ ຕົວໜັງສືລາຕິນນັ້ນແມ່ນ ເນືອກມັ້ນ ແລະ ລ່າງຊົງຢູ່ເມືອງ ຕຸຍເຟືອກ. ເລື່ອງບັນດານັກບວດ ໄດ້ມາສ້າງ ຮາກຖານຢູ່ເນືອກມັ້ນ ໄດ້ຮັບຖືວ່າ ແມ່ນໄດ້ເປີດສາກ ຂະບວນວິວັດແຫ່ງການສ້າງຕົວຄໜັງສືລາຕິນໃນຕົ້ນສະຕະວັດ ທີ 17 ແລະ ຫຼັງຈາກນັ້ນເປັນເວລາກ່ວາ 200 ປີ ກໍ່ໄດ້ມີໂຮງພິມລ່າງຊົງ, ນີ້ແມ່ນໜຶ່ງໃນຈຳນວນໂຮງພິມ 3 ແຫ່ງ ທຳອິດຂອງຫວຽດນາມ ທີ່ໄດ້ພິມຕົວໜັງສືລາຕິນ.


ຕອບກັບ

ຂ່າວ/ບົດ​ອື່ນ