ໂຮ້ຍອານ ຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ເປັນຄັ້ງທີ 5

(VOVWORLD) - ຫວ່າງມໍ່ໆມານີ້, ນະຄອນ ໂຮ້ຍອານ, ແຂວງ ກວາງນາມ, ໄດ້ເປັນກຽດຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ເປັນຄັ້ງທີ 5, ທີ່ພິທີມອບລາງວັນທ່ອງທ່ຽວໂລກ 2024, ຈັດຂຶ້ນໃນວັນທີ 03 ກັນຍາ, ຢູ່ນະຄອນຫຼວງ ມານີລາ, ປະເທດ ຟີລິບປິນ.
ໂຮ້ຍອານ ຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ເປັນຄັ້ງທີ 5 - ảnh 1
ໂດຍໄດ້ຂຶ້ນກາຍໜ້າຫຼາຍຄູ່ແຂ່ງໃຫຍ່ຄື ບັກກິ່ງ (ຈີນ), ເດລີ່ (ອິນເດຍ), ໂຕກຽວ (ຍີ່ປຸ່ນ), ເຊີອຸນ (ສ.ເກົາຫຼີ), ໂຮ້ຍອານຂອງ ຫວຽດນາມ ໄດ້ເປັນກຽດຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ປີ 2024 ທີ່ພິທີມອບລາງວັນທ່ອງທ່ຽວໂລກ ພາກພື້ນ ອາຊີ ແລະ ທະວີບໂອເຊອານີ ຄັ້ງທີ 31, ຢູ່ນະຄອນຫຼວງ ມານີລາ, ປະເທດ ຟີລິບປິນ.
ໂຮ້ຍອານ ຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ເປັນຄັ້ງທີ 5 - ảnh 2
ດ້ວຍບັນດາບຸທ່າໄດ້ປຽບດ້ານປະຫວັດສາດ, ວັດທະນະທຳ, ໃນຫຼາຍປີ ໂຮ້ຍອານ ໄດ້ຮັບນາມມະຍົດວ່າແມ່ນ “ນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ໃນປີ 2019, 2021, 2022, 2023.
(ພາບ: baoquangnam.vn)
ໂຮ້ຍອານ ຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ເປັນຄັ້ງທີ 5 - ảnh 3
ແຂວງ ກວາງນາມ, ຫ່າງຈາກນະຄອນ ດ່ານັ້ງ ໄປທາງທິດໃຕ້ປະມານ 30 ກມ, ໂຮ້ຍອານ ພົ້ນເດັ່ນຂຶ້ນຍ້ອນບັນດາສະຖາປັດຈະຍາກຳທີ່ເປັນເອກະລັກສະເພາະ, ເກົ່າແກ່.
(ພາບ: moitruongvadothi.vn)

ພ້ອມກັບຄວາມງາມຂອງສະຖາປັດຕະຍາກຳແລ້ວ, ໂຮ້ຍອານ ຍັງມີບັນດາຈຸດຄວາມງາມຈາກວັດທະນະທຳທີ່ບໍ່ເປັນວັດຖຸ, ໂດຍສະແດງຜ່ານບັນດາງານບຸນ, ຮີດຄອງປະເພນີ, ຄື: ງານບຸນລອຍກະໂທງ, ຂັບຮ້ອງ ບ່າຍຈ່ອຍ, ຖີບລົດຖີບອ້ອມຄຸ້ມຖະໜົມເກົ່າ, ຢ້ຽມຢາມໝູ່ບ້ານອາຊີບ...

ໂຮ້ຍອານ ຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ເປັນຄັ້ງທີ 5 - ảnh 4
ໂຮ້ຍອານ ຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ເປັນຄັ້ງທີ 5 - ảnh 5
ໂຮ້ຍອານ ຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ເປັນຄັ້ງທີ 5 - ảnh 6
ແຂກທ່ອງທ່ຽວສາກົນໄປຢ້ຽມຢາມ, ຊື້ຂາຍ, ຊອກຮູ້ບັນດາເຍື່ອງອາຫານພິເສດຂອງທ້ອງຖິ່ນ.
(ພາບ: baoquangnam.vn)
ໂຮ້ຍອານ ຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ເປັນຄັ້ງທີ 5 - ảnh 7
ໂຮ້ຍອານ ຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ເປັນຄັ້ງທີ 5 - ảnh 8
ໂຮ້ຍອານ ຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ເປັນຄັ້ງທີ 5 - ảnh 9
ການວາງສະແດງບັນດາຜະລິດຕະພັນສິລະປະຫັດຖະກຳຢູ່ ໂຮ້ຍອານ.
ໂຮ້ຍອານ ຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ເປັນຄັ້ງທີ 5 - ảnh 10
ມີການເຄື່ອນໄຫວທາງດ້ານວັດທະນະທຳ, ສີລະປະຍາມຕອນຄ່ຳຢູ່ ໂຮ້ຍອານ ໄດ້ດຶງດູດແຂກທ່ອງທ່ຽວ.

ເມື່ອເວົ້າເຖິງຖະໜົນເກົ່າ ໂຮ້ຍອານ ແຂກທ່ອງທ່ຽວບໍ່ອາດພາດວັດທະນະທຳດ້ານອາຫານການກິນຢູ່ແຫ່ງນີ້ໄດ້.

ໂຮ້ຍອານ ຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ເປັນຄັ້ງທີ 5 - ảnh 11
ເຂົ້າຈີ່, ຮູຕຽວ, ໝີ່ ກວ໋າງ, ເຂົ້າຈ້າວໃສ່ໄກ່, ຂອງຫວານ… ລ້ວນແຕ່ແມ່ນບັນດາເຍື່ອງອາຫານທີ່ດຶງດູດໃຈ.
ໂຮ້ຍອານ ຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ເປັນຄັ້ງທີ 5 - ảnh 12
(ພາບ: VNP)
ໂຮ້ຍອານ ຮັບນາມມະຍົດ “ຈຸດນັດພົບນະຄອນແຫ່ງວັດທະນະທຳແຖວໜ້າຢູ່ ອາຊີ” ເປັນຄັ້ງທີ 5 - ảnh 13

ເລື່ອງ ໂຮ້ຍອານ ໄດ້ຮັບລາງວັນຢ່າງຕໍ່ເນື່ອງນັ້ນ, ຄືດັ່ງເປັນຄຳຢັ້ງຢືນກ່ຽວກັບຄວາມດຶງດູດໃຈທີ່ຄົງຕົວກັບການເວລາຂອງເຂດຕົວເມືອງເກົ່າແກ່ຢູ່ເຂດດິນແດນທາງພາກກາງຂອງ ຫວຽດນາມ.

ລາງວັນທ່ອງທ່ຽວໂລກ (World Travel Awards) ໄດ້ເລີ່ມຂຶ້ນໃນປີ 1993, ແມ່ນລາງວັນມີອິດທິພົນຊື່ສຽງທີ່ໄດ້ຮັບການຮັບຮູ້ໃນທົ່ວໂລກ.

ລາງວັນໄດ້ຈັດຂຶ້ນປະຈຳປີ ເພື່ອເຊີດຊູບັນດາຈຸດນັດພົບທີ່ພົ້ນເດັ່ນ, ບັນດາອົງການຄຸ້ມຄອງການທ່ອງທ່ຽວ, ນັກສະໜອງການບໍລິການທ່ອງທ່ຽວທີ່ມີຄຸນນະພາບສູງ, ລວມມີຫຼາຍປະເພດເນື້ອໃນ, ຄື: ການບິນ, ໂຮງແຮມ, ຈຸດນັດພົບຂອງການທ່ອງທ່ຽວ…

ຕອບກັບ

ຂ່າວ/ບົດ​ອື່ນ