ໄປວັດຍາມຕົ້ນປີ - ຄວາມງາມທາງດ້ານວັດທະນະທຳອັນເປັນປະເພນີຂອງ ຊາວ ຫວຽດນາມ

(VOVWORLD) -ໂດຍໄດ້ກາຍເປັນປະເພນີອັນດີງາມຂອງຊາວຫວຽດນາມ, ຊຸມວັນຕົ້ນລະດູບານໃໝ່ ມີຫຼາຍຄອບຄົວໄດ້ພາກັນໄປວັດ, ພາວະນາປີໃໝ່ ມີແຕ່ຄວາມສະຫງົບສຸກ ແລະ ໂຊກດີ. 

ສຳລັບຊາວຫວຽດນາມ ແຕ່ລະຄົນ,  ໄປວັດຍາມຕົ້ນປີແມ່ນ ຈຸດວັດທະນະທຳອັນເປັນປະເພນີ ໄດ້ມີມາແຕ່ດົນນານ ອັນໄດ້ສ້າງເປັນຮູບພາບຫຼາກຫຼາຍສີສັນໃນພື້ນຖານວັດທະນະທຳທີ່ກ້າວໜ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ.
ໄປວັດຍາມຕົ້ນປີ - ຄວາມງາມທາງດ້ານວັດທະນະທຳອັນເປັນປະເພນີຂອງ ຊາວ ຫວຽດນາມ - ảnh 1
ວັດກວານຊື ທີ່ຮ່າໂນ້ຍ ກາຍເປັນສະຖານທີ່ດຶງດູດ ຊາວນະຄອນຫຼວງຫຼາຍຄົນ ມາໄຫວ້ບູຊາ ເມື່ອລະດູບານໃໝ່ວຽນມາ.
ໄປວັດຍາມຕົ້ນປີ - ຄວາມງາມທາງດ້ານວັດທະນະທຳອັນເປັນປະເພນີຂອງ ຊາວ ຫວຽດນາມ - ảnh 2
ປະຊາຊົນໄປວັດພາຍຫຼັງຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ ປີ ຂານ.
ໄປວັດຍາມຕົ້ນປີ - ຄວາມງາມທາງດ້ານວັດທະນະທຳອັນເປັນປະເພນີຂອງ ຊາວ ຫວຽດນາມ - ảnh 3
ຊາວຫວຽດນາມ ເຊື່ອໝັ້ນວ່າ ໄປວັດຍາມຕົ້ນປີ ບໍ່ພຽງແຕ່ເພື່ອພາວະນາໃຫ້ມີສິ່ງທີ່ດີງາມເທົ່ານັ້ນ,ຫາກຍັງແມ່ນຊ່ວງເວລາເພື່ອໃຫ້ທຸກໆຄົນ ໄປຊອກຫາແຫ່ງເປັນຈິດວິນຍານ ພາຍຫຼັງການອອກແຮງງານດ້ວຍຄວາມອິດເມື່ອຍເປັນເວລາຫຼາຍເດືອນ.
ໄປວັດຍາມຕົ້ນປີ - ຄວາມງາມທາງດ້ານວັດທະນະທຳອັນເປັນປະເພນີຂອງ ຊາວ ຫວຽດນາມ - ảnh 4
ປະຊາຊົນໄປວັດເຟິດຕິກ ໃນແຂວງບັກນິງ
ໄປວັດຍາມຕົ້ນປີ - ຄວາມງາມທາງດ້ານວັດທະນະທຳອັນເປັນປະເພນີຂອງ ຊາວ ຫວຽດນາມ - ảnh 5
ຂະບວນຄົນແບ່ງເປັນກຸ່ມ ປະຕິບັດຕາມຫຼັກອະນາໄມ ເຂົ້າໄຫ້ວບູຊາພະພຸດທະຮູບທີ່ວັດເຟິດຕິກ - ວັດເກົ່າແກ່ມີມານັບພັນປີ ຢູ່ດິນແດນພາກເໜືອ
ໄປວັດຍາມຕົ້ນປີ - ຄວາມງາມທາງດ້ານວັດທະນະທຳອັນເປັນປະເພນີຂອງ ຊາວ ຫວຽດນາມ - ảnh 6
ປະຊາຊົນໄປວັດວິ້ງງຽມເຊິ່ງແມ່ນໜຶ່ງໃນບັນດາວັດທີ່ມີຊື່ສຽງທີ່ສຸດຢູ່ນະຄອນໂຮ່ຈີມິນໃນວັນຕົ້ນປີໃໝ່ປີ ຂານ.
ໄປວັດຍາມຕົ້ນປີ - ຄວາມງາມທາງດ້ານວັດທະນະທຳອັນເປັນປະເພນີຂອງ ຊາວ ຫວຽດນາມ - ảnh 7
ຍ້ອນໂລກລະບາດໂຄວິດ - 19, ດັ່ງນັ້ນໃນປີນີ້ ວັດວິງງຽມ ບໍ່ມີຄົນໜ້າແໜ້ນຄືທຸກໆປີກ່ອນ

ປະເພນີໄປວັດຍາມຕົ້ນປີ ກໍ່ຖືກຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ຮັກສາໃຫ້ລຸ້ນຄົນ.ໃນອະນາຄົດ.

ໄປວັດຍາມຕົ້ນປີ - ຄວາມງາມທາງດ້ານວັດທະນະທຳອັນເປັນປະເພນີຂອງ ຊາວ ຫວຽດນາມ - ảnh 8
ແມ່ພີ່ນ້ອງຊາວຫວຽດນາມ ພວມດຳລົງຊີວິດເຮັດວຽກຢູ່ລາວ ກໍ່ພາກັນໄປວັດເຟິດຕິກທີ່ນະຄອນຫຼວງວຽງຈັນ ເພື່ອຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່
ໄປວັດຍາມຕົ້ນປີ - ຄວາມງາມທາງດ້ານວັດທະນະທຳອັນເປັນປະເພນີຂອງ ຊາວ ຫວຽດນາມ - ảnh 9
ໃນຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່, ພວກແມ່ຂາວ ແລະ ພຸດທະສາສະນິກກະຊົນ ວັດເຟິດຕິກໄດ້ສວດມົນພາວະນາຂໍໃຫ້ປະເທດຊາດສັນຕິພາບ, ປະຊາຊົນຢູ່ເຢັນເປັນສຸກ.

ໂດຍຕັ້ງຢູ່ສູນການຄ້າ ຊາປາ ສ.ເຊັກໂກ, ວັດວິງງຽມ ແມ່ນແຫ່ງຫາຍາກຢູ່ Praha ສຳລັບຊາວຫວຽດນາມ ຫຼາຍຄົນຢູ່ຫ່າງໄກຈາກບ້ານເກີດເມືອງນອນ ມາຫາກົກເຄົ້າເຫງົ້າກໍ່ ສະແດງຄວາມມຸ່ງຫວັງ ແລະ ເຊື່ອມຕົວ ເຂົ້າກັບບັນຍາກາດແຫ່ງຈິດວິນຍານ.

ໄປວັດຍາມຕົ້ນປີ - ຄວາມງາມທາງດ້ານວັດທະນະທຳອັນເປັນປະເພນີຂອງ ຊາວ ຫວຽດນາມ - ảnh 10
ວັດວິງງຽມຢູ່ Praha ສ.ເຊັກໂກ

ໂດຍໄດ້ກາຍເປັນປະເພນີ, ໃນວັນຕົ້ນປີໃໝ່ ປີຂານ 2022, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເຊັກໂກ ທ໊າຍຊວັນຢຸງ ພ້ອມກັບ ພັນລະຍາ ແລະ ການນຳສະມາຄົມຊາວຫວຽດນາມ ອາໄສຢູ່ ເຊັກໂກໄດ້ໄປວັດວິງງຽມ ເພື່ອໄຫວ້ບູຊາພະພຸດທະຮູບ ສະແດງຄວາມຫວັງ ໃຫ້ ຄອບຄົວ ຍາດຕິພີ່ນ້ອງ, ພໍ່ແມ່ພີ່ນ້ອງຊາວຫວຽດນາມ ປີໃໝ່ມີສຸຂະພາບແຂງແຮງ ແລະ ຜາສຸກ.

ໄປວັດຍາມຕົ້ນປີ - ຄວາມງາມທາງດ້ານວັດທະນະທຳອັນເປັນປະເພນີຂອງ ຊາວ ຫວຽດນາມ - ảnh 11
ພະອາຈານ ທິກຕືເຟືອກ ເຈົ້າອາທິການວັດວິງງຽມ ຢູ່ສູນການຄ້າ ຊາປາ ສ.ເຊັກໂກ ໃຫ້ໂຊກລາບຍາມຕົ້ນປີ
ໄປວັດຍາມຕົ້ນປີ - ຄວາມງາມທາງດ້ານວັດທະນະທຳອັນເປັນປະເພນີຂອງ ຊາວ ຫວຽດນາມ - ảnh 12
ພະອາການ ທິກຕືເຟືອກຖ່າຍຮູບເປັນທີ່ລະນຶກພ້ອມກັບບັນດາຜູ້ຄົນທຳອິດໄປວັດວິງງຽມຍາມຕົ້ນປີ.

ຕອບກັບ

ຂ່າວ/ບົດ​ອື່ນ