ໄປຮ່າກາງ ເພື່ອຊອກຮູ້ອາຊີບເຮັດກວນຂີງເຫ້ວ

(VOVWORLD) -ຮ່າກາງ ສະຖານທີ່ຕິດພັນກັບຕົ້ນໄມ້ຢູ່ປ່ຽວໃນຮູບເງົາ “ຕາຂຽວ” ແລະ ເປັນທີ່ຮູ້ຈັກກັນດີດ້ວຍອາຊີບເຮັດຂີງທີ່ມີຊື່ສຽງຢູ່ເຫ້ວ

ໄປຮ່າກາງ ເພື່ອຊອກຮູ້ອາຊີບເຮັດກວນຂີງເຫ້ວ - ảnh 1
ກວນຂີງເຫ້ວ ມີລົດຫອມ ແລະ ເຜັດ ຖືກຊ່ອຍເເປັນປ່ຽງບາງໆ, ຮ່າກາງ ສະຖານທີ່ຕິດພັນກັບຕົ້ນໄມ້ຢູ່ປ່ຽວໃນຮູບເງົາ “ຕາຂຽວ” ແລະ ຍັງເປັນທີ່ຮູ້ຈັກກັນດີດ້ວຍອາຊີບເຮັດຂີງທີ່ມີຊື່ສຽງຢູ່ເຫ້ວ
ໄປຮ່າກາງ ເພື່ອຊອກຮູ້ອາຊີບເຮັດກວນຂີງເຫ້ວ - ảnh 2
ແຕ່ລະປີເເມື່ອບຸນເຕັດວຽນມາ, ຢູ່ເຮືອນຂົວຂອງຄອບຄົວລຸງເຈີນກວາງຫງວຽນຢູ່ ບ້ານຮ່າກາງ, ຕາແສງກວາງຝຸ ເມືອງກວາງດຽນ ແຂວງເທື່ອທຽນເຫ້ວ ພັດເເປົ່າໄຟເພື່ອເຮັດກວນຂີງ. ເປັນທີ່ຮັບຊາບແລ້ວວ່າ, ຄອບຄົວລຸງຫງວຽນ ໄດ້ປະກອບອາຊີບນີ້ ເປັນເວລາກ່ວາ 20 ປີ
ໄປຮ່າກາງ ເພື່ອຊອກຮູ້ອາຊີບເຮັດກວນຂີງເຫ້ວ - ảnh 3
ພາຍຫຼັງເລືອກເອົາວັດຖຸດິບທີ່ດີ, ຂີງຈະນຳໄປລ້າງໃຫ້ສະອາດ ແລ້ວ ແຖເປືອກ ແລ້ວ ຕັດຊອຍເປັນປ່ຽງບາງໆ.
ໄປຮ່າກາງ ເພື່ອຊອກຮູ້ອາຊີບເຮັດກວນຂີງເຫ້ວ - ảnh 4
ຂີງເມື່ອ ຕັດຊອຍເປັນປ່ຽງບາງໆແລ້ວ ກໍ່ນຳໄປຫມ່າໃນນ້ຳສະອາດ ເຊິ່ງປົ່ນນ້ຳໝາກນາວ ໜ້ອຍໜຶ່ງ ປະມານກ່ວາ 30 ນາທີ.
ໄປຮ່າກາງ ເພື່ອຊອກຮູ້ອາຊີບເຮັດກວນຂີງເຫ້ວ - ảnh 5
ຫຼັງຈາກນັ້ນ ຈະນຳເອົາຂີງໄປຕົ້ມ ແລ້ວປະໄວ້ໃຫ້ແຫ້ງ. ຕໍ່ຈາກນັ້ນກໍ່ນຳໄປຂົ້ວດ້ວຍຖ່ານຟືນ, ເວລາຂົ້ວກໍ່ ຕ້ອງຊ່າວໃຫ້ສະເໝີເພື່ອໃຫ້ຂີງບໍ່ຕິດກັນ. ກວນຂີງເຮັດໃຫ້ຫອມທີ່ສຸດແມ່ນໃນຂັ້ນຕອນນີ້.
ໄປຮ່າກາງ ເພື່ອຊອກຮູ້ອາຊີບເຮັດກວນຂີງເຫ້ວ - ảnh 6
ໃນຍາມອາກາດໜາວຈັດ, ທຸກໆຄົນກໍ່ນັ່ງຂ້າງເຕົາໄຟເພື່ອຂົ້ວຂີງ, ນີ້ແມ່ນຮູບພາບທີ່ອົບອຸ່ນເຄີຍປະກົດໃນວັນບູນເຕັດເມື່ອກ່ອນນີ້.
ໄປຮ່າກາງ ເພື່ອຊອກຮູ້ອາຊີບເຮັດກວນຂີງເຫ້ວ - ảnh 7
ກວນຂີງເມື່ອເຮັດສຳເລັດ ຈະມີສີເຫຼືອງສົດຂອງຂີງພ້ອມກັບສີຂາວຂອງນ້ຳຕານ.
ໄປຮ່າກາງ ເພື່ອຊອກຮູ້ອາຊີບເຮັດກວນຂີງເຫ້ວ - ảnh 8
ສຳລັບລາຄາກວນຂີງ ຄອບຄົວລຸງຫງວຽນກໍ່ຂາຍ 60.000 ດົ່ງ/ ກີໂລກຼາມ. ຕາມການສັ່ງຊື້ຂອງລູກຄ້າ, ຄອບຄົວລຸງຫງວຽນກໍ່ໄດ້ສົ່ງໄປຂາຍຢູ່ ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ແຂວງແຄ໊ງຮ່ວາ…
ໄປຮ່າກາງ ເພື່ອຊອກຮູ້ອາຊີບເຮັດກວນຂີງເຫ້ວ - ảnh 9
ໃນໄລຍະທີ່ຍັງບໍ່ທັນເກີດໂລກລະບາດໂຄວິດ - 19, ໃນໂອກາດໃກ້ຈະຮອດບູນເຕັດ ຢູ່ເດີນເຮືອນຂອງ ລຸງຫງວຽນ ກໍ່ມີຫຼາຍຄົນມາຊ່ວຍຄອບຄົວ ລຸງຫງວຽນເພື່ອເຮັດກວນຂີງ ເພື່ອໃຫ້ທັນກັບໂອກາດບູນເຕັດ ແຕ່ໃນປັດຈຸບັນເພື່ອຮັບປະກັນຄວາມປອດໄພສະກັດກັ້ນການຕິດເຊື້ອ, ຄອບຄົວຂອງລຸງຫງວຽນໄດ້ແບກຮາບການເຮັດກວນຂີງດ້ວຍທຸກໆຂັ້ນຕອນ.
ໄປຮ່າກາງ ເພື່ອຊອກຮູ້ອາຊີບເຮັດກວນຂີງເຫ້ວ - ảnh 10
ລຸງເຈິ່ນກວາງຫງວຽນ ອາຍຸ 65 ປີ ໃຫ້ຮູ້ວ່າ: ປີນີ້, ຄອບຄົວຂອງລຸງຂາຍກວນຂີງໄດ້ປະມານ 1 ໂຕນໜ້ອຍກ່ວາເມື່ອທຽບໃສ່ທຸກໆປີ ແຕ່ລຸງຍັງຄົງຮູ້ສຶກດີໃຈ ເພາະວ່າ ໄດ້ປະກອບອາຊີບນີ້ ບໍ່ພຽງແຕ່ເພີ່ມລາຍຮັບເທົານັ້ນ ຫາກຍັງປະກອບສ່ວນໃນວັນບູນເຕັດ ອີກດ້ວຍ.
ໄປຮ່າກາງ ເພື່ອຊອກຮູ້ອາຊີບເຮັດກວນຂີງເຫ້ວ - ảnh 11
ເພື່ອເຮັດກວນຂີງທີ່ແຊບໆນັ້ນ, ຜູ້ເຮັດກວນຂີງກໍ່ຕ້ອງມີຄວາມສຸມຈິດສຸມໃຈ, ດູໝັ່ນຂະຫຍັນພຽງ ເພື່ອສ້າງເປັນສິນພິເສດ ຮັບໃຊ້ຜູ້ບໍລິໂພກ.

ຕອບກັບ

ຂ່າວ/ບົດ​ອື່ນ