ໄປເຂດຊາຍແດນຮັບຊົມດອກໄມ້ຄາມີເລຍ ບານສະພັງປົກຄຸມໄປດ້ວຍສີຂາວທົ່ວເຂດພູຜາປ່າໄມ້

(VOVWORLD) -ເດືອນທັນວາ ດອກຄາມີເລຍບານສະພັງ ປົກຄຸມສີຂາວໄປທົ່ວເຂດພູຜາປ່າໄມ້ຊາຍແດນຢູ່ບິ່ງລຽວແຂວງກ໋ວາງນິງ. ງານບຸນດອກ ຄາມີເລຍ ໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມຄວາມງາມທີ່ເປັນເອກະລັກສະເພາະ ຂອງດອກໄມ້ຊະນິດນີ້ຢູ່ເຂດພູຜາປ່າໄມ້ທາງທິດຕາເວັນອອກສ່ຽງເໜືອ.

ໄປເຂດຊາຍແດນຮັບຊົມດອກໄມ້ຄາມີເລຍ ບານສະພັງປົກຄຸມໄປດ້ວຍສີຂາວທົ່ວເຂດພູຜາປ່າໄມ້ - ảnh 1
ໂດຍຫ່າງຈາກນະຄອນຮະລອງກ່ວາ 100 ກີໂລແມັດໄປທາງທິດຕາເວັນອອກສ່ຽງເໜືອ, ເມືອງບີງລຽວມີຄວາມງາມແບບຮົກເຮື້ອ, ໃຫຍ່ໂຕມະໂຫຖານ. ຮອດເດືອນທັນວາ ເຂດພູຜາປ່າໄມ້ຊາຍແດນພັດຖືກປົກຄຸມໄປດ້ວຍສີຂາວ ຂອງດອກຄາມີເລຍ.
ໄປເຂດຊາຍແດນຮັບຊົມດອກໄມ້ຄາມີເລຍ ບານສະພັງປົກຄຸມໄປດ້ວຍສີຂາວທົ່ວເຂດພູຜາປ່າໄມ້ - ảnh 2
ດອກຄາມີເລຍບານສະພັງປົກຄຸມໄປດ້ວຍສີຂາວ ທົ່ວເຂດພູຜາລຽບຕາມບັນດາເສັ້ນທາງເຂົ້າໄປໝູ່ບ້ານຕ່າງໆ ແລະໄດ້ກາຍເປັນຄວາມງາມທີ່ເປັນເອກະລັກສະເພາະ ຂອງບິ່ງລຽວ. ດອກຄາມີເລຍບານສະພັງສວຍງາມທີ່ສຸດໃນລະດູໜາວ ຄືເດືອນທັນວາແຕ່ລະປີ.
ໄປເຂດຊາຍແດນຮັບຊົມດອກໄມ້ຄາມີເລຍ ບານສະພັງປົກຄຸມໄປດ້ວຍສີຂາວທົ່ວເຂດພູຜາປ່າໄມ້ - ảnh 3
ດອກຄາມີເລຍ ບານສະພັງ ທີ່ສວຍງາມເຮັດໃຫ້ ແຂກທ່ອງທ່ຽວທັງຫຼາຍ ຄິດເລີຍເຖິງດອກຊາແຕ່ເບິ່ງຄັກໆແລ້ວ ກີບຂອງດອກຄາມີເລຍໃຫຍ່ກ່ວາ, ເປັນສີຂາວແລະມີກິ່ນຫອມ.
ໄປເຂດຊາຍແດນຮັບຊົມດອກໄມ້ຄາມີເລຍ ບານສະພັງປົກຄຸມໄປດ້ວຍສີຂາວທົ່ວເຂດພູຜາປ່າໄມ້ - ảnh 4
ຕົ້ນດອກຄາມີເລຍ ຖືກປຸກຢູ່ທົ່ວທຸກແຫ່ງສະຫຼັບ ກັບຕົ້ນໄມ້ກິນໝາກຊະນິດອື່ນ.
ໄປເຂດຊາຍແດນຮັບຊົມດອກໄມ້ຄາມີເລຍ ບານສະພັງປົກຄຸມໄປດ້ວຍສີຂາວທົ່ວເຂດພູຜາປ່າໄມ້ - ảnh 5
ນັບແຕ່ປີ 2015 ງານບຸນດອກຄາມີເຊຍໄດ້ຈັດຂຶ້ນຢ່າງເປັນປະຈຳ ແລະ ໄດ້ກາຍເປັນໜຶ່ງໃນບັນດາເຫດການທ່ອງທ່ຽວທີ່ດູດດື່ມໃນແຂວງກ໋ວາງນິງ.
ໄປເຂດຊາຍແດນຮັບຊົມດອກໄມ້ຄາມີເລຍ ບານສະພັງປົກຄຸມໄປດ້ວຍສີຂາວທົ່ວເຂດພູຜາປ່າໄມ້ - ảnh 6
ງານບຸນດອກຄາມີເລຍ ປີ 2020 ຖືກຈັດຂຶ້ນຢູ່ບ້ານດົ່ງລອງ, ຕາແສງດົ່ງເລິມ, ເຊິ່ງແມ່ນແຫ່ງມີດອກຄາມີເລຍ ບານສະພັງ ສວຍງາມທີ່ສຸດໃນເຂດ.
ໄປເຂດຊາຍແດນຮັບຊົມດອກໄມ້ຄາມີເລຍ ບານສະພັງປົກຄຸມໄປດ້ວຍສີຂາວທົ່ວເຂດພູຜາປ່າໄມ້ - ảnh 7
ເນື່ອງໃນໂອກາດນີ້, ພໍ່ແມ່ພີ່ນ້ອງເຜົ່າໄຕ່, ເຜົ່າຢ໊າວ, ເຜົ່າແທັງອີ, ເຜົ່າແທັງຟ໊ານ, ເຜົ່າຊານຈີ ຢູ່ບິ່ງລຽວໄດ້ພາກັນ ໄປຮ່ວມງານບຸນ, ເຂົາເຈົ້າໄດ້ພ້ອມກັນນຸ່ງຊຸດອາພອນ ປະຈຳເຜົ່າ ທີ່ສວຍງາມຫຼາກຫຼາຍສີສັນ.
ໄປເຂດຊາຍແດນຮັບຊົມດອກໄມ້ຄາມີເລຍ ບານສະພັງປົກຄຸມໄປດ້ວຍສີຂາວທົ່ວເຂດພູຜາປ່າໄມ້ - ảnh 8
ງານບຸນດອກຄາມີເລຍກໍ່ແມ່ນໜຶ່ງໃນບັນດາງານບຸນທີ່ເປັນເອກະລັກຢູ່ເຂດພູສູງຊາຍແດດກ໋ວາງນິງ ເຊິ່ງໄດ້ວາດພາບເຖິງຈຸດວັດທະນະທຳ ທີ່ຫຼາຍຮູບຫຼາຍສີຂອງພໍ່ແມ່ປະຊາຊົນຢູ່ແຫ່ງນີ້.
ໄປເຂດຊາຍແດນຮັບຊົມດອກໄມ້ຄາມີເລຍ ບານສະພັງປົກຄຸມໄປດ້ວຍສີຂາວທົ່ວເຂດພູຜາປ່າໄມ້ - ảnh 9
ງານບຸນດອກຄາມີເລຍປີ 2020 ໄດ້ດຶງດູດໄດ້ແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາຢ່າງຫຼວງຫຼາຍ.
ໄປເຂດຊາຍແດນຮັບຊົມດອກໄມ້ຄາມີເລຍ ບານສະພັງປົກຄຸມໄປດ້ວຍສີຂາວທົ່ວເຂດພູຜາປ່າໄມ້ - ảnh 10
ນາງເຈິ່ນທິແທັງມາຍແຂກທ່ອງທ່ຽວມາຈາກຮ່າໂນ້ຍແບ່ງປັນວ່າ: “ດິນແດນແຫ່ງນີ້ປຽບເໝືອນຊາປາຮັດແຄບ, ຢູ່ທີ່ນີ້ ອາກາດປອດໂປ່ງ, ຊາວທ້ອງຖິ່ນມີຈິດໃຈຮັກແພງແຂກ, ນີ້ກໍ່ແມ່ນໂອກາດມາທ່ອງທ່ຽວເປັນໜ້າຈື່ຈຳຂອງຂ້າພະເຈົ້າ”
ໄປເຂດຊາຍແດນຮັບຊົມດອກໄມ້ຄາມີເລຍ ບານສະພັງປົກຄຸມໄປດ້ວຍສີຂາວທົ່ວເຂດພູຜາປ່າໄມ້ - ảnh 11
ນາງຫງວຽນທິຮວາ ນັກສຶກສາສັງກັດມະຫາວິທະຍາໄລ ຮະລອງແບ່ງປັນວ່າ: ທັດສະນີສະພາບຢູ່ແຫ່ງນີ້ງົດງາມທີ່ສຸດ, ນ້ອງໄດ້ຖ່າຍເອົາບັນດາຮູບພາບທີ່ເປັນໜ້າປະທັບໃຈທີ່ສຸດ.
ໄປເຂດຊາຍແດນຮັບຊົມດອກໄມ້ຄາມີເລຍ ບານສະພັງປົກຄຸມໄປດ້ວຍສີຂາວທົ່ວເຂດພູຜາປ່າໄມ້ - ảnh 12
ການເດີນທາງໄປທ່ອງທ່ຽວຢູ່ເຂດປ່າດອກຄາມີເລຍໄດ້ນຳຄວາມປະທັບໃຈ ໃຫ້ແກ່ແຂກທ່ອງທ່ຽວທັງຫຼາຍ
ໄປເຂດຊາຍແດນຮັບຊົມດອກໄມ້ຄາມີເລຍ ບານສະພັງປົກຄຸມໄປດ້ວຍສີຂາວທົ່ວເຂດພູຜາປ່າໄມ້ - ảnh 13
ແສງແດດທີ່ອົບອຸ່ນ ໄດ້ເຮັດໃຫ້ດອກຄາມີເລຍຫຼົ່ນລົງຫຼາຍ ແຕ່ຄວາມງາມກໍ່ຍັງເໝືອນເດີມເພື່ອໃຫ້ແຂກທ່ອງທ່ຽວສາມາດຢ້ຽມຊົມຄວາມງາມຂອງດອກໄມ້ຊະນິດນີ້ໃນງານບຸນ.
ໄປເຂດຊາຍແດນຮັບຊົມດອກໄມ້ຄາມີເລຍ ບານສະພັງປົກຄຸມໄປດ້ວຍສີຂາວທົ່ວເຂດພູຜາປ່າໄມ້ - ảnh 14
ແຂກທ່ອງທ່ຽວໄດ້ພ້ອມກັນຖ່າຍຮູບເປັນທີ່ລະນຶກ
ໄປເຂດຊາຍແດນຮັບຊົມດອກໄມ້ຄາມີເລຍ ບານສະພັງປົກຄຸມໄປດ້ວຍສີຂາວທົ່ວເຂດພູຜາປ່າໄມ້ - ảnh 15
ມາຮ່ວມງານບຸນດອກຄາມີເລຍປີ 2020 ແຂກທ່ອງທ່ຽວຍັງໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວວັດທະນະທຳສີລະປະກິລາທີ່ອຸດົມສົມບຸນຂອງປະຊາຊົນຢູ່ແຫ່ງນີ້
ໄປເຂດຊາຍແດນຮັບຊົມດອກໄມ້ຄາມີເລຍ ບານສະພັງປົກຄຸມໄປດ້ວຍສີຂາວທົ່ວເຂດພູຜາປ່າໄມ້ - ảnh 16
ການລະຫຼິ້ນພື້ນເມືອງຫຼາຍຢ່າງໄດ້ດຶງດູດການເຂົ້າຮ່ວມຂອງຜູ້ຊົມຫຼາຍຄົນຄື ຍົນໝາກຄອນ, ຍູ້ໄມ້ຄ້ອນເທົ້າ, ປິດຕາຈັບເປັດ…
ໄປເຂດຊາຍແດນຮັບຊົມດອກໄມ້ຄາມີເລຍ ບານສະພັງປົກຄຸມໄປດ້ວຍສີຂາວທົ່ວເຂດພູຜາປ່າໄມ້ - ảnh 17
ບຸນແຂ່ງຂັນຍາດເອົາແກ່ນດອກຄາມີເລຍ ລະຫວ່າງບັນດາໝູ່ບ້ານອັນໄດ້ສ້າງບັນຍາກາດເບີກບານມ່ວນຊື່ນທີ່ສຸດ
ໄປເຂດຊາຍແດນຮັບຊົມດອກໄມ້ຄາມີເລຍ ບານສະພັງປົກຄຸມໄປດ້ວຍສີຂາວທົ່ວເຂດພູຜາປ່າໄມ້ - ảnh 18
ການບໍລິການຈ້ອງເວີນໃນທ່າມກາງເຂດພູຜາປ່າໄມ້ໄດ້ສ້າງຄວາມປະທັບໃຈທີ່ໃໝ່ອ່ຽມໃຫ້ແກ່ແຂກທ່ອງທ່ຽວ ເມື່ອມາເຂົ້າຮ່ວມງານບຸນດອກຄາມີເລຍປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ