ໝູ່ກັງຈາຍ, ອ່າວຮະລອງຖືກຈັດເຂົ້າບັນຊີລາຍຊື່ສະຖານທີ່ທ່ອງທ່ຽວທີ່ສວຍງາມທີ່ສຸດໃນໂລກປີ 2023 26 ກຸມພາ 2023 | 16:56:00 (VOVWORLD) -ໝູ່ກັງຈາຍ ຍາມເຂົ້າສຸກເຫຼືອງ ແລະ ອ່າວຮະລອງຂອງ ຫວຽດນາມ ໄດ້ຮັບການຄັດເລືອກແມ່ນສະຖານທີ່ທ່ອງທ່ຽວທີ່ສວຍງາມກ່ວາໝູ່ໃນໂລກ ປີ 2023. ຕາມສູນຂໍ້ມູນຂ່າວສານທ່ອງທ່ຽວ (ກົມໃຫຍ່ທ່ອງທ່ຽວ ຫວຽດນາມ) ໝູ່ກັງຈາຍໃນແຂວງອຽນບ໊າຍ ແລະ ອ່າວຮະລອງຢູ່ແຂວງກວາງນິງ ຫາກໍ່ຖືກວາລະສານທ່ອງທ່ຽວ ສາກົນ Condé Nast Traveler ຄັດເລືອກແມ່ນສອງ ໃນຈຳນວນບັນດາສະຖານທີ່ທ່ອງທ່ຽວທີ່ສວຍງາມກ່ວາໝູ່ໃນໂລກ. ໝູ່ກັງຈາຍ ແມ່ນສະຖານທີ່ທ່ອງທ່ຽວທີ່ງົດງາມດ້ວຍບັນດາເນື້ອທີ່ນາຂັ້ນໄດທີ່ສຸກເຫຼືອງອາຮາມ. ຖັດຈາກໝູ່ກັງຈາຍ, ອ່າວຮະລອງກໍ່ໄດ້ຖືກແນະນຳຜ່ານຮູບຖ່າຍຫຼາຍແຜ່ນ ໂນນພາເຂົ້າ (ຕາແສງລາປ໊າຍເຕິນ) ເຊິ່ງແມ່ນສະຖານທີ່ທີ່ລືຊືຢູ່ໝູ່ກັງຈາຍ ມີຄວາມສວຍສົດງົດງາມ ໃນທ່າມກາງແສງແດດ ຍາມແລງ. ໝູ່ກັງຈາຍ ລືຊື່ກໍ່ຍ້ອນມີບັນດາຮູບຖ່າຍເປັນໜ້າປະທັບໃຈເຊິ່ງໄດ້ແນະນຳທາງສື່ສັງຄົມ. ຊ່ວງເວລາເດືອນກັນຍາ, ເດືອນຕຸລາກໍ່ແມ່ນຍາມຢູ່ຕາມໂນນພູ ນາຂັ້ນໄດຢູ່ ດິນແດນໝູ່ກັງຈາຍ ກໍ່ເລີ່ມສວຍງາມດ້ວຍເນື້ອທີ່ນາ ສຸກເຫຼືອງ ອາຮາມ ບໍ່ພຽງແຕ່ເຮັດໃຫ້ຜູ້ຄົນທັງຫຼາຍຫຼົງໄຫຼຍ້ອນຍາມເຂົ້າສຸກເຫຼືອງອາຮາມເທົ່ານັ້ນ ໝູ່ກັງຈາຍ ຍັງດຶງດູດໃຈແຂກທ່ອງທ່ຽວຍ້ອນມີທັດສະນີຍະພາບເປັນໜ້າປະທັບໃຈຍາມນ້ຳຖ້ວມເມື່ອເດືອນພຶດສະພາແລະ ມິຖຸນາ ນອກຈາກບັນດາເນື້ອທີ່ນາຂັ້ນໄດທີ່ເປັນໜ້າປະທັບໃຈ, ໝູ່ກັງຈາຍ ຍັງດຶງດູດແຂກທ່ອງທ່ຽວ ດ້ວຍສີບົວຂອງດອກຄາຍຍາມບານສະພັງໃນທ້າຍເດືອນທັນວາ. ຖັດຈາກໝູ່ກັງຈາຍ, ອ່າວຮະລອງກໍ່ໄດ້ຖືກແນະນຳຜ່ານຮູບຖ່າຍຫຼາຍແຜ່ນ. ອ່າວຮະລອງໄດ້ຮັບການຄັດເລືອກຈາກອົງການ UNESCO ວ່າ ແມ່ນໜຶ່ງໃນບັນດາສະຖານທີ່ງົດງາມທີ່ສຸດໃນໂລກ. ອ່າວຮະລອງຖືກອຸປະມາດັ່ງຜະລິດຕະພັນ ສິລະປະກຳ ຢ່າງມະຫັດສະຈັນຂອງທຳມະຊາດ. ອ່າວຮະລອງມີເກາະດອນໜ້ອຍໃຫຍ່ນັບພັນໜ່ວຍດ້ວຍທັດສະນີຍະພາບເລິກລັບມະຫັດສະຈັນ ພ້ອມກັບກະແສນ້ຳຂຽວໃສເຢັນ ແລະ ພູມີສັນຖານ ພູຫີນປູ່ນທີ່ງົດງາມ. ປັດຈຸບັນ ອ່າວຮະລອງກໍ່ຍັງມີ ຜະລິດຕະພັນທ່ອງທ່ຽວຫຼາຍຢ່າງທີ່ເປັນໜ້າປະທັບໃຈອັນໄດ້ຊ່ວຍແຂກທ່ອງທ່ຽວ ສາມາດຢ້ຽມຊົມຄວາມງາມຂອງອ່າວຮະລອງຈາກບ່ອນສູງ ດ້ວຍເຮືອບິນປະເພດ ຕ່າງໆ. ແຂກທ່ອງທ່ຽວຍັງສາມາດຂີ່ເຮືອໄມ້ ເພື່ອຢ້ຽມຊົມຖ້ຳຕ່າງໆຄົ້ນຫາທິວທັດທຳມະຊາດທີ່ງົດງາມຢູ່ອ່າວຮະລອງ ຮັບຊົມຍາມດ່ວງຕາເວັນຕົກດິນ ກໍ່ແມ່ນສິ່ງທີ່ແຂກ ທ່ອງທ່ຽວບໍ່ຄວນພາດໂອກາດເມື່ອມາຢາມອ່າວຮະລອງ ໃນຍາມແລງລະດູໃບໄມ້ຫຼົ່ນ. Tag VOV VOVworld ຕອບກັບ ສົ່ງ ຂ່າວ/ບົດອື່ນ ຢໍປາເຂັງໜອງ ໂຮ່ໄຕ ພາບຖ່າຍກ່ຽວກັບວັດ ບ້າຍດິງ ທີ່ໜ້າປະທັບໃຈ ໝູ່ບ້ານເຮັດເຄື່ອງຈັກສານອາຍຸຮ້ອຍປີຢູ່ນະຄອນໂຮ່ຈີມິນ ຄົ້ນຫາໝູ່ບ້ານບູຮານ ທຽນເຮືອງ, ຮ່າຢາງ
ມອບຮັບ ແລະ ສົ່ງອັດຖິນັກຮົບ, ທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ ພາກໃຕ້ລາວ 16 ອັດຖິກັບຄືນເມືອປະເທດ
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການສ້າງເງື່ອນໄຂໃຫ້ແກ່ການເລີ່ມຕົ້ນທຸລະກິດ
ແບບຢ່າງຊາວໜຸ່ມດີເດັ່ນໃນການກໍ່ສ້າງຮູບແບບກະສິກຳ ເພື່ອປັບໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດ