ໝູ່ບ້ານອາຊີບຊ່າງໄມ້ຢູ່ບ້ານ ບ້າຍໂອຍ

(VOVWORLD) -ອາຊີບຊ່າງໄມ້ຢູ່ບ້ານ ບ້າຍໂອຍ, ຕາແສງ ຢິງຈີ່, ນະຄອນ ບັກຢາງ, ແຂວງ ບັກຢາງ ໄດ້ມີມານັບແຕ່ປີ 1958. ຜູ້ຊົມໃຊ້ຫຼາຍຄົນມີຄວາມນິຍົມຊົມຊອບບັນດາຜະລິດຕະພັນສິລະປະຫັດຖະກຳຂອງໝູ່ບ້ານອາຊີບທີ່ມີຊື່ສຽງນີ້.
ໝູ່ບ້ານອາຊີບຊ່າງໄມ້ຢູ່ບ້ານ ບ້າຍໂອຍ - ảnh 1
ອາຊີບຊ່າງໄມ້ຢູ່ບ້ານ ບ້າຍໂອຍ ແມ່ນພໍ່ຕູ້ ເລືອງວັນຖູ່, ບ້ານເກີດຢູ່ເມືອງ ເທື່ອງຕິນ, ນະຄອນ ຮ່າໂນ້ຍ ໄດ້ມາສ້າງອາຊີບ ແລະ ສືບທອດໃຫ້ຜູ້ອອກແຮງງານຢູ່ທ້ອງຖິ່ນ ນັບແຕ່ປີ 1958.
ໝູ່ບ້ານອາຊີບຊ່າງໄມ້ຢູ່ບ້ານ ບ້າຍໂອຍ - ảnh 2
ເຄື່ອງມືຜະລິດ ຜະລິດຕະພັນໄມ້
ໃນໄລຍະແຕ່ປີ 1986 – 2000, ເສດຖະກິດຂອງ ຫວຽດນາມ ຄ່ອຍໆຫັນໄປສູ່ການເຄື່ອນໄຫວຕາມກົນໄກການຕະຫຼາດ, ພ້ອມກັບບັນດາຜະລິດຕະພັນໄມ້ອຸດສາຫະກຳ, ຜະລິດຕະພັນໄມ້ຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ ກໍຄືການນຳເຂົ້າຈາກຕ່າງປະເທດແມ່ນນັບມື້ນັບຫຼາຍຂຶ້ນ, ໄມ້ວັດຖຸດິບກໍ່ຄ່ອຍໆຫາຍາກຂຶ້ນຍ້ອນຫ້າມຂຸດຄົ້ນປ່າທຳມະຊາດ, ອາຊີບຊ່າງໄມ້ຢູ່ບ້ານ ບ້າຍໂອຍ ກໍ່ຄ່ອຍໆສູນຫາຍໄປ. ປີ 2010, ຄະນະກຳມະການປະຊາຊົນແຂວງ ບັກຢາງ ໄດ້ຮັບຮອງເອົາ ບ້ານ ບ້າຍໂອຍ ເປັນໝູ່ບ້ານອາຊີບຊ່າງໄມ້. ສະນັ້ນ, ບ້ານນີ້ຈຶ່ງມີບັນຍາກາດເຮັດວຽກທີ່ຟົດຟື້ນ ແລະ ຮີບດ່ວນ.
ໝູ່ບ້ານອາຊີບຊ່າງໄມ້ຢູ່ບ້ານ ບ້າຍໂອຍ - ảnh 3
ອາຊີບຊ່າງໄມ້ຢູ່ບ້ານ ບ້າຍໂອຍ ຄ່ອຍໄດ້ຟື້ນຟູ ແລະ ພັດທະນາເທື່ອລະກ້າວ.
ໝູ່ບ້ານອາຊີບຊ່າງໄມ້ຢູ່ບ້ານ ບ້າຍໂອຍ - ảnh 4
ອາຊີບຊ່າງໄມ້ຢູ່ບ້ານ ບ້າຍໂອຍ ໄດ້ສ້າງວຽກເຮັດງານທຳເປັນປົກກະຕິໃຫ້ຜູ້ອອກແຮງງານທ້ອງຖິ່ນນັບຮ້ອຍຄົນ. ຕາແສງ ຢິງຈີ່ ບັນລຸມາດຕະຖານຊົນນະບົດໃໝ່ໃນປີ 2016.
ໝູ່ບ້ານອາຊີບຊ່າງໄມ້ຢູ່ບ້ານ ບ້າຍໂອຍ - ảnh 5
ຢູ່ໝູ່ບ້ານອາຊີບບັນຍາກາດເຮັດວຽກຍາມໃດກໍ່ຟົດຟື້ນ ແລະ ຮີບດ່ວນ.
(ພາບ: TTXVN)
ໝູ່ບ້ານອາຊີບຊ່າງໄມ້ຢູ່ບ້ານ ບ້າຍໂອຍ - ảnh 6
ໝູ່ບ້ານອາຊີບຊ່າງໄມ້ຢູ່ບ້ານ ບ້າຍໂອຍ - ảnh 7
ຜະລິດຕະພັນໄມ້ຢູ່ບ້ານ ບ້າຍໂອຍ ມີລວດລາຍເກົ່າແກ່ ແລະ ງາມຕາ.
ໝູ່ບ້ານອາຊີບຊ່າງໄມ້ຢູ່ບ້ານ ບ້າຍໂອຍ - ảnh 8
ໝູ່ບ້ານອາຊີບຊ່າງໄມ້ຢູ່ບ້ານ ບ້າຍໂອຍ - ảnh 9
ເພື່ອຮັກສາ ແລະ ພັດທະນາອາຊີບ, ມີຫຼາຍຄອບຄົວໄດ້ລົງທຶນ, ນຳໃຊ້ເຄື່ອງຈັກ ນັບມື້ນັບທັນສະໄໝ ຕາມທິດຫັນເປັນມືອາຊີບ.
ໝູ່ບ້ານອາຊີບຊ່າງໄມ້ຢູ່ບ້ານ ບ້າຍໂອຍ - ảnh 10
ທ່ານ ຫງວຽນວັນມິງ, ຮອງຫົວໜ້າສະຫະກອນໄມ້ ບ້າຍໂອຍ ບັນຊາຈັກເຈາະດ້ວຍຄອມພິວເຕີ.
(ພາບ: baobacgiang)
ໝູ່ບ້ານອາຊີບຊ່າງໄມ້ຢູ່ບ້ານ ບ້າຍໂອຍ - ảnh 11
ໝູ່ບ້ານອາຊີບຊ່າງໄມ້ຢູ່ບ້ານ ບ້າຍໂອຍ - ảnh 12
ໝູ່ບ້ານອາຊີບຊ່າງໄມ້ຢູ່ບ້ານ ບ້າຍໂອຍ - ảnh 13
ມາຮອດປະຈຸບັນ, ຜະລິດຕະພັນໄມ້ຢູ່ບ້ານ ບ້າຍໂອຍ ສາມາດສ້າງຈຸດຢືນຂອງຕົນໄດ້ໃນຕະຫຼາດພາຍໃນແຂວງ ແລະ ແຂວງໃກ້ຄຽງຄື: ບັກນິງ, ລ້າງເຊີນ, ກວາງນິງ, ທາຍງວຽນ…

ຕອບກັບ

ຂ່າວ/ບົດ​ອື່ນ