ໝູ່ບ້ານເຄື່ອງປັ້ນດິນເຜົາຢູ່ ບິ່ງເຢືອງ ເຮັດ “ຄວາຍຄຳ” ຍາມບຸນເຕັດ

(VOVWORLD) -

ເພື່ອກະກຽມຕ້ອນຮັບບຸນເຕັດປີສະຫຼູ 2021, ປະຊາຊົນຢູ່ໝູ່ບ້ານເຄື່ອງປັ້ນດິນເຜົາຢູ່ ລ໊າຍທຽວ (ນະຄອນ ທ້ວນອານ, ແຂວງ ບິ່ງເຢືອງ) ພວມຫ້າງຫາກະກຽມຜະລິດຮູບປັ້ນ “ຄວາຍຄຳ” ເພື່ອຮັບໃຊ້ຜູ້ອຸປະໂພກບໍລິໂພກ.

ໝູ່ບ້ານເຄື່ອງປັ້ນດິນເຜົາຢູ່ ບິ່ງເຢືອງ ເຮັດ “ຄວາຍຄຳ” ຍາມບຸນເຕັດ - ảnh 1
ໜຶ່ງໃນບັນດາຜະລິດຕະພັນຂອງອາຊີບປັ້ນດິນເຜົາທີ່ເປັນມູນເຊື້ອຂອງເຂດດິນແດນ ລ໊າຍທຽວ ແມ່ນຜະລິດກະປຸກອອມສິນຮູບໂຕໝູ. ໃນຊຸມປີມໍ່ໆມານີ້, ເພື່ອແນໃສ່ຕອບສະໜອງຄວາມຕ້ອງການຂອງຜູ້ອຸປະໂພກບໍລິໂພກ, ຫຼາຍຄອບຄົວໄດ້ຜະລິດຮູບປັ້ນສັດໄປຕາມແຕ່ລະປີ. ຍ້ອນການຫັນເປັນຕົວເມືອງ, ສະນັ້ນບັນດາເຕົາເຜົາຢູ່ ລ໊າຍທຽວ ໄດ້ຍ້າຍໄປເຄື່ອນໄຫວຢູ່ເທດສະບານ ເຕິນອຽນ, ແຂວງ ບິ່ງເຢືອງ. ປີນີ້, ເຂດປັ້ນດິນເຜົາ ເຕິນອຽນ ໄດ້ຜະລິດຮູບປັ້ນ “ຄວາຍຄຳ.”
ໝູ່ບ້ານເຄື່ອງປັ້ນດິນເຜົາຢູ່ ບິ່ງເຢືອງ ເຮັດ “ຄວາຍຄຳ” ຍາມບຸນເຕັດ - ảnh 2
ດ້ວຍປະສົບການໃນການປັ້ນດິນເຜົາມາເປັນເວລາກວ່າ 30 ປີ, ທ່ານ ຫງວຽນວັນຍ່ານ ໃຫ້ຮູ້ວ່າ, ປີນີ້ຄອບຄົວຂອງທ່ານໄດ້ຜະລິດຮູບປັ້ນຄວາຍກວ່າ 10.000 ໂຕ ຕາມໃບສັ່ງຊື້ຂອງພໍ່ຄ້າຊາວຂາຍ.
ໝູ່ບ້ານເຄື່ອງປັ້ນດິນເຜົາຢູ່ ບິ່ງເຢືອງ ເຮັດ “ຄວາຍຄຳ” ຍາມບຸນເຕັດ - ảnh 3
ພາຍຫຼັງຕາກແດດເປັນເວລາ 3 ຊົ່ວໂມງຢູ່ໃນແບບ, ຕອນນີ້ບັນດານາຍຊ່າງຈະແກະຮູບປັ້ນຄວາຍອອກຈາກແບບ.
ໝູ່ບ້ານເຄື່ອງປັ້ນດິນເຜົາຢູ່ ບິ່ງເຢືອງ ເຮັດ “ຄວາຍຄຳ” ຍາມບຸນເຕັດ - ảnh 4
ບັນດາຮູບປັ້ນຄວາຍຈະສືບຕໍ່ນຳໄປຕາກແດດເປັນເວລາແຕ່ 6 – 8 ຊົ່ວໂມງຕື່ມອີກ ກ່ອນທີ່ຈະເອົາເຂົ້າເຕົາເຜົາ.
ໝູ່ບ້ານເຄື່ອງປັ້ນດິນເຜົາຢູ່ ບິ່ງເຢືອງ ເຮັດ “ຄວາຍຄຳ” ຍາມບຸນເຕັດ - ảnh 5
ທ່ານ ຟານວັນຮຽບ, ຢູ່ເທດສະບານ ເຕິນອຽນ, ພວມກະກຽມຮູບປັ້ນຄວາຍ. ທ່ານ ຮຽບ ຖືວ່າ, ແຕ່ລະເຕົາເຜົາສາມາດເຜົາໄດ້ 3.000 – 4.000 ໂຕ. ຕ້ອງເຜົາໃຫ້ໄດ້ 7 ຊົ່ວໂມງ.
ໝູ່ບ້ານເຄື່ອງປັ້ນດິນເຜົາຢູ່ ບິ່ງເຢືອງ ເຮັດ “ຄວາຍຄຳ” ຍາມບຸນເຕັດ - ảnh 6
ພາຍຫຼັງທີ່ຮູບປັ້ນຄວາຍໄດ້ເຜົາແລ້ວຈະຂາຍໃຫ້ບັນດາຮາກຖານຢູ່ນະຄອນ ທູເຢົາ 1 ແລະ ນະຄອນ ທ້ວນອານ ເພື່ອທາສີ ແລະ ຂາຍອອກ.
ໝູ່ບ້ານເຄື່ອງປັ້ນດິນເຜົາຢູ່ ບິ່ງເຢືອງ ເຮັດ “ຄວາຍຄຳ” ຍາມບຸນເຕັດ - ảnh 7
ຕາມເຈົ້າຂອງຮາກຖານຜະລິດກະປຸກອອມສິນຮູບໂຕໝູ ຮີນເລິມ, ນະຄອນ ທູເຢົາ 1 ແລ້ວ, ສີທີ່ທາໃສ່ກະປຸກອອມສິນທີ່ໄດ້ຮັບຄວາມນິຍົມທີ່ສຸດນັ້ນແມ່ນເຫຼືອງ.
ໝູ່ບ້ານເຄື່ອງປັ້ນດິນເຜົາຢູ່ ບິ່ງເຢືອງ ເຮັດ “ຄວາຍຄຳ” ຍາມບຸນເຕັດ - ảnh 8
ລາຄາຂອງຮູບປັ້ນ “ຄວາຍຄຳ” ນີ້ແມ່ນແຕ່ 10.000 ຫາ 80.000 ດົ່ງ/ໂຕ ຕາມແຕ່ລະຂະໜາດໂຕໃຫຍ່, ນ້ອຍ.
ໝູ່ບ້ານເຄື່ອງປັ້ນດິນເຜົາຢູ່ ບິ່ງເຢືອງ ເຮັດ “ຄວາຍຄຳ” ຍາມບຸນເຕັດ - ảnh 9
ເຈົ້າຂອງບັນດາຮານຖານຜະລິດໃຫ້ຮູ້ວ່າ, ບໍ່ພຽງແຕ່ຂາຍຮູບປັ້ນ “ຄວາຍຄຳ” ຢູ່ພາຍໃນປະເທດເທົ່ານັ້ນ, ບິ່ງເຢືອງ ຍັງສົ່ງອອກໄປຍັງລາວ ແລະ ກຳປູເຈຍ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ