ໝູ່ບ້ານເຮັດເຄື່ອງຈັກສານອາຍຸຮ້ອຍປີຢູ່ນະຄອນໂຮ່ຈີມິນ

(VOVWORLD) - ກ່ວາ 100 ປີທີ່ຜ່ານມາ, ໝູ່ບ້ານອາຊີບເຮັດເຄື່ອງຈັກສານຢູ່ກູຈີ ເມື່ອກ່ອນນີ້ໄດ້ຮັບຖືວ່າແມ່ນອູ່ຜະລິດບັນດາເຄື່ອງຈັກສານຈາກໄມ້ໄຜ່

ແຕ່ປາງກ່ອນໝູ່ບ້ານອາຊີບເຮັດເຄື່ອງຈັກສານຈາກຫວາຍ,ໄມ້ໄຜ່ຢູ່ເມືອງກູຈີ ທີ່ນະຄອນໂຮ່ຈີມິນ ໄດ້ຂະຫຍາຍຕົວທີ່ສຸດ. ກ່ວາ 100 ປີທີ່ຜ່ານມາ, ໝູ່ບ້ານອາຊີບເຮັດເຄື່ອງຈັກສານຢູ່ກູຈີ ເມື່ອກ່ອນນີ້ໄດ້ຮັບຖືວ່າແມ່ນອູ່ຜະລິດບັນດາເຄື່ອງຈັກສານຈາກໄມ້ໄຜ່. ໄລຍະຍອດສູງ, ໝູ່ບ້ານອາຊີບນີ້ ມີຫຼາຍກ່ວາ 100 ຄອບຄົວ ດ້ວຍແຮງງານນັບພັນຄົນທີ່ມີທັກສະໃນການຈັກສານ ບັນດາຜະລິດຕະພັນຈາກຫວາຍ ແລະ ໄມ້ໄຜ່.

ໝູ່ບ້ານເຮັດເຄື່ອງຈັກສານອາຍຸຮ້ອຍປີຢູ່ນະຄອນໂຮ່ຈີມິນ - ảnh 1
ເພື່ອມີວັດສະດຸຮັບໃຊ້ການຜະລິດ ຊາວບ້ານໄທໝີ ທີ່ເມືອງກູຈີ ໄດ້ນຳໃຊ້ບັນດາເນື້ອທີ່ດິນທີ່ວາງເປົ່າຢູ່ອ້ອມເຮືອນ ເພື່ອປູກໄມ້ໄຜ່.
ໝູ່ບ້ານເຮັດເຄື່ອງຈັກສານອາຍຸຮ້ອຍປີຢູ່ນະຄອນໂຮ່ຈີມິນ - ảnh 2
ເມື່ອຕົ້ນໄມ້ໄຜ່ເຕີບໂຕ, ເຂົາເຈົ້າໄດ້ຕັດມາເຮັດວັດສະດຸເຮັດເຄື່ອງຈັກສານດ້ວຍຫຼາຍຂັ້ນຕອນທີ່ແຕກຕ່າງກັນຄື ເລື່ອຍ, ຜ່າ ແລະ ຕອກໄມ້ໃຜ່ເປັນສ່ວນນ້ອຍໆ
ໝູ່ບ້ານເຮັດເຄື່ອງຈັກສານອາຍຸຮ້ອຍປີຢູ່ນະຄອນໂຮ່ຈີມິນ - ảnh 3
ພາຍຫຼັງໄມ້ໄຜ່ຖືກຜ່າເປັນສ່ວນນ້ອຍໆຈະນຳໄປຕາກແດດໃນ 2-3 ວັນ
ໝູ່ບ້ານເຮັດເຄື່ອງຈັກສານອາຍຸຮ້ອຍປີຢູ່ນະຄອນໂຮ່ຈີມິນ - ảnh 4
ແທນທີ່ວິທີເຮັດແບບຫັດຖະກຳເມື່ອກ່ອນນີ້, ຊາວບ້ານໃນປັດຈຸບັນໄດ້ນຳໃຊ້ເຄື່ອງຈັກ ເພື່ອເພີ່ມສະມັດຕະພາບໃນການຜະລິດ.
ໝູ່ບ້ານເຮັດເຄື່ອງຈັກສານອາຍຸຮ້ອຍປີຢູ່ນະຄອນໂຮ່ຈີມິນ - ảnh 5
ໝູ່ບ້ານເຮັດເຄື່ອງຈັກສານອາຍຸຮ້ອຍປີຢູ່ນະຄອນໂຮ່ຈີມິນ - ảnh 6
ຂອບຂອງກະທຸ້ງ, ກະທໍ ຖືກນຳໄປຕາກແດດໃຫ້ແຫ້ງເພື່ອຈະສານ.
ໝູ່ບ້ານເຮັດເຄື່ອງຈັກສານອາຍຸຮ້ອຍປີຢູ່ນະຄອນໂຮ່ຈີມິນ - ảnh 7
ພາບ:.vnanet.vn
ໝູ່ບ້ານເຮັດເຄື່ອງຈັກສານອາຍຸຮ້ອຍປີຢູ່ນະຄອນໂຮ່ຈີມິນ - ảnh 8
ຜ່ານຊຸມວັນເດືອນປີ, ເຖິງວ່າໝູ່ບ້ານອາຊີບເຮັດເຄື່ອງຈັກສານກໍ່ມີໄລຍະຟົດຟື້ນ ແລະ ຊັກຊ້າກໍ່ຕາມ ແຕ່ຍາມໃດກໍ່ພັດທະນາຜະລິດຕະພັນເຄື່ອງຈັກສານທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງ ຫວຽດນາມ.
ໝູ່ບ້ານເຮັດເຄື່ອງຈັກສານອາຍຸຮ້ອຍປີຢູ່ນະຄອນໂຮ່ຈີມິນ - ảnh 9
ພາບ: FB Bamboo Củ Chi
ໝູ່ບ້ານເຮັດເຄື່ອງຈັກສານອາຍຸຮ້ອຍປີຢູ່ນະຄອນໂຮ່ຈີມິນ - ảnh 10
ອາຊີບເຮັດເຄື່ອງຈັກສານກໍ່ບໍ່ຍາກ ດັ່ງນັ້ນຈາກຜູ້ເຖົ້າຜູ້ແກ່ຕະຫຼອດຮອດເດັກນ້ອຍຢູ່ບ້ານໄທໝີ ໃຜ ໆກໍ່ສາມາດເຮັດໄດ້.
ໝູ່ບ້ານເຮັດເຄື່ອງຈັກສານອາຍຸຮ້ອຍປີຢູ່ນະຄອນໂຮ່ຈີມິນ - ảnh 11
ຜະລິດຕະພັນໜຶ່ງເຮັດຈາກຫວາຍ, ໄມ້ໄຜ່ເມື່ອເຮັດສຳເລັດກໍ່ຕ້ອງຜ່ານຫຼາຍຂັ້ນຕອນ
ໝູ່ບ້ານເຮັດເຄື່ອງຈັກສານອາຍຸຮ້ອຍປີຢູ່ນະຄອນໂຮ່ຈີມິນ - ảnh 12
ໃນທຸກວັນນີ້ບັນດາຜະລິດຕະພັນຈາກຫວາຍ ແລະ ໄມ້ໄຜ່ມີຄວາມປານີດແລະນຳໃຊ້ສູງໃນຊີວິດປະຈຳວັນ ສາມາດຕອບສະໜອງຕາມຄວາມຕ້ອງການຂອງຕະຫຼາດທັງຢູ່ພາຍໃນ ແລະ ຕ່າງປະເທດ ອັນໄດ້ນຳລາຍຮັບເປັນປົກກະຕິມາໃຫ້ປະຊາຊົນ.
ໝູ່ບ້ານເຮັດເຄື່ອງຈັກສານອາຍຸຮ້ອຍປີຢູ່ນະຄອນໂຮ່ຈີມິນ - ảnh 13
ລະຄັງລົມເຮັດຈາກໄມ້ໄຜ່
ໝູ່ບ້ານເຮັດເຄື່ອງຈັກສານອາຍຸຮ້ອຍປີຢູ່ນະຄອນໂຮ່ຈີມິນ - ảnh 14
ໂຄມໄຟແບບໜຶ່ງເຮັດຈາກໄມ້ໄຜ່

ຕອບກັບ

ຂ່າວ/ບົດ​ອື່ນ