ສ້າງ​ເງື່ອນ​ໄຂ​ໃຫ້​ນັກ​ຮຽນ​ ຢູ່​ຕາ​ແສງ​ດັກເ​ປີ​ຊີ, ເມືອງ​ດັກ​ຮ່າ, ແຂວງກອນ​ຕູມ​ໄດ້​ໄປ​ໂຮງ​ຮຽນ

(VOVWORLD) - ສົກຮຽນໃໝ່ປີນີ້, ແຂວງກອນຕູມ ມີນັກຮຽນທີ່ເປັນຊົນເຜົ່າສ່ວນໜ້ອຍກ່ວາ 92.000ຄົນ. ຢູ່ເຂດຫ່າງໄກສອກຫຼີກ, ເຂດພູດອຍ, ຍ້ອນເງື່ອນໄຂເສດຖະກິດຄອບຄົວປະສົບກັບຄວາມຫຍຸ້ງຍາກ ສະນັ້ນພວກນ້ອງໆຫຼາຍຄົນຈຶ່ງບໍ່ມີປື້ມຂຽນ, ເຄືື່ອງນຸ່ງ ແລະ ເຄື່ອງອຸປະກອນການຮຽນ. ຕໍ່ໜ້າສະພາບການດັ່ງກ່າວ, ເອື້ອຍຄູ-ອ້າຍຄູຢູ່ໂຮງຮຽນປະຖົມ ຫງວຽນວັນກື່, ຕາແສງປະສົບກັບຄວາມຫຍຸ້ງຍາກເປັນພິເສດ ດັກເປີຊີ, ເມືອງດັກຮ່າ, ກໍ່ມີວິທີແຜ່ຂະຫຍາຍຄວາມຮັກແພງ ແລະ ຊ່ວຍເຫຼືອນັກຮຽນໃຫ້ໄດ້ໄປໂຮງຮຽນ.
ສ້າງ​ເງື່ອນ​ໄຂ​ໃຫ້​ນັກ​ຮຽນ​ ຢູ່​ຕາ​ແສງ​ດັກເ​ປີ​ຊີ, ເມືອງ​ດັກ​ຮ່າ, ແຂວງກອນ​ຕູມ​ໄດ້​ໄປ​ໂຮງ​ຮຽນ - ảnh 1

 ເອື້ອຍຄູຂອງໂຮງຮຽນປະຖົມ ຫງວຽນວັນກື່ ລີດເຄື່ອງນຸ່ງໃຫ້ນັກຮຽນ (ພາບ: VOV)

       ພາຍຫຼັງເວລາຮຽນຢູ່ເຮືອນເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ 19, ນັກຮຽນຂອງໂຮງຮຽນປະຖົມ ຫງວຽນວັນກື່, ຢູ່ຕາແສງປະສົບກັບຄວາມຫຍຸ້ງຍາກພິເສດ ດັກເປີຊີ, ເມືອງດັກຮ່າ 275 ຄົນ ຫາກໍ່ໄດ້ໄປຮຽນຮ່ວມກັນຢູ່ໂຮງຮຽນ. ອ້າຍຄູ ຫງວຽນຈູງຢຸງ, ຜູ້ອຳນວຍໂຮງຮຽນໃຫ້ຮູ້ວ່າ, ນັກຮຽນຂອງໂຮງຮຽນ ແມ່ນລູກຫຼານຊາວເຊີດັງ ເປັນສ່ວນຫຼາຍ. ເຖິງວ່າ ໄດ້ມີການກະກຽມ ແລະ ກຽມຈິດກຽມໃຈມາແລ້ວກໍ່ຕາມ ແຕ່ເອື້ອຍຄູ-ອ້າຍຄູ ຍັງຮູ້ສຶກອີດູຕົນສົງສານ ເມື່ອເຫັນພວກນ້ອງຫຼາຍຄົນປະຕີນເປົ່າມາໂຮງຮຽນ, ສ່ວນເຄື່ອງນຸ່ງມີແນວໃດກໍ່ນຸ່ງແນວນັ້ນ, ປຶ້ມຂຽນ ບາງຄົນມີ, ບາງຄົນກໍ່ບໍ່ມີ….

   ຕໍ່ໜ້າສະພາບຕົວຈິງທີ່ຫຍຸ້ງຍາກຢູ່ໂຮງຮຽນ, ທາງໂຮງຮຽນ ໄດ້ປຸກລະດົມໃນຖັນແຖວພະນັກງານ, ເອື້ອຍອ້າຍຄູ, ພະລາກອນ, ປຸກລະດົມຜູ້ມີໃຈບຸນໃຈກຸສົນ ເພື່ອສ້າງຮູບແບບ “ໄປໂຮງຮຽນດ້ວຍຄວາມເບີກບານມ່ວນຊື່ນ” ເພື່ອມອບເຄື່ອງໃຊ້ທີ່ຈຳເປັນໃຫ້ພວກນ້ອງຄື: ສົ້ງເສື້ອ, ເກີບ… ເພື່ອໃຫ້ພວກນ້ອງມີຄວາມພາກພູມໃຈເມື່ອໄປໂຮງຮຽນ.

ສ້າງ​ເງື່ອນ​ໄຂ​ໃຫ້​ນັກ​ຮຽນ​ ຢູ່​ຕາ​ແສງ​ດັກເ​ປີ​ຊີ, ເມືອງ​ດັກ​ຮ່າ, ແຂວງກອນ​ຕູມ​ໄດ້​ໄປ​ໂຮງ​ຮຽນ - ảnh 2ນັກຮຽນທຸກຄົນປະສົບກັບຄວາມຫຍຸ້ງຍາກລ້ວນແຕ່ມີຊຸດນັກຮຽນເມື່ອໄປໂຮງຮຽນ (ພາບ: VOV)

    ຮູບແບບ “ໄປໂຮງຮຽນດ້ວຍຄວາມເບີກບານມ່ວນຊື່ນ”  ໄດ້ຈັດຢູ່ຫ້ອງໜຶ່ງຂອງໂຮງຮຽນ ໂດຍອຳນວຍການ ແລະ ເອື້ອຍອ້າຍຄູຢູ່ໂຮງຮຽນປະຖົມ ຫງວຽນວັນກື່ ສ້າງຂຶ້ນ ໄດ້ນຳເອົາຄວາມຮູ້ສຶກອັນອົບອຸ່ນ, ຄວາມສະໜິດສະໜົມມາໃຫ້ນ້ອງໆນັກຮຽນ. ໃນຫ້ອງດັ່ງກ່າວມີຊຸດນັກຮຽນກ່ວາ 300 ຊຸດ ໂດຍເອື້ອຍອ້າຍຄູໄດ້ຊັກສະອາດ ແລະ ລີດໃຫ້ງາມ. ນ້ອງ ອີເຈິມ, ອີຈຶ່ງ, ຫ້ອງ ປໍ 1B, ອາຕຽນ, ອາເຮົ້າ, ອາວິງ ຫ້ອງປໍ 3B…ພ້ອມກັບນ້ອງນັກຮຽນຄົນອື່ນໆ ກໍ່ຕົກສະເຫງີ້ ເມື່ອເອື້ອຍອ້າຍຄູພາໄປເລືອກເອົາຊຸດນັກຮຽນທີ່ພໍດີກັບຕົນເອງ ຢູ່ຫ້ອງ “ໄປໂຮງຮຽນດ້ວຍຄວາມເບີກບານມ່ວນຊື່ນ”. ນ້ອງ ອີເຈິມ ແລະ ອາຕຽນ ສະແດງຄວາມດີໃຈເມື່ອໄດ້ນຸ່ງຊຸດນັກຮຽນທີ່ພໍດີກັບຕົນເອງທີ່ສຸດ:

-     ເອື້ອຍຄູມອບເສື້ອຂາວໃຫ້, ສົ້ງສີຟ້າງາມຫຼາຍ, ໄປໂຮງຮຽນມ່ວນທີ່ສຸດເລີຍ

-     ຢູ່ເຮືອນບໍ່ມີເສື້ອຂາວ, ມາໂຮງຮຽນເອື້ອຍຄູເອົາເສື້ອຂາວໃຫ້ນຸ່ງ ງາມຫຼາຍ, ນ້ອງດີໃຈທີ່ສຸດ.

ຜູ້ອຳນວຍການໂຮງຮຽນ ໄດ້ມອບໃຫ້ ເອື້ອຍຄູ ຫງວຽນທິທູເຮືອງ, ຮັບຜິດຊອບກອງເຍົາວະຊົນຂອງໂຮງຮຽນ ເປັນຜູ້ຮັບຜິດຊອບຮູບແບບ “ໄປໂຮງຮຽນດ້ວຍຄວາມເບີກບານມ່ວນຊື່ນ”  ໃຫ້ຮູ້ວ່າ:

   ເມື່ອຜູ້ ໃຈບຸນໃຈກຸສົນ ມອບຊຸດນັກຮຽນໃຫ້ຄືແນວນີ້, ພວກເອື້ອຍອ້າຍຄູຈະຊັກໃຫ້ສະອາດ ແລ້ວກວດກາເບິ່ງວ່າ ຍັງດີຢູ່ບໍ່, ຖ້າບໍ່ມີກະດຸມ ເອື້ອຍຄູ ຈະເອົາມາຫຍິບໃສ່ໃຫ້, ແລ້ວກໍ່ລີດໃຫ້ມັນງາມ. ນັກຮຽນຜູ້ໃດປະສົບກັບຄວາມຫຍຸ້ງຍາກ ພວກເອື້ອຍອ້າຍຄູ ຈະເອົາໄປໃຫ້ພວກນ້ອງ ເພື່ອໃຫ້ພວກນ້ອງມີເຄື່ອງນຸ່ງງາມໄປໂຮງຮຽນ.

  ພ້ອມກັບຮູບແບບ “ໄປໂຮງຮຽນດ້ວຍຄວາມເບີກບານມ່ວນຊື່ນ”  ມອບຊຸດນັກຮຽນໃຫ້ພວກນ້ອງນັກຮຽນ ທີ່ປະສົບກັບຄວາມຫຍຸ້ງຍາກນັ້ນ, ທາງໂຮງຮຽນປະຖົມ ຫວຽນວັນກື່ ຍັງໄດ້ສ້າງຕູ້ປຶ້ມລວມ ຊ່ວຍນັກຮຽນເກືອບ 100 ຄົນໄດ້ມີປຶ້ມຮຽນ; ຮູບແບບ “ຫໍສະໝຸດແຫ່ງຄວາມຮັກແພງ” ໄດ້ສົ່ງເສີມໃຫ້ພວກນ້ອງສ້າງວັດທະນະທຳການອ່ານ ເພື່ອເປີດກ້ວາງຄວາມຮູ້ ແລະ ບັນດາວຽກເຮັດທີ່ມິດງຽບ ຂອງເອື້ອຍອ້າຍຄູໃນໂຮງຮຽນ ທີ່ປະສົບກັບຄວາມຫຍຸ້ງຍາກແຫ່ງນີ້ ໄດ້ເຮັດໃຫ້ຫຼາຍຄົນຕ່າງກໍ່ມີຄວາມຕື້ນຕັນໃຈເປັນຕົ້ນແມ່ນ: ຕາບສົ້ງເສື້ອຂາດ, ຕັດຜົມ, ຕັດເລັບມື ເລັບຕີນ, ອາບນ້ຳໃຫ້ນັກຮຽນ…ທ່ານ ອູຫຼີ, ຮອງປະທານຄະນະກຳມະການ ປຊຊ ຕາແສງ ດັກເປີຊີ ໄດ້ຕີລາຄາສູງຕໍ່ນ້ຳໃຈຮັບຜິດຊອບ ແລະ ນ້ຳໃຈຮັກແພງ ທີ່ພວກເອື້ອຍອ້າຍຄູມີຕໍ່ພວກນ້ອງນັກຮຽນ

   ມີຄອບຄົວຂອງນັກຮຽນຫຼາຍຄົນປະສົບກັບຄວາມຫຍຸ້ງຍາກຫຼາຍ. ທາງໂຮງຮຽນກໍ່ມີ ຂໍ້ລິເລີ່ມ ຮຽກຮ້ອງໃຫ້ເອື້ອຍອ້າຍຄູ, ຍາດຕິພີ່ນ້ອງຂອງເອື້ອຍອ້າຍຄູ ທີ່ມີເງື່ອນໄຂກ່ວາ: ບໍລິຈາກເຄື່ອງນຸ່ງ, ປຶ້ມຮຽນ, ເກີບ… ເພື່ອໜູນຊ່ວຍໃຫ້ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ສຳລັບອຳນາດການປົກຄອງແລ້ວ, ຂ້າພະເຈົ້າເຫັນວ່າຮູບແບບນີ້ແມ່ນດີທີ່ສຸດ ຕ້ອງທະວີຄູນໄປຍັງໂຮງຮຽນແຫ່ງອື່ນໆອີກ. ຕາແສງເຮົາຍັງປະສົບກັບຄວາມຫຍຸ້ງຍາກ, ເອື້ອຍອ້າຍຄູ ມີຂໍ້ລິເລີ່ມຄືແນວນີ້ແມ່ນດີຫຼາຍ.

ຈາກຄວາມເອົາໃຈໃສ່ທີ່ເຕັມໄປດ້ວຍຄວາມຮັກແພງຂອງເອື້ອຍອ້າຍຄູ ທີ່ມີຕໍ່ພວກນ້ອງນັກຮຽນ, ໂຮງຮຽນປະຖົມ ຫງວຽນວັນກື່ ຢູ່ຕາແສງປະສົບກັບຄວາມຫຍຸ້ງຍາກເປັນພິເສດ ດັກເປີຊີ, ເມືອງດັກຮ່າ, ແຂວງກອນຕູມ ຍາມໃດກໍ່ຮັກສາອັດຕາສ່ວນນັກຮຽນດຸໝັ່ນຂະຫຍັນພຽນໄວ້ໄດ້. ວຽກເຮັດຂອງເອື້ອຍອ້າຍຄູ ກໍ່ໄດ້ສົ່ງຜົນກະທົບທີ່ຕັ້ງໜ້າໄປໃຫ້ພໍ່ແມ່ນັກຮຽນ ໃນການເອົາໃຈໃສ່ເບິ່ງແຍງການຮ່ຳຮຽນຂອງລູກຫຼານຕົນ./.

ຕອບກັບ

ຂ່າວ/ບົດ​ອື່ນ