ບົດຕອບສຳພາດຂອງທ່ານຮອງສາດສະດາຈານ ປອ ຫວູມີງເຄືອງ ອາ​ຈານ​ອາ​ວຸ​ໂສ​ມະ​ຫາ​ວິ​ທະ​ຍາ​ໄລ​ສິງ​ກະ​ໂປ​ຕໍ່​ນັກ​ຂ່າວ VOV

(VOVWORLD) -ຫວຽດນາມບໍ່ພຽງແຕ່ແມ່ນຄວາມມານະພະຍາຍາມບືນຕົວຂຶ້ນເທົ່ານັ້ນ ຫາກ ຍັງສະແດງໃຫ້ເຫັນແມ່ນປະເທດມີຄວາມຮັບຜິດຊອບຕໍ່ໂລກອີກດ້ວຍ.
ບົດຕອບສຳພາດຂອງທ່ານຮອງສາດສະດາຈານ ປອ ຫວູມີງເຄືອງ ອາ​ຈານ​ອາ​ວຸ​ໂສ​ມະ​ຫາ​ວິ​ທະ​ຍາ​ໄລ​ສິງ​ກະ​ໂປ​ຕໍ່​ນັກ​ຂ່າວ VOV - ảnh 1ທ່ານຮອງສາດສະດາຈານ ປອ ຫວູມີງເຄືອງ

ນັກຂ່າວ: ຂໍຮຽນທ່ານ ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ  ຫາກໍ່ສິ້ນສຸດລົງ ໂດຍໄດ້ກຳນົດເປົ້າໝາຍກໍ່ສ້າງປະເທດຫວຽດນາມໃຫ້ມີຄວາມ “ຈະເລີນຮຸ່ງເຮືອງ - ສັນຕິສຸກ”. ຕາມທ່ານແລ້ວ ສິ່ງໃດແມ່ນກຳລັງຫນູນເພື່ອໃຫ້ພັກກອມມູນິດຫວຽດນາມ ກຳນົດບັນດາເປົ້າໝາຍນັ້ນ.

ທ່ານສາດສະດາຈານ ປອ ຫວູມີງເຄືອງ:  ຂ້າພະເຈົ້າຄິດວ່າ ເປົ້າໝາຍທີ່ ພັກເຮົາໄດ້ວາງອອກນັ້ນແມ່ນ ປະຕິບັດຄວາມຄາດຫວັງຂອງຄົນລຸ້ນກ່ອນຫລາຍໆເຊັ່ນຄົນ. ຮອດຈຸດເວລາພວກເຮົາເຕົ້າໂຮມກຳລັງແຮງພຽງພໍເພື່ອສາມາດປະຕິບັດໃນຕະຫລອດ 2 -3 ທົດສະວັດຈະມາເຖິງ. ນີ້ແມ່ນເປົ້າໝາຍອັນສະຫລາດສ່ອງໃສຂອງພັກເຮົາໄດ້ເລືອກເຟັ້ນ.

ນັກຂ່າວ: ຂໍຮຽນ ທ່ານ ບົນພື້ນຖານຜົນງານທີ່ສ້າງສາ ແລະ ຍາດມາໄດ້ນັ້ນ ຕາມທ່ານແລ້ວ ສິ່ງໃດແມ່ນກຳລັງຫນູນໃຫຍ່ເພື່ອໃຫ້ພວກເຮົາປະຕິບັດເປົ້າໝາຍຊື່ງພັກໄດ້ວາງອອກ ນັ້ນແມ່ນສ້າງສາປະເທດຫວຽດນາມ ໃຫ້ມີຄວາມຈະເລີນຮຸ່ງເຮືອງ ແລະ ສັນຕິສຸກ.

ທ່ານສາດສະດາຈານ ປອ ຫວູມີງເຄືອງ:   ສຳລັບຫວຽດນາມ, ບັນຫາຫລັກແຫລ່ງແກ່ນສານຍັງຄົງແມ່ນເຈດຈຳນົງບືນຕົວຂຶ້ນຂອງຊາດ ນີ້ແມ່ນກຳລັງແຮງຍາກທີ່ປະເທດໃດປຽບທຽບກັບຊາດຫວຽດນາມໄດ້. ນີ້ບໍ່ພຽງແຕ່ແມ່ນຄວາມຄາດຫວັງເພື່ອການພັດທະນາ ແມ່ນບັນຫາເປັນຕາຍຂອງປະເທດຊາດ. ກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ ໄດ້ປຸກລຸກເຈດຈຳນົງບືນຕົວຂຶ້ນຂອງຊາດ ຢ່າງແຮງ ແລະ ຂ້ຽວຂາດ ດ້ວຍຈິດໃຈເປັນຈິດຫນຶ່ງໃຈດຽວຮ່ວມແຮງຮ່ວມໃຈບືນຕົວຂຶ້ນຊ່ວຍປະເທດຊາດກາຍເປັນປະເທດທັນສະໄຫມໃນຮອບ ¼ ສະຕະວັດຈະມາເຖິງ. ຂ້າພະເຈົ້າຄິດວ່າ ຈະມີບັນດາບາດກ້າວເດີນຢ່າງມະຫັດສະຈັນ.

 ນັກຂ່າວ: ຂໍຮຽນທ່ານ, ຕາມທ່ານແລ້ວ, ພວກເຮົາຄວນລະດົມກຳລັງແຮງພາຍໃນ, ກຳລັງແຮງສັງລວມຈາກພາຍນອກຄືແນວໃດເພື່ອໃຫ້ເປົ້າໝາຍນີ້

ສາດສະດາຈານ ປອ ຫວູມີງເຄືອງ:   ຂ້າພະເຈົ້າຄິດວ່າ ຫວຽດນາມ ແມ່ນຫນຶ່ງໃນບັນດາປະເທດພິເສດທີ່ສຸດໃນສັດຕະວັດທີ 21 ນັ້ນແມ່ນ ເຊື່ອມໂຍງເຂົ້າກັບສາກົນ, ນຳມາເຊິ່ງຜົນປະໂຫຍດໃຫ້ໂລກ ແຕ່ກໍ່ໄດ້ຮັບຜົນປະໂຫຍດຈາກໂລກ. ຫວຽດນາມ ແມ່ນຮູບແບບພິເສດແທ້. ແຫລ່ງກຳລັງຈາກຫວຽດນາມ ປະຈຸບັນ ແມ່ນບືນຂຶ້ນຢ່າງແຮງ ບໍ່ພຽງແຕ່ຈາກກຳລັງແຮງພາຍໃນເທົ່ານັ້ນ ຫາກຍັງແມ່ນການສຸມເອົາມາຈາກໂລກອີກດ້ວຍ.

ໃນການເຊື່ອມໂຍງເຂົ້າກັບໂລກ, ຫວຽດນາມ  ໄດ້ມີການພົວພັນກັບ ອາເມລິກາ, ອີຢູ ຊ້ຳບໍ່ໜຳ ນັບທັງ ຈີນ ແລະ ອາຊີຕາເວັນອອກສ່ຽງໃຕ້ອີກ ລ້ວນແຕ່ສະແດງໃຫ້ເຫັນຫວຽດນາມ ແມ່ນປະເທດມີຄວາມຮັບຜິດຊອບ ແລະ ມີຄວາມມານະພະຍາມຢ່າງກະໂດດຂັ້ນຈາກປະເທດມີທີ່ຕັ້ງບົດບາດຕ່ຳ ແຕ່ປະຈຸບັນຫວຽດນາມ ມີທີ່ຕັ້ງບົດບາດເປັນຫນ້າເຄົາລົບໃນເວທີສາກົນ.

ຫວຽດນາມບໍ່ພຽງແຕ່ແມ່ນຄວາມມານະພະຍາຍາມບືນຕົວຂຶ້ນເທົ່ານັ້ນ ຫາກ ຍັງສະແດງໃຫ້ເຫັນແມ່ນປະເທດມີຄວາມຮັບຜິດຊອບຕໍ່ໂລກອີກດ້ວຍ. ຫວຽດນາມ ພວມມານະພະຍາຍາມເພື່ອປະກອບສ່ວນສ້າງອາຊີຕາເວັນອອກສ່ຽງໃຕ້ ໃຫ້ຢືນອັນດັບ 4, 5 ໃນໂລກ ໃນໄລຍະຈະມາເຖິງ .

ຂໍຂອບໃຈທ່ານ.

ຕອບກັບ

ຂ່າວ/ບົດ​ອື່ນ