04 ເດືອນຕົ້ນປີ, ເທື່ອທຽນ-ເຫ້ວ ຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 750.000 ຄົນ

(VOVWORLD) -ໃນ 04 ເດືອນຕົ້ນປີ2018, ແຂວງເທື່ອທຽນ-ເຫວ້ ຕ້ອນຮັບແຂກທ່ອງທ່ຽວໄດ້ 1.890.000 ເທື່ອຄົນ
04 ເດືອນຕົ້ນປີ, ເທື່ອທຽນ-ເຫ້ວ ຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 750.000 ຄົນ - ảnh 1 Festival ເຫ້ວ 2018

ໃນນັ້ນ, ມີແຂກທ່ອງທ່ຽວສາກົນກວ່າ 750.000 ເທື່ອຄົນ, ເພີ່ມຂຶ້ນ 12, 7% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2017. ຈຸດພົ້ນເດັ່ນໃນໄລຍະນີ້ແມ່ນ Festival ເຫ້ວ 2018 ພາຍໃຕ້ຫົວຂໍ້ວ່າ “ມໍລະດົກວັດທະນະທຳກັບການເຊື່ອມໂຍງ ແລະ ພັດທະນາ; ເຫ້ວ - ສະຖານທີ່ທ່ອງທ່ຽວໜຶ່ງດຽວມີ 05 ມໍລະດົກ” (ເຊິ່ງໄດ້ດຳເນີນແຕ່ວັນທີ 27/04-02/05/2018) ໄດ້ດຶງດູດແຂກທ່ອງທ່ຽວກວ່າ 400.000 ເທື່ອຄົນ, ໃນນັ້ນມີປະມານ 50% ແມ່ນແຂກທ່ອງທ່ຽວສາກົນ.

        ປີ 2018, ແຂວງເທື່ອທຽນ-ເຫວ້ສູ້ຊົນດຶງດູດແຂກທ່ອງທ່ຽວ ໃຫ້ໄດ້ປະມານ 4 ລ້ານ - 4,2 ລ້ານເທື່ອຄົນ, ໃນນັ້ນ, ແຂກທ່ອງທ່ຽວສາກົນກວມເອົາແຕ່ 40 – 45%; ລາຍຮັບຈາກການທ່ອງທ່ຽວໃຫ້ບັນລຸໄດ້ ແຕ່ 4.200 – 4.300 ຕື້ດົງ, ເພີ່ມຂຶ້ນປະມານ 15% ເມື່ອທຽບໃສ່ປີ 2017.

ຕອບກັບ

ຂ່າວ/ບົດ​ອື່ນ