10 ບຸກຄົນດີເດັ່ນໄດ້ຮັບລາງວັນວິທະຍາສາດເຕັກໂນໂລຊີໜ່ວຍໂລກຄຳ

(VOVWORLD) - ທີ່ການມອບລາງວັນປີນີ້, ຈາກ 37 ເອກະສານຈົດທະບຽນ, ສະພາມອບລາງວັນໄດ້ຄັດເລືອກ ແລະ ມອບລາງວັນວິທະຍາສາດ ເຕັກໂນໂລຊີໜ່ວຍໂລກຄຳ ໃຫ້ແກ່ 10 ບຸກຄົນດີເດັ່ນໃນ 5 ຂົງເຂດ
10 ບຸກຄົນດີເດັ່ນໄດ້ຮັບລາງວັນວິທະຍາສາດເຕັກໂນໂລຊີໜ່ວຍໂລກຄຳ - ảnh 110 ບຸກຄົນດີເດັ່ນໄດ້ຮັບລາງວັນວິທະຍາສາດເຕັກໂນໂລຊີໜ່ວຍໂລກຄຳ
(ພາບ:hanoimoi.com.vn)

ຕອນຄ່ຳວັນທີ 27 ພະຈິກ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ສົມທົບກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈັດພິທີມອບລາງວັນວິທະຍາສາດເຕັກໂນໂລຊີໜ່ວຍໂລກຄຳ ແລະ ລາງວັນ ນັກສຶກສາຍິງວິທະຍາສາດ ເຕັກໂນໂລຊີ ຫວຽດນາມ ປີ 2022.

        ທີ່ການມອບລາງວັນປີນີ້, ຈາກ 37 ເອກະສານຈົດທະບຽນ, ສະພາມອບລາງວັນໄດ້ຄັດເລືອກ ແລະ ມອບລາງວັນວິທະຍາສາດ ເຕັກໂນໂລຊີໜ່ວຍໂລກຄຳ ໃຫ້ແກ່ 10 ບຸກຄົນດີເດັ່ນໃນ 5 ຂົງເຂດ, ເຊິ່ງລວມມີ: ໄອທີ, ການຫັນປ່ຽນດີຈີຕອນ ແລະ ຫັນປ່ຽນອັດຕະໂນມັດ; ເຕັກໂນໂລຊີການແພດ - ການຢາ; ເຕັກໂນໂລຊີຊີວະພາບ; ເຕັກໂນໂລຊີສິ່ງແວດລ້ອມ; ເຕັກໂນໂລຊີວັດສະດຸປະເພດໃໝ່. ທ່ານ ເລືອງວັນທ້ຽນ, ອາຈານສອນ ໄອທີ, ມະຫາວິທະຍາໄລ Phenikaa, ຜູ້ໄດ້ຮັບລາງວັນວິທະຍາສາດເຕັກໂນໂລຊີໜ່ວຍໂລກຄຳ, ແບ່ງປັນວ່າ:

        “ໃນ 5 ປີທີ່ໄດ້ເຮັດວຽກຢູ່ລາຊະອານາຈັກ ອັງກິດ, ຂ້າພະເຈົ້າໄດ້ສຳຜັດກັບຫຼາຍການຄົ້ນຄ້ວາໃໝ່, ໃນນັ້ນມີການໝູນໃຊ້ປັນຍາປະດິດໃນການການອອກແບບໃນເຄືອຂ່າຍໂທລະຄົມ 5G,6G. ເມື່ອກັບເມືອ ຫວຽດນາມ, ຂ້າພະເຈົ້າໄດ້ເປີດກ້ວາງການຄົ້ນຄ້ວາຂອງຕົນ ໃນບັນດາຂົງເຂດອື່ນໆ ແລະ ໄດ້ໝູນໃຊ້ເຂົ້າໃນວິສາຫະກິດ ແລະ ໂຮງໝໍຫຼາຍແຫ່ງ”.

ຕອບກັບ

ຂ່າວ/ບົດ​ອື່ນ