10 ເດືອນ​ຕົ້ນ​ປີ 2021, ມູນ​ຄ່​າ​ສົ່ງ​ອອກ​ເກີນ​ດຸນ​ຂອງ ຫວຽດ​ນາມ ບັນ​ລຸ 125 ລ້ານ​ USD

(VOVWORLD) -ຕົວເລກຫຼ້າສຸດທີ່ກົມໃຫຍ່ພາສີປະກາດ ໄດ້ໃຫ້ເຫັນວ່າ ໃນເດືອນຕຸລາ 2021, ລວມມູນຄ່າສົ່ງອອກ- ນຳເຂົ້າສິນຄ້າທົ່ວປະເທດບັນລຸ 55 ຕື້ USD, ເພີ່ມຂຶ້ນ 2,4% ເມື່ອທຽບໃສ່ເດືອນທີ່ຜ່ານມາ, ດຸນການຄ້າສ່ວນເກີນບັນລຸ  2,74 ຕື້ USD.
10 ເດືອນ​ຕົ້ນ​ປີ 2021, ມູນ​ຄ່​າ​ສົ່ງ​ອອກ​ເກີນ​ດຸນ​ຂອງ ຫວຽດ​ນາມ ບັນ​ລຸ 125 ລ້ານ​ USD - ảnh 1(ພາບປະກອບ: tapchicongthuong.vn)
 ສະເລ່ຍ 10 ເດືອນຂອງປີ 2021, ລວມມູນຄ່າສົ່ງອອກຂອງ ຫວຽດນາມບັນລຸ 269,77 ຕື້ USD, ໃນຂະນະທີ່ມູນຄ່ານຳເຂົ້າຂອງທັງປະເທດບັນລຸເກືອບ 269,65 ຄື້ USD, ດຸນການຄ້າສ່ວນເກີນບັນລຸ 125 ຕື້ USD. ໝາກຜົນນີ້ ຖືວ່າ ແມ່ນສັນຍານຕັ້ງໜ້າຂອງພື້ນຖານເສດຖະກິດ ຫວຽດນາມ, ສະແດງໃຫ້ເຫັນວ່າ ການສົ່ງອອກສືບຕໍ່ບັນລຸອັດຕາການເຕີບໂຕທີ່ດີ.

        ກໍຕາມຕົວເລກຂອງກົມໃຫຍ່ພາສີ,  ໃນ 10 ເດືອນຕົ້ນປີ 2021, ການແລກປ່ຽນການຄ້າສິນຄ້າຂອງ ຫວຽດນາມກັບ ອາຊີ ບັນລຸສູງກວ່າ 349 ຕື້ USD, ສືບຕໍ່ກວມເອົາອັດຕາສ່ວນສູງສຸດໃນມູນຄ່າສົ່ງອອກ - ນຳເຂົ້າຂອງທົ່ວປະເທດ, ຕໍ່ຈາກນັ້ນ ແມ່ນທະວີບ ອາເມລິກາ, ເອີຣົບ, ໂອເຊຍເນຍ, ອາຟະຣິກາ.

        ບັນດາສິນຄ້າສົ່ງອອກທີ່ເພີ່ມຂຶ້ນຄື ອຸປະກອນເຄື່ອງຈັກ, ເຄື່ອງມື, ສິ້ນສ່ວນອາໄຫຼ່ຕ່າງໆ, ເຫຼັກເຄື່ອງຄອມພິວເຕີ, ຜະລິດຕະພັນເຄື່ອງເອເລັກໂຕນິກ, ໂທລະສັບທຸກຊະນິດ ແລະ ເຄື່ອງອາໄຫຼ່.

ຕອບກັບ

ຂ່າວ/ບົດ​ອື່ນ