100 ຕື້ດົ່ງໃຫ້ການ ສົ່ງເສີມການຄ້າແຫ່ງຊາດປີ 2015

100 ຕື້ດົ່ງໃຫ້ການ ສົ່ງເສີມການຄ້າແຫ່ງຊາດປີ 2015 - ảnh 1
(ພາບປະກອບ)

(vovworld) -  100 ຕື້​ດົ່ງ​ໃຫ້ການ​ສົ່ງ​ເສີມ​ການ​ຄ້າ​ແຫ່ງ​ຊາດ​ປີ 2015, ນີ້​​ແມ່ນ​ຂໍ້​ຕົກລົງ​​ໂດຍ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າຫວຽດນາມ ​ ຫວູຮຸຍ​ຮ່ວາງ ລົງ​ນາມ​ປະກາດ​ໃຊ້​ຫວ່າງ​ແລ້ວ​ນີ້. ຕາມ​ນັ້ນ​ແລ້ວ, ​ໂຄງການ​ສົ່ງ​ເສີມ​ການ​ຄ້າ​ແຫ່ງ​ຊາດປີ 2015 ​ລວມມີ 212 ​ແຜນ​ຮ່າງ​ທີ່​ກ່ຽວຂ້ອງ​ເຖິງ​ການ​ພັດທະນາ​ການຕະຫຼາດ, ສິນຄ້າ​ສົ່ງ​ອອກ, ຂໍ້​ມູນ​ຂ່າວການ​ຄ້າ​ພາຍ​ໃນ​ປະ​ເທດ ​ແລະ ສາກົນ, ການສົ່ງ​ເສີມ​ການ​ຄ້າ​ຂອງ​ບັນດາ​ເຂດ​ເສ​ດຖະກິດ, ການ​ບຳລຸງ​ສ້າງ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ, ສະຫະກອນ, ອົງການ​ສົ່ງ​ເສີມ​ການ​ຄ້າ.

        ​ໂຄງການດັ່ງກ່າວ​ກໍ່​ສືບ​ຕໍ່​ບຸລິມະສິດ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ​ພັດທະນາ​ຕະຫຼາດ​ພາຍ​ໃນ​ປະ​ເທດ, ພິ​ເສດ​ແມ່ນ​ສ້າງ​​ເຄືອ​ຂ່າຍ​ແຈກ​ຢາຍ​ສິນຄ້າ​ຢູ່​​ເຂດຊົນນະບົດ, ​ເຂດ​ພູດ​ອຍ, ​ເຂດ​ຊາຍ​ແດນ ​ແລະ ບັນດາ​ທ້ອງ​ຖິ່ນ​ຍັງ​ປະສົບກັບ​ຄວາມ​ຫຍຸ້ງຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ