100 ປີ ແຫ່ງການປະຕິວັດເດືອນຕຸລາ ລັດເຊຍ: ບັນດາບົດຮຽນປະຫວັດສາດ

(VOVWORLD) - ບັນດາບົດຮຽນປະຫວັດສາດອັນລ້ຳຄ່າຂອງການປະຕິວັດເດືອນຕຸລາ ລັດເຊຍ ມາຮອດປະຈຸບັນນີ້ຍັງມີລັກສະນະຄືໃນເຫດການປະຈຸບັນ
100 ປີ ແຫ່ງການປະຕິວັດເດືອນຕຸລາ ລັດເຊຍ: ບັນດາບົດຮຽນປະຫວັດສາດ - ảnh 1

ວັນທີ 06 ພະຈິກ, ຢູ່ນະຄອນຫຼວງມົດສກູ, ສະຫະພັນລັດເຊຍ, ໄດ້ດຳເນີນກອງປະຊຸມສຳມະນາກຳມະບານສາກົນ ດ້ວຍຫົວຂໍ້ “ການປະຕິວັດເດືອນຕຸລາ ລັດ ລັດເຊຍ - ບັນດາບົດຮຽນປະຫວັດສາດ”. ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ປຶກສາຫາລືກ່ຽວກັບຄວາມໝາຍອັນໃຫຍ່ຫຼວງຂອງການປະຕິວັດເດືອນຕຸລາ ລັດເຊຍ ອັນຍິ່ງໃຫຍ່ ທີ່ມີຕໍ່ກັບວິວັດທະນາການພັດທະນາໂລກໃນສັດຕະວັດທີ XX, ກໍຄືບັນດາຜົນງານທີ່ປະຊາຊົນສະຫະພາບໂຊຫວຽດບັນລຸໄດ້ໃນຍຸກສະໄໝກໍ່ສ້າງລັດທິສັງຄົມນິຍົມ.

ທ່ານປະທານກຳມະບານບັນດາຜູ້ອອກແຮງງານ - ອັບພະຍົບ ສະຫະພັນລັດເຊຍ Renat Karimov ໃຫ້ຮູ້ວ່າ: ບັນດາບົດຮຽນປະຫວັດສາດອັນລ້ຳຄ່າຂອງການປະຕິວັດເດືອນຕຸລາ ລັດເຊຍ ມາຮອດປະຈຸບັນນີ້ຍັງມີລັກສະນະຄືໃນເຫດການປະຈຸບັນ. ທ່ານ Renat Karimov ຕີລາຄາວ່າ ຫວຽດນາມ ໄດ້ເລືອກເຟັ້ນເສັ້ນທາງແຫ່ງອຸດົມການ ແລະ ຖືກຕ້ອງທີ່ສຸດ ເພື່ອພັດທະນາປະເທດຊາດ. ປະຊາຊົນໄດ້ຮັບປະກັນສິດສະເໝີພາບໃນການອອກແຮງງານ, ມີລາຍຮັບດີ ແລະ ມີສິດໄດ້ຮັບນະໂຍບາຍໜູນຊ່ວຍສັງຄົມທີ່ດີຫຼາຍຢ່າງ. ການພັດທະນາຂອງ ຫວຽດນາມ ແມ່ນບັນດາແບບຢ່າງຂອງລັດທິສັງຄົມນິຍົມໃນເຄິ່ງຕົ້ນສັດຕະວັດທີ XXI.

ຕອບກັບ

ຂ່າວ/ບົດ​ອື່ນ