100 ປີແຫ່ງການປະຕິວັດເດືອນ ຕຸລາ ລັດເຊຍ

(VOVWORLD) - ຕອນຄ່ຳວັນທີ 05 ພະຈິກ ທີ່ນະຄອນຫລວງ ມົດສະກູ, ໄດ້ດຳເນີນເຫດການສຳຄັນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 100 ປີແຫ່ງການປະຕິວັດເດືອນ ຕຸລາ ລັດເຊຍ ທີ່ຍິ່ງໃຫຍ່. 
100 ປີແຫ່ງການປະຕິວັດເດືອນ ຕຸລາ ລັດເຊຍ - ảnh 1100 ປີແຫ່ງການປະຕິວັດເດືອນ ຕຸລາ ລັດເຊຍ (ພາຍ: TTXVN)

ທີ່ຫໍດົນຕີປະສານສຽງແຫ່ງຊາດ “Rossia”, ພັກກອມມູນິດທົ່ວປະເທດ ລັດເຊຍ (KPRF) ໃນ Duma ແຫ່ງຊາດລັດເຊຍ ຈັດຕັ້ງພິທີຂ່ຳນັບຮັບຕ້ອນເຫດການສະເຫຼີມສະຫຼອງ 100 ປີແຫ່ງການປະຕິວັດເດືອນຕຸລາຢ່າງສົມກຽດ.

        ກ່າວຄຳເຫັນນະທີ່ນີ້, ທ່ານປະທານ KPRF Gennady Ziuganov ໄດ້ຫວນຄືນວ່າ ກ່ອນນີ້ 100 ປີ ປະຊາຊົນຜູ້ອອກແຮງງານ ລັດເຊຍ ໄດ້ເຊີດຊູທຸງແດງໃນທົ່ວປະເທດ ຫລັງຈາກນັ້ນ ບັນດາຄຳຮຽກຮ້ອງຂອງ ເລນິນ ໄດ້ແຜ່ຂະຫຍາຍໄປທົ່ວໂລກ ຮຽກຮ້ອງຍາດເອົາສັນຕິພາບ, ດິນນາໃຫ້ຊາວກະສິກອນ, ໂຮງງານໃຫ້ກຳມະກອນ ແລະ ອຳນາດການປົດຄອງ ໂຊວຽດໃຫ້ປະຊາຊົນ. ຄຳຮຽກຮ້ອງນັ້ນ ໄດ້ແຜ່ຂະຫຍາຍໄປທົ່ວທຸກແຫ່ງໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ