105 ບົດປະພັນວັນນະຄະດີດີເດັ່ນຖືກເຊີດຊູທີ່ພິທີມອບລາງວັນສື່ມວນຊົນລະດັບຊາດປີ 2017

(VOVWORLD) -ປີນີ້ ແມ່ນປີທຳອິດທີ່ 63 ສະມາຄົມນັກຂ່າວຂັ້ນແຂວງ, ນະຄອນລ້ວນແຕ່ເຂົ້າຮ່ວມການປະກວດ.

105 ບົດປະພັນວັນນະຄະດີດີເດັ່ນຖືກເຊີດຊູທີ່ພິທີມອບລາງວັນສື່ມວນຊົນລະດັບຊາດປີ 2017 - ảnh 1 ນັກຂ່າວທ້ວນຮືວ - ປະທານສະມາຄົມນັກຂ່າວຫວຽດນາມປະກາດປະຕິບັດສຳເລັດການໃຫ້ຄະແນນຮອບຊິງຊະນະເລີດລາງວັນສື່ມວນຊົນລະດັບຊາດປີ 2017

(ພາບ: Minh Quyet/TTXVN)

ຕອນບ່າຍວັນທີ 03 ມິຖຸນາ, ທີ່ຮ່າໂນ້ຍ, ນັກຂ່າວທ້ວນຮືວ - ປະທານສະມາຄົມນັກຂ່າວຫວຽດນາມ, ປະທານສະພາໃຫ້ຄະແນນຮອບຊິງຊະນະເລີດລາງວັນສື່ມວນຊົນລະດັບຊາດປີ 2017, ໃຫ້ຮູ້ວ່າ ໃນຈຳນວນບົດປະພັນວັນນະຄະດີເຂົ້າຮອບຊິງຊະນະເລີດ, ສະພາໄດ້ຄັດເລືອກໄດ້ບົດປະພັນວັນນະຄະດີດີເດັ່ນເພື່ອມອບລາງວັນຈຳນວນ 105 ບົດ, ໃນນັ້ນມີ ລາງວັນ A 8 ລາງວັນ, ລາງວັນ B 25 ລາງວັນ, ລາງວັນ C 43 ລາງວັນ. ນີ້ແມ່ນບັນດາບົດປະພັນວັນນະຄະດີທີ່ຮັບປະກັນຖືກຕ້ອງທັງດ້ານເນື້ອໃນ, ມີລັກສະນະຄົ້ນພົບ, ລັກສະນະກຳນົດທິດແນວຄິດ, ການເມືອງ ແລະ ພົ້ນເດັ່ນທັງດ້ານວິຊາການ.

        ພິເສດ, ປີນີ້ ແມ່ນປີທຳອິດທີ່ 63 ສະມາຄົມນັກຂ່າວຂັ້ນແຂວງ, ນະຄອນລ້ວນແຕ່ເຂົ້າຮ່ວມການປະກວດ. ພິທີມອບລາງວັນສື່ມວນຊົນລະດັບຊາດປີ 2017 ຈະຖືກຈັດຂຶ້ນກົງກັບໂອກາດສະເຫຼີມສະຫຼອງວັນສື່ມ່ວນຊົນປະຕິວັດຫວຽດນາມ ( 21/6) ປີ 2018.  

ຕອບກັບ

ຂ່າວ/ບົດ​ອື່ນ