11 ປະ​ເທດ​ສະ​ມາ​ຊິກ EU ເຫັນ​ດີ​ກັບ​ຂໍ້​ຕົ​ກ​ລົງ​ຮ່ວມ ​ເປີດ​ປະ​ຕູການ​ທ່ອງ​ທ່ຽວ​ຄືນ​ໃໝ່

(VOVWORLD) -ວັນທີ 18 ພຶດສະພາ, 11 ປະເທດສະມາຊິກ ສະຫະພາບ ເອີລົບ (EU)ໄດ້ເຫັນດີກັບກົດແຫ່ງບັນດາມາດຕະການຄ່ອຍໆຜ່ອນຄາຍການຈຳກັດໄປມາລະຫວ່າງບັນດາປະເທດທີ່ໄດ້ຮັບການປະຕິບັດເມື່ອກ່ອນນັ້ນ ເພື່ອສະກັດກັ້ນການແຜ່ລາມຂອງໂລກລະບາດ Covid – 19. 
11 ປະ​ເທດ​ສະ​ມາ​ຊິກ EU ເຫັນ​ດີ​ກັບ​ຂໍ້​ຕົ​ກ​ລົງ​ຮ່ວມ ​ເປີດ​ປະ​ຕູການ​ທ່ອງ​ທ່ຽວ​ຄືນ​ໃໝ່ - ảnh 1 ພາບປະກອບ: Reuters

ຂໍ້ຕົກລົງໄດ້ປະກາດພາຍຫຼັງກອງປະຊຸມທາງອອນລາຍລະຫວ່າງລັດຖະມົນຕີບັນດາປະເທດຄື: ອີຢິບ, ໄຊປຣັດ, ເຢຍລະມັນ, ແອັດສະປາຍ, ອີຕາລີ, ໂອຕາລິດ, ກຣົວຊີ, ປອກຕຸຍການ, ມານຕ້າ, ສະໂລວາກີ ແລະ ບຸນກາຣີ. ໃນຖະແຫຼງການຮ່ວມ, ບັນດາປະເທດໄດ້ເຫັນດີກ່ຽວກັບ 4 ຫຼັກການພື້ນຖານ ນັ້ນແມ່ນ: ຜ່ອນຄາຍບັນດາມາດຕະການຈຳກັດການໄປມາຕາມແຕ່ລະໄລຍະໂດຍມີການສົມທົບກັນ ແລະ ເຫັນດີຢ່າງແໜ້ນແຟ້ນລະຫວ່າງບັນດາປະເທດ EU, ຊອກຫາບັນດາວິທີການໃໝ່ເພື່ອອະນຸຍາດໃຫ້ເປີດບັນດາການເຄື່ອນໄຫວທ່ອງທ່ຽວຄືນໃໝ່ ໂດຍອີງໃສ່ຫຼັກການບຸລິມະສິດແມ່ນ ຫຼີກລ້ຽງຄວາມສ່ຽງແຜ່ລາມຄືນໃໝ່ຂອງໂລກລະບາດ Covid – 19, ຮັບປະກັນຄວາມປອດໄພໃຫ້ແກ່ພົນລະເມືອງ EU ມີຄວາມເສລີໃນການເດີນທາງຢູ່ເອີລົບ, ແລະ ຟື້ນຟູສິດເສລີໃນການໄປມາຢ່າງສົມບູນເທື່ອລະກ້າວ ຢູ່ເຂດຊາຍແດນຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ