11 ເດືອນຕົ້ນປີ, ດຶງດູດທຶນ FDI ເພີ່ມຂຶ້ນ 14,8%

(VOVWORLD) - ກ່ຽວກັບຂົງເຂດລົງທຶນ, ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 18/21 ຂະແໜງເສດຖະກິດ. ຂົງເຂດອຸດສາຫະກຳປຸງແຕ່ງ, ປະດິດສ້າງ ນຳໜ້າດ້ວຍຍອດເງິນລົງທຶນບັນລຸເກືອບ 21 ຕື້ໂດລາສະຫະລັດ
11 ເດືອນຕົ້ນປີ, ດຶງດູດທຶນ FDI ເພີ່ມຂຶ້ນ 14,8% - ảnh 1FDI ໃນ 11 ເດືອນຕົ້ນປີ 2023 ຂອງບັນດາທ້ອງຖິ່ນ
(ພາບປະກອບ vnbusiness.vn)

ຕາມບົດລາຍງານຫຼ້າສຸດຂອງກະຊວງແຜນການ ແລະ ການລົງທຶນ ກ່ຽວກັບສະພາບການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI), ຮອດວັນທີ 20 ພະຈິກ, ຍອດທຶນຈົດທະບຽນສະໜອງໃໝ່, ດັດປັບ ແລະ ປະກອບທຶນຊື້ຫຸ້ນ ຂອງບັນດານັກລົງທຶນຕ່າງປະເທດບັນລຸເກືອບ 28,85 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 14,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນ 11 ເດືອນຕົ້ນປີ, ທຶນປະຕິບັດຂອງບັນດາໂຄງການ FDI ບັນລຸ 20,25 ຕື້ໂດລາສະຫະລັດ, ສູງສຸດໃນໄລຍະ 2018 – 2023.

        ກ່ຽວກັບຂົງເຂດລົງທຶນ, ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າ 18/21 ຂະແໜງເສດຖະກິດ. ຂົງເຂດອຸດສາຫະກຳປຸງແຕ່ງ, ປະດິດສ້າງ ນຳໜ້າດ້ວຍຍອດເງິນລົງທຶນບັນລຸເກືອບ 21 ຕື້ໂດລາສະຫະລັດ. ຢືນອັນດັບທີສອງແມ່ນຂະແໜງດຳເນີນທຸລະກິດອະສັງຫະລິມະສັບ.

        ກ່ຽວກັບສະຖານທີ່ລົງທຶນ, ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນ 56/63 ແຂວງ, ນະຄອນ ໃນທົ່ວປະເທດໃນ 11 ເດືອນຜ່ານມາ. ແຂວງ ກ໋ວາງນິງ ນຳໜ້າໃນທົ່ວປະເທດກ່ຽວກັບການດຶງດູດ FDI, ດ້ວຍຍອດທຶນຈົດທະບຽນເກືອບ 3,11 ຕື້ໂດລາສະຫະລັດ. ນະຄອນ ໂຮ່ຈີມິນ ຢືນອັນດັບສອງ. ຖັດຈາກນັ້ນແມ່ນ ຫາຍຟ່ອງ, ບັກຢາງ, ຮ່າໂນ້ຍ…

        ກ່ຽວກັບຄູ່ຮ່ວມມືລົງທຶນ, ໃນ 11 ເດືອນຕົ້ນປີ, ມີ 110 ປະເທດ ແລະ ເຂດແຄ້ວນ ລົງທຶນເຂົ້າ ຫວຽດນາມ. ສິງກະໂປ ນຳໜ້າດ້ວຍຍອດເງິນລົງທຶນເກືອບ 5,15 ຕື້ໂດລາສະຫະລັດ. ຈາກນັ້ນແມ່ນ ຮົ່ງກົງ (ປະເທດຈີນ), ສ ເກົາຫຼີ, ຈີນ, ຍີ່ປຸ່ນ, ໄຕ້ຫວັນ (ປະເທດຈີນ)…

ຕອບກັບ

ຂ່າວ/ບົດ​ອື່ນ