115 ບົດໜັງສືພິມໄດ້ຮັບລາງວັນສື່ມວນຊົນລະດັບຊາດຄັ້ງທີ 8 ປີ 2013

115 ບົດໜັງສືພິມໄດ້ຮັບລາງວັນສື່ມວນຊົນລະດັບຊາດຄັ້ງທີ 8 ປີ 2013 - ảnh 1
ທ່ານ ດິງ​ເທ້ຮິງ​ ຫົວໜ້າ​ຄະ​ນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກແລະ
ທ່ານຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຂຶ້ນມອບລາງວັນ ໃຫ້ແກ່ ບັນດາບົດໜັງສືພິມໄດ້ຮັບລາງວັນ A 

(vovworld)- 115 ບົດ​ໜັງສືພິມ​ທີ່​ດີ​ເດັ່ນ​ຂອງ​ບັນດາ​ນັກ​ຂ່າວ​ຢູ່​ບັນດາ​ອົງການ, ສຳນັກງານ​ສື່​ມວນ​ຊົນ​ໃນ​ທົ່ວ​ປະ​ເທດ​ໄດ້​ຮັບ​ການ​ເຊີດ​ຊູ​ທີ່ພິທີ​ມອບລາງວັນ​ສື່​ມວນ​ຊົນ​ລະດັບ​ຊາດ​ຄັ້ງ​ທີ 8 ປີ 2013 ຊຶ່ງ​ຈັດ​ຂຶ້ນ​ໃນ​ຕອນ​ຄຳ່​ວັນທີ 21/6 ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ບັນດາ​ບົດ​ໜັງສືພິມ​ທີ່​ມີ​ຄຸນ​ນະພາ​ບສູງ​ທາງ​ດ້ານ​ແນວ​ຄິດ, ການ​ເມືອງ, ມີ​ເນື້ອ​ໃນ​ດູດ​ດື່ມ, ມີ​ປະສິດທິ​ຜົນ​ສັງຄົມ​ສູງ....ກ່າວ​ຄຳ​ເຫັນ​ທີ່ພິທີ​ມອບລາງວັນ​ສື່​ມວນ​ຊົນ​ລະດັບ​ຊາດ​ຄັ້ງ​ທີ 8 ປີ 2013, ທ່ານ ດິງ​ເທ້ຮິງ ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ​ ຫົວໜ້າ​ຄະ​ນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກ ​ໄດ້​ຍ້ອງຍໍ​ຊົມ​ເຊີຍ​ບັນດາ​ຄວາມ​ພະຍາຍາມຢ່າງ​ໃຫຍ່​ຫຼວງ​ຂອງຖັນ​ແຖວ​ຜູ້​ເຮັດ​ວຽກ​ງານ​ສື່​ມວນ​ຊົນ​ທົ່ວ​ປະ​ເທດ ​ແລະ ອວຍພອນ​ບັນດາ​ຜົນງານ​ຂອງ​ຂະ​ແໜງ​ສື່​ມວນ​ຊົນ. ທ່ານ ດິງ​ເທ້ຮິງ​ ຫົວໜ້າ​ຄະ​ນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກ ກ່າວ​ວ່າ :

    “ ຂ້າພະ​ເຈົ້າ​ສະ​ເໜີຖັນ​ແຖວ​ຜູ້​ເຮັດ​ວຽກ​ງານ​ສື່​ມວນ​ຊົນສືບ​ຕໍ່​ຍູ້​ແຮງ​ການ​ຕໍ່ສູ້​ປ້ອງ​ກັນ ​ແລະ ຕ້ານ​ໄພ​ອາດຍາ​ສິດ, ສໍ້​ລາດ​ບັງ​ຫຼວງ, ຟຸມ​ເຟືອຍ, ປະກົດ​ການ​ຫຍໍ້​ທໍ້ ​ແລະ​ ​ໄພ​ສັງຄົມ​ດ້ວຍ​ຈິດ​ໃຈ​ສ້າງສັນ ​ແລະ ມີ​ຄວາມ​ຮັບຜິດຊອບ​ສູງ, ປະກອບສ່ວນ​ສະກັດ​ກັ້ນ​ສະພາບ​ເສື່ອ​ມທາດ​ຂາດ​ຄຸນ​ດ້ານ​ແນວ​ຄິດ​ການ​ເມືອງ, ຄຸນສົມບັດ​, ​ວິຖີ​ຊີວິດ​ໃນ​ພັກ ​ແລະ ​ໃນ​ສັງຄົມ. ສື່​ມວນ​ຊົນຕ້ອງ​ແມ່ນ​ກຳລັງ​ແກ່ນສານ​ເພື່ອ​ຕໍ່ສູ້​ຕ້ານ​ກົນອຸບາຍຜັນ​ແປ​ສັນຕິພາບ, ປະຕິ​ເສດ​ບັນດາ​ຂ່າວ​ຄາວ​ເສກ​ສັ້ນ​ປັ້ນ​ແຕ່ງ, ຜິດພາດ​ຂອງ​ບັນດາ​ກຳລັງ​ເປັນ​ປໍ​ລະ​ປັກ. ຂ້າພະ​ເຈົ້າ​ເຊື່ອ​ແນ​ວ່າ ສື່​ມວນ​ຊົນ​ຫວຽດນາມ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ທີ່​ສະຫ​ງ່າ​ລາສີ ​ໃນ 89 ປີ ທີ່​ຜ່ານ​ມາ, ສົມ​ກັບ​ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງພັກ, ລັດ ​ແລະ ປະຊາຊົນ ”

​   ໃນ​ການມອບລາງວັນ​ສື່​ມວນ​ຊົນ​ລະດັບ​ຊາດ​ຄັ້ງ​ທີ 8 ປີ 2013, ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ໄດ້​ຮັບ 11 ລາງວັນ. ​ໃນ​​ນັ້ນ, ມີ 2 ລາງວັນ A .

ຂ່າວ/ບົດ​ອື່ນ