118ບົດໜັງສືພິມຍາດໄດ້ລາງວັນສື່ມວນຊົນແຫ່ງຊາດຄັ້ງທີ9ປີ2014

118ບົດໜັງສືພິມຍາດໄດ້ລາງວັນສື່ມວນຊົນແຫ່ງຊາດຄັ້ງທີ9ປີ2014 - ảnh 1
(ພິທີ​ສະ​ເຫຼີ​ມສະຫຼອງ 60 ປີ​ແຫ່ງ​ວັນ​​ສື່​ມວນ​ຊົນປະຕິວັດ​ຫວຽດນາມ)

​(vovworld) - ຕອນ​ຄໍ່າວັນ​ທີ 21/06, ຢູ່​ຮ່າ​ໂຮ້ຍ, ​ໄດ້​ດຳ​ເນີນ​ພິທີ​ສະ​ເຫຼີ​ມສະຫຼອງ 90 ປີ​ແຫ່ງ​ວັນ​​ສື່​ມວນ​ຊົນປະຕິວັດ​ຫວຽດນາມ (21/06/1925 – 21/06/2015) ​ແລະ ພິທີ​ມອບ​ລາງວັນສື່ມວນ​ຊົນແຫ່ງ​ຊາດ​ຄັ້ງ​ທີ 9​ ປີ 2014. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ປະ​ທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ: ​ໃນ​ຕະຫຼອດ 90 ປີຜ່ານມາ, ຍາມ​ໃດສື່ມວນ​ຊົນ​ປະຕິວັດກໍ່​ຮ່ວມ​ເດີນທາງ​ພ້ອມ​ກັນຊາ​ດ, ​ເຕີບ​ໃຫຍ່​ພ້ອມ​ກັບ​ການ​ປະຕິວັດ, ຮັບ​ໃຊ້​ການ​ປະຕິວັດ ​ແລະ ປະຊາຊົນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຊີ້​ແຈ້ງວ່າ.

    “ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ບັນດາ​ອົງການ​ຊີ້​ນຳ, ຄຸ້ມ​ຄອງ​ສື​່ມວນ​ຊົນ​ຂອງ​ພັກ, ລັດ ​ແລະ ບັນດາ​ອົງການ​ສຳນັກງານທີ່​ກ່ຽວ​ຂ້ອງຊີ້​ນຳ ​ແລະ ຄຸ້ມ​ຄອງສື່ມວນ​ຊົນ​ເຄື່ອນ​ໄຫວ​ໃຫ້​ຖືກຕາມ​ແນວ​ທາງ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ການ​ນຳ​ບັນ​ດາ​ອົງການສື່ມວນ​ຊົນຕ້ອງ​ມີ​ຄຸນທາດ​ດ້ານ​ການ​ເມືອງ​ຢ່າງ​ໝັ້ນຄົງ, ຢືດໝັ້ນ​ຕາມ​ທິດ​ນຳ… ຖັນ​​ແຖວ​ບັນດາ​ຜູ້​ເຮັດວຽກ​ງານສື່ມວນ​ຊົນ ຕ້ອງ​ຝຶກ​ຝົນ​ຫຼໍ່​ຫຼອມ​ຢ່າງ​ບໍ່​ຢຸດ​ຢັ້ງ, ສູ້​ຊົ​ນ, ຍົກ​ສູງ​ຄຸນ​ທາດ​ດ້ານ​ການ​ເມືອງ, ຈັນ​ຍາ​ບັນ​ອາຊີບ, ໜ້​້າທີ່​ຮັບ​ຜິດຊອບ​ຕໍ່ສັງຄົມ, ຍາ​ມ​ໃດ​ກໍ່ຖື​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ, ຂ​ອງປະຊາຊົນ​​ເໜືອ​ຫວ່າ​ສິ່ງ​ໃດ​ໝົດ, ສົມ​ເປັນ​ບັນດາ​ນັກຮົບ​ທາງ​ດ້ານ​ວັດທະນະທຳ, ​ແນວ​ຄິດ​ຄື​ດັ່ງ​ປະທານ​ໂຮ່ຈິ​ມິນ ​ໄດ້​ສັ່ງສອນ”.

      ສະພາ​ມອບ​ລາງວັນ​ສ່ື​ມວນ​ຊົນ​ແຫ່ງ​ຊາດ ​ໄດ້​ຄັດ​ເລືອກ ​ແລະ ມອບ 118  ​ລາງວັນ, ຂຶ້ນ​ກັບ 11 ປະ​ເພດ, ດ້ວຍ​ລາງວັນ A 9 ລາງວັນ, ລາງວັນ B 26 ລາງວັນ, ລາງວັນ C 54 ລາງວັນ ​ແລະ ລາງວັນ​ຊົມ​ເຊີຍ 29 ລາງວັນ.

ຂ່າວ/ບົດ​ອື່ນ