11ໂຄງການໄດ້ຮັບການໜູນຊ່ວຍປ່ຽນໃໝ່ຫົວຄິດປະດິດສ້າງເຕັກໂນໂລຢີຢູ່ຫວຽດນາມ

11ໂຄງການໄດ້ຮັບການໜູນຊ່ວຍປ່ຽນໃໝ່ຫົວຄິດປະດິດສ້າງເຕັກໂນໂລຢີຢູ່ຫວຽດນາມ - ảnh 1
ທ່ານ ເຈີ່ນກວາງທັ໋ງ ຫົວໜ້າຄະນະຄຸ້ມຄອງ​ຍູ້​ແຮງການ​ປ່ຽນ​ໃໝ່​
ຢ່າງ​ມີຫົວຄິດ​ປະດິດ​ສ້າງ ​ໂດຍ​ຜ່ານ​ການ​ຄົ້ນ​ຄວ້າ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ

(vovworld) - ​ ​ໄລ່​ຮອດ​ປະຈຸ​ບັນ, 11 ​ໂຄງການ​ຢູ່ ຫວຽດນາມ ​ໄດ້​ຮັບ​ການ​ລົງທຶນ​ນັບ​ລ້ານ USD ​ເພື່ອ​ປ່ຽນ​ໃໝ່​​ປະດິດ​ສ້າງ​ວິທະຍາສາດ, ​ເຕັກ​​ໂນ​ໂລ​ຢີ ​ແລະ ​ມີ​ບັນດາ​ໝາກຜົນ​ເບື້ອງ​ຕົ້ນ​. ຂໍ້​ມູນ​ຂ່າວ​ດັ່ງກ່າວ​​ຖືກ​ຍົກ​ອອກມາ​ຢູ່​ກອງ​ປະຊຸມ​ສຳ​ມະ​ນາ “​ແນະນຳ​ໂຄງການ FIRST ​ແລະ ​ແນະນຳ​ຂຽນ​ສຳ​ເນົາ​ສະ​ເໜີການອຸປະຖຳ” ​ໂດຍ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີຈັດ​ຕັ້ງ​ໃນ​ວັນ​ທີ 18/09 ຢູ່ ຮ່າ​ໂນ້ຍ. ​ໂຄງການ​ຍູ້​ແຮງການ​ປ່ຽນ​ໃໝ່​ຢ່າງ​ມີຫົວຄິດ​ປະດິດ​ສ້າງ ​ໂດຍ​ຜ່ານ​ການ​ຄົ້ນ​ຄວ້າ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ -  FIRST  ​​ເຊິ່ງ​ໄດ້ຮັບ​ການ​ອຸປະຖຳຈາກ​ທະນາຄານ​ໂລກ, ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍຍົກ​ສູງ​ສະມັດ​ຕະພາບ, ຄວາມ​ສາມາດ​ແກ່ງ​ແຍ​້ງ ​ແລະ ຄຸນ​ນະພາ​ບການ​ເຕີບ​ໂຕ​ເສດຖະກິດ ຫວຽດນາມ ​ໂດຍ​ຜ່ານ​ເລື່ອງ​ເພີ່ມ​ທະວີ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຄົ້ນຄວ້າ​ວິ​ທະ​ນາສາ​ດ, ການພັດທະນາ ​ແລ​ະ ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ, ຍູ້​​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​​ປະດິດ​ສ້າງ, ປ່ຽນ​ໃໝ່​ເຕັກ​ໂນ​ໂລ​ຢີ​ໃນ​ວິ​ສາ​ຫະກິດ.

ຂ່າວ/ບົດ​ອື່ນ