12 ຖ້ຽວບິນນຳຜູ້ໂດຍສານຫວຽດນາມ ຈາກອາເມລິກາ ກັບເມືອປະເທດຫາກໍ່ໄດ້ຮັບໜັງສືອະນຸຍາດ

(VOVWORLD) -Vietnam Airlines ພວມສ້າງແຜນການຂຸດຂົ້ນ 12 ຖ້ຽວບິນນຳພົນລະເມືອງຫວຽດນາມ ຈາກອາເມລິກາ ກັບເມືອປະເທດ ແລະ ຂໍ slot ຂຶ້ນ ແລະ ລົງຈອດຢູ່ບັນດາສະໜາມບິນ.
12 ຖ້ຽວບິນນຳຜູ້ໂດຍສານຫວຽດນາມ ຈາກອາເມລິກາ ກັບເມືອປະເທດຫາກໍ່ໄດ້ຮັບໜັງສືອະນຸຍາດ - ảnh 1ເຮືອບິນ Vietnam Airlines
(ພາບປະກອບ: tuoitre.vn)

ອຳນາດການປົກຄອງອາເມລິກາ ຫາກໍ່ອະນຸຍາດໃຫ້ Vietnam Airlines ປະຕິບັດ 12 ຖ້ຽວບິນເພື່ອນຳພົນລະເມືອງຫວຽດນາມ ຈາກອາເມລິກາ ກັບເມືອປະເທດໃນປີ 2021 ຢ່າງເປັນທາງການ. ໜັງສືອະນຸຍາດຂອງກົມຄວາມໝັ້ນຄົງການຂົນສົ່ງອາເມລິກາ (TSA) ໄດ້ອອກໃນວັນທີ 08 ມິຖຸນາ ຜ່ານມາ ເຊິ່ງແມ່ນເງື່ອນໄຂດ້ານນິຕິກຳສຳຄັນທີ່ສຸດເພື່ອໃຫ້ບັນດາຖ້ຽວບິນສາມາດບິນ ແລະ ລົງຈອດ.

        ປະຈຸບັນ, Vietnam Airlines ພວມສ້າງແຜນການຂຸດຂົ້ນ 12 ຖ້ຽວບິນນຳພົນລະເມືອງຫວຽດນາມ ຈາກອາເມລິກາ ກັບເມືອປະເທດ ແລະ ຂໍ slot ຂຶ້ນ ແລະ ລົງຈອດຢູ່ບັນດາສະໜາມບິນ. ຄາດວ່າ, ຖ້ຽວບິນທຳອິດຈະເລີ່ມແຕ່ວັນທີ 22 ມິຖຸນາ, ດ້ວຍສາຍການບິນຈາກ ຮ່າໂນ້ຍ ໄປ ວໍຊິງຕັນ ດີຊີ, ຜ່ານຈຸດລົງຈອດຢູ່ Alska  ແລະ ກັບເມືອຫວຽດນາມ ໃນວັນທີ 24 ມິຖຸນາ ຈະມາເຖິງ, ໂດຍໃຊ້ເວລາບິນໄປກັບຢ່າງໜ້ອຍສຸດກວ່າ 30 ຊົ່ວໂມງ. ທາງບໍລິສັດກໍ່ໄດ້ຜັນຂະຫຍາຍທຸກມາດຕະການປ້ອງກັນ, ຕ້ານໂລກລະບາດຕາມມາດຕະຖານຄວາມປອດໄພສູງສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ