12 ປ້ອມປ້ອງກັນຊາຍແດນແຂວງ ກາວບັ່ງ, ຮ່າຢາງ ຈັດການປະຊຸມແລກປ່ຽນວຽກງານກັບໜ່ວຍຄຸ້ມຄອງຊາຍແດນ ປາຍເຊືອ (ຈີນ)

(VOVWORLD) - ຢູ່ທີ່ນີ້, 2 ຝ່າຍໄດ້ເຫັນດີແລກປ່ຽນຂໍ້ມູນຂ່າວເປັນປະຈຳ, ແຈ້ງສະພາບການໃຫ້ກັນດ້ວຍຮູບແບບ, ຄື: ຈົດໝາຍ, ໂທລະເລກສາຍດ່ວນ, ການພົບປະຢ່າງກະທັນຫັນ… 
12 ປ້ອມປ້ອງກັນຊາຍແດນແຂວງ ກາວບັ່ງ, ຮ່າຢາງ ຈັດການປະຊຸມແລກປ່ຽນວຽກງານກັບໜ່ວຍຄຸ້ມຄອງຊາຍແດນ ປາຍເຊືອ (ຈີນ) - ảnh 1(ທີ່ການພົບປະແລກປ່ຽນ)

        ວັນທີ 18 ກໍລະກົດ, ຄະນະຜູ້ແທນຂອງ 12 ປ້ອມປ້ອງກັນຊາຍແດນຂຶ້ນກັບກຳລັງທະຫານປ້ອງກັນແດນແຂວງ ກາວບັ່ງ, ຮ່າຢາງ ໄດ້ຈັດການປະຊຸມແລກປ່ຽນວຽກງານໄຕມາດທີ 2 ປີ 2023 ກັບຄະນະຜູ້ແທນໜ່ວຍຄຸ້ມຄອງຊາຍແດນ ປາຍເຊືອ, ແຂວງ ກວາງຊີ, ປະເທດ ຈີນ.

        ຢູ່ທີ່ນີ້, 2 ຝ່າຍໄດ້ເຫັນດີແລກປ່ຽນຂໍ້ມູນຂ່າວເປັນປະຈຳ, ແຈ້ງສະພາບການໃຫ້ກັນດ້ວຍຮູບແບບ, ຄື: ຈົດໝາຍ, ໂທລະເລກສາຍດ່ວນ, ການພົບປະຢ່າງກະທັນຫັນ…  ສືບຕໍ່ປະຕິບັດ “03 ເອກະສານນິຕິກຳຊາຍແດນທາງບົກ ຫວຽດນາມ - ຈີນ” ຢ່າງເຂັ້ມງວດ, ເພີ່ມທະວີການສຶກສາດ້ານກົດໝາຍໃຫ້ແກ່ພົນລະເມືອງຢູ່ເຂດຊາຍແດນຂອງແຕ່ລະຝ່າຍ, ສະກັດກັ້ນພົນລະເມືອງຂອງແຕ່ລະປະເທດເຂົ້າຮ່ວມການເຄື່ອນໄຫວອາດຊະຍາກຳຂ້າມຊາຍແດນຢ່າງມີປະສິດທິຜົນ, ເພີ່ມທະວີການລາດຕະເວັນ, ຄວບຄຸມເຂດຈຸດສຸມ, ສະກັດກັ້ນການເຂົ້າ - ອອກເມືອງຢ່າງຜິດກົດໝາຍ; ຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຊຸກຍູ້ເສດຖະກິດເຂດຊາຍແດນໃຫ້ພັດທະນາຢ່າງປອດໄສ ແລະ ເປີດກວ້າງຮູບແບບ ແລະ ຂົງເຂດພົວພັນແລກປ່ຽນ, ຮ່ວມມືຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ