13 ປະ​ເທດ, ເຂດ​ແຄວ້ນ ແລ ອົງ​ການ ຫ້າມຕິດ​ຕັ້ງ​ແອັບ​ TikTok

(VOVWORLD) -   TikTok ພວມປະເຊີນໜ້າກັບຫຼາຍຄຳສັ່ງຫ້າມຊົ່ວຄາວ ແລະ ຫ້າມຢ່າງທົ່ວເຖິງ, ພ້ອມທັງຖືກສືບສວນຢູ່ປະເທດຕ່າງໆໃນໂລກ.
13 ປະ​ເທດ, ເຂດ​ແຄວ້ນ ແລ ອົງ​ການ ຫ້າມຕິດ​ຕັ້ງ​ແອັບ​ TikTok - ảnh 1ມີ 13 ປະເທດ, ເຂດແຄວ້ນ ແລະ ອົງການຈັດຕັ້ງ ໄດ້ປະກາດຄຳສັ່ງຫ້າມພະນັກງານຕິດຕັ້ງແອັບ TikTok (ພາບ: AFP/TTXVN)

        ໃນມໍ່ໆມານີ້, ວັນທີ 04 ເມສາ, ກະຊວງລັດຖະມົນຕີກະຊວງຍຸຕິທຳ ອົດສະຕາລີ Mark Dreyfus ໃຫ້ຮູ້ວ່າ ປະເທດນີ້ຈະລຶບແອັບ TikTok ອອກຈາກເຄື່ອງອຸປະກອນຕ່າງໆທີ່ເປັນກຳມະສິດຂອງລັດຖະບານປະເທດນີ້ ຍ້ອນມີຄວາມວິຕົກກັງວົນກ່ຽວກັບບັນຫາຮັກສາຄວາມລັບ ແລະ ຄຳສັ່ງຫ້າມສະບັບດັ່ງກ່າວຈະມີຜົນສັກສິດ “ໃນຈຸດເວລາທີ່ເໝາະສົມຢ່າງທັນທີ”. ການກະທຳດັ່ງກ່າວ ຊີ້ໃຫ້ເຫັນວ່າ ຄວາມວິຕົກກັງວົນຂອງ ອົດສະຕາລີ ຕໍ່ເລື່ອງແອັບ TikTok ຂອງບໍລິສັດ ຈີນ ByteDance, ອາດຈະນຳໃຊ້ຂໍ້ມູນຂອງຜູ້ຫຼີ້ນ, ເຮັດໃຫ້ຫຼຸດຜ່ອນຜົນປະໂຫຍດດ້ານຄວາມໝັ້ນຄົງຂອງຝ່າຍຕາເວັນຕົກ.        

        ດ້ວຍຄຳສັ່ງຫ້າມດັ່ງກ່າວຂອງ ອົດສະຕາລີ, 5 ປະເທດສະມາຊິກ ທັງໝົດ ຂອງ ສະຫະພັນ ເຜີຍຂໍ້ມູນຂ່າວສືບສອດແນມ Five Eyes (ອົດສະຕາລີ, ການາດາ, ອາເມລິກາ, ອັງກິດ ແລະ ນິວຊີແລນ) ລ້ວນແຕ່ຫ້າມຕິດຕັ້ງແອັບ TikTok ໃນເຄື່ອງອຸປະກອນຂອງລັດຖະບານ. ຝລັ່ງ, ແບນຊິກ ແລະ ຄະນະກຳມະການເອີຣົບ ກໍໄດ້ປະກາດຄຳສັ່ງຫ້າມທີ່ຄ້າຍຄືກັນ. ເປັນອັນວ່າ, ໄລ່ຮອດປັດຈຸບັນ, ມີ 13 ປະເທດ, ເຂດແຄວ້ນ ແລະ ອົງການຈັດຕັ້ງ ໄດ້ປະກາດຄຳສັ່ງຫ້າມພະນັກງານຕິດຕັ້ງແອັບ TikTok ໃນເຄື່ອງອຸປະກອນຂອງຕົນ, ເຊິ່ງລວມມີ: ແດນມາກ, ແບນຊິກ, ອິນເດຍ, ໄຕ້ຫວັນ (ຈີນ), ອາເມລິກາ, ອົດສະຕາລີ, ການາດາ, ນິວຊີແລັນ, ນອກແວ, ໂຮນລັງ, ອັງກິດ, ຝລັ່ງ ແລະ ຄະນະກຳມະການເອີຣົບ. 3 ປະເທດ ປະກາດຄຳສັ່ງຫ້າມຢ່າງທົ່ວເຖິງລວມມີ ຈໍແດນ, ອິນເດຍ ແລະ ອາບການິດສະຖານ. ນອກຈາກນັ້ນ,  ອິນໂດເນເຊຍ ແລະ ປາກິດສະຖານ ກໍໄດ້ຈັດວາງຄຳສັ່ງຫ້າມຊົ່ວຄາວຕໍ່ ແອັບຟີລີເກຊັນດັ່ງກ່າວເປັນຫຼາຍຄັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ