13 ປະ​ເທດ​ຮ່ວມ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ ​ງານ​ມະ​ຫາ​ກຳ​ກິ​ລາ​ການ​ທະ​ຫານ​ສາ​​ກົນ Army Games 2021

(VOVWORLD) -    ໃນຖະແຫຼງການເດືອນມີນາ, ກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ Army Games 2021 ຈະດຳເນີນໃນລະຫວ່າງວັນທີ 22 ສິງຫາ - 4 ກັນຍາ ດ້ວຍ 34 ເນື້ອໃນ ທີ່ໄດ້ຈັດຕັ້ງຢູ່ຫຼາຍປະເທດທີ່ແຕກຕ່າງກັນ.
13 ປະ​ເທດ​ຮ່ວມ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ ​ງານ​ມະ​ຫາ​ກຳ​ກິ​ລາ​ການ​ທະ​ຫານ​ສາ​​ກົນ Army Games 2021 - ảnh 1 ງານມະຫາກຳກິລາການທະຫານສາກົນ Army Games 2020 (ພາບ: TTXVN)

ວັນທີ 4 ມິຖຸນາ, ສະຖານທູດ ລັດເຊຍ ປະຈຳອິນໂດເນເຊຍ ໃຫ້ຮູ້ວ່າ ປະເທດ ອາຊີຕາເວັນອອກສ່ຽງໃຕ້ນີ້ ຈະເຂົ້າຮ່ວມງານມະຫາກຳກິລາການທະຫານສາກົນ Army Games 2021 ຄັ້ງທຳອິດ. ນອກຈາກລັດເຊຍແລ້ວ, 12 ປະເທດ ຈະຮ່ວມເປັນເຈົ້າພາບຈັດຕັ້ງເຫດການນີ້, ລວມມີ ອາກເມເນີຍ, ອານເຊຣີ, ເບລາຣຸດ, ອີຣານ, ອິນເດຍ, ກາຊັກສະຖານ, ກາຕາ, ຈີນ, ມົງໂກເນຍ, ເຊັກເບຍ, ຫວຽດນາມ ແລະ ອຸດສະເບກິດສະຖານ. ໂດຍຄັດສະເໜີປະກາດຂອງ ກະຊວງປ້ອງກັນປະເທດ ລັດເຊຍ, ອົງການຕາງໜ້າ ລັດເຊຍ ປະຈຳ ອິນໂດເນເຊຍໃຫ້ຮູ້ວ່າ: ງານມະຫາກຳກິລານີ້ ຈະດຳເນີນໃນຜືນແຜ່ນດິນຂອງບາງປະເທດ. ລັດເຊຍ ຈະເປັນເຈົ້າພາບຈັດຕັ້ງ 16 ເນື້ອໃນຂອງ ງານມະຫາກຳກິລາ.

        ກ່ອນໜ້ານັ້ນ, ໃນຖະແຫຼງການເດືອນມີນາ, ກະຊວງປ້ອງກັນປະເທດ ລັດເຊຍ ໃຫ້ຮູ້ວ່າ Army Games 2021 ຈະດຳເນີນໃນລະຫວ່າງວັນທີ 22 ສິງຫາ - 4 ກັນຍາ ດ້ວຍ 34 ເນື້ອໃນ ທີ່ໄດ້ຈັດຕັ້ງຢູ່ຫຼາຍປະເທດທີ່ແຕກຕ່າງກັນ.

ຕອບກັບ

ຂ່າວ/ບົດ​ອື່ນ