14 ຜົນງານໄດ້ຮັບການເຊີດຊູໃນລາງວັນປື້ມດີປື້ມມ່ວນ 2022

(VOVWORLD) -  ຊຸດປື້ມໃນ 7 ລາຍການ, ເຊິ່ງລວມມີ: ປຶ້ມຄົ້ນຄ້ວາ, ສຶກສາ, ເສດຖະກິດ, ບໍລິຫານ, ວັນນະຄະດີ, ປຶ້ມເຍົາວະຊົນ ແລະ ການຄົ້ນເຫັນໃໝ່...
14 ຜົນງານໄດ້ຮັບການເຊີດຊູໃນລາງວັນປື້ມດີປື້ມມ່ວນ 2022 - ảnh 1ພິທີມອບລາງວັນ (ພາບ:Thanh Vũ/TTXVN)

ພິທີປະກາດລາງວັນປື້ມດີປື້ມມ່ວນຄັ້ງທີ XI, ປີ 2022 ໂດຍສະຖາບັນການສຶກສາ IRED, ໂຄງການສົ່ງເສີມການອ່ານປື້ມດີປື້ມມ່ວນ ແລະ ຂໍ້ລິເລີ່ມ OpenEdu ຮ່ວມກັນຈັດຕັ້ງໃນວັນທີ 18 ກັນຍາ, ຢູ່ນະຄອນ ໂຮ່ຈີມິນ. ລາງວັນປີນີ້ສືບຕໍ່ເຊີດຊູ 14 ຫົວຂໍ້ ແລະ ຊຸດປື້ມໃນ 7 ລາຍການ, ເຊິ່ງລວມມີ: ປຶ້ມຄົ້ນຄ້ວາ, ສຶກສາ, ເສດຖະກິດ, ບໍລິຫານ, ວັນນະຄະດີ, ປຶ້ມເຍົາວະຊົນ ແລະ ການຄົ້ນເຫັນໃໝ່.

        ນັກແປພາສາ ແຄ໋ງງວຽນ, ຜູ້ໄດ້ຮັບລາງວັນໃນລາຍການ ປື້ມວັນນະຄະດີ ໃຫ້ຮູ້ວ່າ:

        “ສິ່ງທ້າທາຍໃຫຍ່ຫຼວງທີ່ສຸດແມ່ນເຮັດແນວໃດເພື່ອແປພາສາບົດປະພັນຂອງນັກປະພັນມີຊື່ສຽງເປັນພາສາ ຫວຽດ ໃຫ້ດີ, ຄົບຖ້ວນ ແຕ່ຍັງຮັກສາໄດ້ແບບວິທີຂອງນັກປະພັນ. ສິ່ງທີ່ຫຍຸ້ງຍາກທີ່ສຸດແມ່ນບັນດາຄຳສັບ, ວັກຕອນທີ່ນັກປະພັນຂຽນຕາມວິທີສະເພາະ, ເມື່ອເຮົາແປເປັນພາສາ ຫວຽດ ແລ້ວ ກໍ່ຄືດັ່ງລາງວັນທີ່ເໝາະສົມ.”

ຕອບກັບ

ຂ່າວ/ບົດ​ອື່ນ