14 ວັນຜ່ານມາ ຫວຽດນາມ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ໃໝ່ໃນວົງຄະນະຍາດ

(VOVWORLD) - ຄະນະຊີ້ນຳແຫ່ງຊາດການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃຫ້ຮູ້ວ່າ: ໄລ່ຮອດ 6 ໂມງ 00 ນາທີ ວັນທີ 30 ເມສາ, ຫວຽດນາມ ສືບຕໍ່ບໍ່ມີຜູ້ຕິດເຊື້ອໂຄວິດ-19 ໃໝ່.
14 ວັນຜ່ານມາ ຫວຽດນາມ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ໃໝ່ໃນວົງຄະນະຍາດ - ảnh 1

ສະນັ້ນ, ໄລ່ແຕ່ 6 ໂມງ 00 ນາທີ ວັນທີ 16 ເມສາ ຫາ 6 ໂມງ 00 ນາທີ ວັນທີ 30 ເມສາ ແມ່ນ 14 ວັນ ທີ່ ຫວຽດນາມ ບໍ່ກວດພົບຜູ້ຕິດແປດໃນວົງຄະນະຍາດ.

        ໃນຈຳນວນ 270 ຄົນຕິດເຊື້ອໂຄວິດ-19 ນັ້ນ, ຫວຽດນາມ ມີ 130 ຄົນຕິດເຊື້ອ ແມ່ນກັບມາຈາກຕ່າງປະເທດ ແລະໄດ້ຮັບການແຍກຕົວໃນທັນທີ. ຫວຽດນາມ ມີ 220/270 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແລ້ວ (81%), ປັດຈຸບັນຍັງມີ 50 ຄົນພວມໄດ້ຮັບການປິ່ນປົວຢູ່ບັນດາຮາກຖານສາທາລະນະສຸກໃນທົ່ວປະເທດ ແລະ ຫວຽດນາມ ຍັງບໍ່ມີຜູ້ເສຍຊີວິດຍ້ອນໂລກລະບາດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ