150 ຄົນເສຍຊີວິດໃນວັນທີ 23/02 ຍ້ອນໂລກລະບາດ Covid-19 ຢູ່ ຈີນ

(VOVWORLD) - ຄອນເຊົ້າວັນທີ 24 ກຸມພາ, ຄະນະກຳມະການສາທາລະນະສຸກແຫ່ງຊາດ ຈີນ ປະກາດວ່າ ໃນວັນທີ 23 ກຸມພາ ມີ 409 ກໍລະນີຕິດເຊື້ອໃໝ່ ແລະ 150 ຄົນເສຍຊີວິດຍ້ອນໂລກລະບາດ Covid-19 ຢູ່ ຈີນ. 

ຈຳນວນຜູ້ຕິດເຊື້ອໃໝ່ໃນວັນທີ 23 ກຸມພາ ໄດ້ຫລຸດລົງເມື່ອທຽບໃສ່ 648 ກໍລະນີໃນວັນທີ 22 ກຸມພາ. ໄລ່ຮອດທ້າຍວັນທີ 23 ກຸມພາ ມີ 24.734 ຄົນໄດ້ອອກໂຮງໝໍ ນັບແຕ່ເມື່ອເກີດໂລກລະບາດ.

150 ຄົນເສຍຊີວິດໃນວັນທີ 23/02 ຍ້ອນໂລກລະບາດ Covid-19 ຢູ່ ຈີນ - ảnh 1(ພາບປະກອບ/Reuters) 

        ທ້າຍອາທິດຜ່ານມາ, ບັນດານັກຊ່ຽວຊານຈາກອົງການອະນາໄມໂລກ (WHO) ໄດ້ມາຢ້ຽມຢາມນະຄອນ ອູຫັ້ນ, ຈຸດໃຈກາງຂອງໂລກລະບາດ Covid-19 ຢູ່ແຂວງ ຫູເປີ່ຍ, ພາກກາງ ຈີນ. ນີ້ແມ່ນການລົງກວດກາຄັ້ງທຳອິດຂອງ WHO ຢູ່ ອູຫັ້ນ ນັບແຕ່ເມື່ອເກີດໂລກລະບາດໃນທ້າຍປີ 2019.

ຕອບກັບ

ຂ່າວ/ບົດ​ອື່ນ