171 ປະ​ເທດ ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່ມ COVAX

(VOVWORLD) - ວັນທີ 9 ຕຸລາ, ອົງການອະນາໄມໂລກ  (WHO)ໃຫ້ຮູ້ວ່າ: ມີ 171 ປະເທດ ແລະ ພື້ນຖານເສດຖະກິດ ເຂົ້າຮ່ວມຂໍ້ລິເລີ່ມໄດ້ສຳຜັດກັບວັກຊິນ ກັນພະຍາດ Covid – 19 ຢ່າງສະດວກ ໃນຂອບເຂດທົ່ວໂລກ (COVAX), ພາຍຫຼັງທີ່ ຈີນພ້ອມກັບ ສ. ເກົາຫຼີ ແລະ ປະເທດເກາະ ນາອູຣູ ຢູ່ ປາຊີຟິກ ເຂົ້າຮ່ວມໃນອາທິດນີ້. 
171 ປະ​ເທດ ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່ມ COVAX - ảnh 1ພາບປະກອບ: AFP/TTXVN 

ຂໍ້ລິເລີ່ມ COVAX ແມ່ນເພື່ອແນໃສ່ຮັບປະກັນສິດໄດ້ສຳຜັດກັບວັກຊິນ ກັນພະຍາດ Covid – 19 ຢ່າງສະເໝີພາບ ແລະ ຍຸດຕິທຳ. ປັດຈຸບັນ ອາເມລິກາ ແລະ ລັດເຊຍ ຍັງບໍ່ທັນໄດ້ເຂົ້າຮ່ວມຂໍ້ລິເລີ່ມນີ້ເທື່ອ.

  ໃນຂະນະນັ້ນ, ຄິດໄລ່ຮອດເວລາ 15 ໂມງຂອງວັນທີ 9 ຕຸລາ (ຕາມເວລາ ສາກົນ), ທົ່ວໂລກ ມີຜູ້ຕິດເຊື້ອພະຍາດ Covid – 19 ທັງໝົດ 36.837.069 ຄົນ ແລະ ມີຜູ້ເສຍຊີວິດຈາກໂລກລະບາດ Covid – 19 ແມ່ນ 1.068.139 ຄົນ. ຜູ້ຕິດໂລກລະບາດ Covid – 19 ໄດ້ຮັບການປິ່ນປົວຫາຍດີແມ່ນ 27.711.683 ຄົນ. ອາເມລິກາ ຍັງແມ່ນປະເທດໄດ້ຮັບຜົນສະທ້ອນຫຼາຍກ່ວາໝູ່ຢູ່ໃນໂລກດ້ວຍຜູ້ຕິດເຊື້ອແມ່ນ 7.839.439 ຄົນ ແລະ ມີຜູ້ເສຍຊີວິດ 217.829 ຄົນ. ຖັດຈາກນັ້ນແມ່ນ ອິນເດຍ ແລະ ບຣາຊິນ.

ຢູ່ຫວຽດນາມ, ໄລ່ຮອດເວລາ 6 ໂມງ ຂອງວັນທີ 10 ຕຸລາ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ໃຫ້ຮູ້ວ່າ ຫວຽດນາມ ບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ລາຍໃໝ່ຕື່ມອີກ. ສະນັ້ນ, ໄດ້ 38 ມື້ແລ້ວ ທີ່ຫວຽດນາມບໍ່ມີຜູ້ຕິດເຊື້ອພະຍາດ Covid – 19 ໃນຊຸມຊົນ. ຜູ້ຕິດເຊື້ອຢູ່ ຫວຽດນາມ ໄດ້ຮັບການປິ່ນປົວຫາຍດີແມ່ນ 1.024/1.105 ຄົນ, ມີຜູ້ເສຍຊີວິດແມ່ນ 35 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ