19 ບົດປະພັນໄດ້ ຮັບລາງວັນໃນການເສັງ ”ຮຳ່ຮຽນ ແລະ ປະຕິບັດ ຕາມແບບຢ່າງຄູນສົມບັດໂຮ່ຈີມິນ”

19 ບົດປະພັນໄດ້ ຮັບລາງວັນໃນການເສັງ ”ຮຳ່ຮຽນ ແລະ ປະຕິບັດ ຕາມແບບຢ່າງຄູນສົມບັດໂຮ່ຈີມິນ” - ảnh 1
ພິທີ​ມອບ​ລາງວັນ​ໃຫ້ການ​ເສັງ    ”ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​
ຄູນ​ສົມບັດປະທານ​ໂຮ່ຈີ​ມິນ ປີ 2013 - 2014”
(ພາບ: petrotimes.vn)

(vovworld) - ຕອນ​ບ່າຍ​ວັນ​ທີ 12/5, ໜັງສືພິມ​ປະຊາຊົນ​ໄດ້​ຈັດການ​ປະຊຸມ​ຂ່າວ​ແນະນຳ​ພິທີ​ມອບ​ລາງວັນ​ໃຫ້ການ​ເສັງ    ”ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄູນ​ສົມບັດປະທານ​ໂຮ່ຈີ​ມິນ ປີ 2013 - 2014”. ຄະນະ​ຈັດ​ຕັ້ງ​ໄດ້​ຄັດ​ເລືອກ 19 ບົດ​ປະພັນ ທີ່​ມີ​ຄຸນ​ນະພາ​ບ ​ເພື່ອ​ມອບ​ລາງວັນ​ໃນ​ພິທີ ​ເຊິ່ງຈະ​ຈັດ​ຕັ້ງ​ຢູ່​ໂຮງ​ລະຄອນ​ໃຫຍ່​ຮ່າ​ໂນ້ຍ​ໃນ​ຕອນ​ຄຳ່​ວັນ​ທີ 14/5.

        ຕາມ​ການ​ຕີ​ລາຄາ​ຂອງ​ຄະນະ​ຈັດ​ຕັ້ງ, ການ​ເສັງ​ປີ​ນີ້​ດຶງ​ດູດ​ຜູ້​ຂຽນ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ເຂົ້າ​ຮ່ວມ. ຜູ້​ທີ່​ໄດ້​ເຊີດ​ຊູ​ໃນ​ບັນດາ​ບົດ​ປະພັນ​ໄດ້​ຮັບ​ລາງວັນ ​ແມ່ນ​ບັນດາ​ແບບຢ່າງ​ໃນ​ບັ້ນ​ຂົນຂວາຍ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄູນ​ສົມບັດ​ປະທານໂຮ່ຈີ​ມິນ. ນັ້ນ​ແມ່ນ​ບັນດາ​ພະນັກງານ​ສະມາຊິກ​ພັກ​ທີ່​ໄດ້​ຕິດ​ພັນ​ກັບ​ພື້ນຖານ, ຕິດ​ພັນ​ກັບ​ປະຊາຊົນ, ​ເປັນ​ແບບຢ່າງ​ໃນ​ຂະ​ບວນການ​ຕ່າງໆ​ຢູ່​ທ້ອງ​ຖີ່​ນ, ມີ​ກຳລັງ​ແຜ່​ຂະຫຍາຍ​ຢ່າງ​ກວ້າງຂວາງ ​ແລະ ​ແຮງ​ໃນ​ຊີວິດ. ​ໃນ​ໂອກາດ​ນີ້, ຄະນະ​ຈັດ​ຕັ້ງ​ສືບ​ຕໍ່​ປຸກລະດົມ​ການ​ເສັງ​ຂຽນ​ກ່ຽວ​ກັບ​ບັ້ນ​ຂົນຂວາຍ ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄູນ​ສົມບັດ​ປະທານໂຮ່ຈີ​ມິນ ຄັ້ງ​ທີ 4 ປີ 2014 – 2015 ດ້ວຍ​ຫົວ​ຂໍ້​ວ່າ ”ຕ້ານ​ລັດທິ​ສ່ວນ​ຕົວ, ​ເວົ້າ​ໄປ​ພ້ອມ​ກັບ​ການ​ກະທຳ; ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ທີ່​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ປະຊາຊົນ, ປະ​ເທດ​ຊາດ”

ຂ່າວ/ບົດ​ອື່ນ