2 ຖ້ຽວບິນພິເສດຂົນສົ່ງຜູ້ໂດຍສານ 600 ຄົນເປັນພົນລະເມືອງອີຢູ ຈາກຫວຽດນາມ ກັບເມືອປະເທດ

(VOVWORLD) -ຕອນເຊົ້າວັນທີ 08 ເມສາ, ຖ້ຽວບິນພິເສດໄດ້ຂົນສົ່ງຜູ້ໂດຍສານປະມານ 300 ຄົນ ຈາກຫວຽດນາມ ໄປຍັງສະໜາມບິນ Frankfurt, ປະເທດເຢຍລະມັນ.

2 ຖ້ຽວບິນພິເສດຂົນສົ່ງຜູ້ໂດຍສານ 600 ຄົນເປັນພົນລະເມືອງອີຢູ ຈາກຫວຽດນາມ ກັບເມືອປະເທດ - ảnh 1 ຖ້ຽວບິນພິເສດຂົນສົ່ງຜູ້ໂດຍສານ 600 ຄົນເປັນພົນລະເມືອງອີຢູ ຈາກຫວຽດນາມ ກັບເມືອປະເທດ

(ພາບ: VNA)

ນີ້ແມ່ນຖ້ຽວບິນທີ 2 ພາຍຫຼັງຖ້ຽວບິນໃນວັນທີ 06 ເມສາ ທີ່ຂົນສົ່ງພົນລະເມືອງເຢຍລະມັນ ແລະ ສະຫະພາບເອີລົບ (ອີຢູ) ທີ່ພວມຖືກຕິດຄ້າງຢູ່ຫວຽດນາມ ຍ້ອນໂລກລະບາດໂຄວິດ-19 ກັບເມືອປະເທດ. ບັນດາຖ້ຽວບິນດັ່ງກ່າວ ແມ່ນລັດຖະບານເຢຍລະມັນ ອຸປະຖຳ. ສະນັ້ນ, 2 ຖ້ຽວບິນທີ່ໄດ້ຂົນສົ່ງຜູ້ໂດຍສານກັບເມືອປະເທດນັ້ນ ລວມທັງໝົດ ເກືອບ 600 ຄົນ.

ໃນນັ້ນ, ຖ້ຽວບິນໃນວັນທີ 08 ເມສາ, ກໍ່ໄດ້ສົມທົບກັບການຂົນສົ່ງເຄື່ອງອຸປະກອນການແພດເຊິ່ງລັດຖະບານ, ປະຊາຊົນຫວຽດນາມ ຊ່ວຍເຫຼືອ ໃຫ້ລັດຖະບານ ແລະ ປະຊາຊົນ 5 ປະເທດ ເຢຍລະມັນ, ອີຕາລີ, ແອັດສະປາຍ ແລະ ອັງກິດ ເພື່ອໜູນຊ່ວຍການປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ