2 ຝ່າຍ ຫວຽດນາມ ແລະ ເກຼັກ ສົມທົບກັນເພື່ອແນໃສ່ເພີ່ມວົງເງິນການຄ້າລະຫວ່າງ

(VOVWORLD) - ກ່າວຄຳເຫັນທີ່ການຕ້ອນຮັບ ທ່ານ Joannis E. Raptakis ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ເກຼັກ ປະຈຳ ຫວຽດນາມ,
2 ຝ່າຍ ຫວຽດນາມ ແລະ ເກຼັກ ສົມທົບກັນເພື່ອແນໃສ່ເພີ່ມວົງເງິນການຄ້າລະຫວ່າງ - ảnh 1 ທີ່ການຕ້ອນຮັບ ທ່ານ Joannis E. Raptakis ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ.ເກຼັກ ປະຈຳ ຫວຽດນາມ

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ແລກປ່ຽນກ່ຽວກັບບາງມາດຕະການຊຸກຍູ້ການຮ່ວມມື 2 ຝ່າຍໃນທຸກຂົງເຂດໃນໄລຍະຈະມາເຖິງ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ກໍ່ເນັ້ນໜັກເຖິງ ເລື່ອງເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ, ຮັກສາບັນດາກົນໄກປຶກສາຫາລື 2 ຝ່າຍເປັນປະຈຳ; ສົມທົບກັນສະເໜີບັນດາມາດຕະການຢ່າງມີປະສິດທິພາບ ແນໃສ່ເພີ່ມວົງເງິນການຄ້າ 2 ສົ້ນ; ຊຸກຍູ້ການພົບປະແລກປ່ຽນປະຊາຊົນ ແລະ ວັດທະນະທຳ. ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມິງ ຢືນຢັນວ່າ: ກະຊວງການຕ່າງປະເທດ ແລະ ບັນດາກະຊວງ, ຂະແໜງການ ຫວຽດນາມ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ທ່ານ Joannis E. Raptakis ປະຕິບັດສຳເລັດໜ້າທີ່ການທູດຂອງຕົນເປັນຢ່າງດີ.

        ສ່ວນທ່ານເອກອັກຄະລັດຖະທູດ Joannis E. Raptakis ຢືນຢັນວ່າ: ເກຼັກ ຍາມໃດກໍ່ຖືເປັນສຳຄັນເລື່ອງເພີ່ມທະວີການພົວພັນກັບ ຫວຽດນາມ ແລະ ປາດຖະໜາຢາກໃຫ້ 2 ປະເທດສືບຕໍ່ຊຸກຍູ້ການພົວພັນເຂົ້າສູ່ລວງເລິກ. ທ່ານເອກອັກຄະລັດຖະທູດ Joannis E. Raptakis ຢືນຢັນວ່າ ເກັຼກ ຈະຕັ້ງໜ້າຊຸກຍູ້ການຜັນຂະຫຍາຍສັນຍາຄູ່ຮ່ວມມື ແລະ ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ (PCA), ຊຸກຍູ້ການໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ຢ່າງເປັນທາງການ ແນໃສ່ເປີດແງ່ຫວັງໃໝ່ດ້ານການຄ້າ - ການລົງທຶນລະຫວ່າງ 2 ຝ່າຍໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ